Philophobia ໂຣກຢ້ານຄວາມຮັກ ໜຶ່ງໃນສາເຫດທີ່ຍັງໂສດ


ທຸກຄົນລ້ວນມີຄວາມຄິດ ແລະ ຢູ່ໃນສະພາບແວດລ້ອມທີ່ແຕກຕ່າງກັນ ສຳລັບບາງຄົນແລ້ວຄວາມຮັກແມ່ນຄວາມສຸກເປັນເລື່ອງທີ່ສວຍງາມ, ແຕ່ອີກໃນແງ່ມຸມຂອງບາງກຸ່ມຄົນແລ້ວຄວາມຮັກບໍ່ແມ່ນສິ່ງສວຍງາມສະເໝີໄປ ເພາະອາດດ້ວຍປະສົບການຄວາມຮັກທີ່ຜ່ານມາຂອງຄົນເຮົາບໍ່ຄືກັນ. ສະນັ້ນແລ້ວ ແຕ່ລະຄົນລ້ວນໃຫ້ນິຍາມຄວາມຮັກທີ່ແຕກຕ່າງກັນ ເຊິ່ງມັນບໍ່ມີຄວາມໝາຍຕາຍຕົວຈຶ່ງສະແດງອອກໄປໄດ້ຫຼາຍແງ່ມຸມນັ້ນເອງ.

ໃນຄວາມສວຍງາມຂອງຄວາມຮັກ ມັນໄດ້ແອບແຝງມຸມກົງກັນຂ້າມທີ່ກໍ່ໃຫ້ຫຼາຍໆຄົນຢ້ານທີ່ຈະສ້າງສາຍສຳພັນກັບຄົນອື່ນທີ່ເຮົາເອີ້ນກັນວ່າ: Philophobia ໂຣກຢ້ານຄວາມຮັກ ເຊິ່ງມາຈາກຄໍາພາສາກຣີກ “Philos” ໝາຍຄວາມວ່າຄວາມຮັກ ແລະ “Phobia” ມີຄວາມໝາຍວ່າຄວາມຢ້ານກົວ ມັນຖືກຈັດເປັນໂຣກສະເພາະຊະນິດໜຶ່ງ ແຕ່ບໍ່ຖືເປັນໂຣກທາງການແພດ. ອາການຂອງຄົນເປັນໂຣກນີ້ຈະຮູ້ສຶກຢ້ານທີ່ຈະມີຄວາມຮັກ ຈົນບໍ່ກ້າທີ່ຈະເລີ່ມຕົ້ນ ຫຼື ເມື່ອເລີ່ມຕົ້ນແລ້ວ ກັງວົນວ່າຕົນຈະບໍ່ສາມາດຮັກສາຄວາມສຳພັນນັ້ນໄວ້ໄດ້ ສົ່ງຜົນເຮັດໃຫ້ຕົນເອງຮູ້ສຶກໂດດດ່ຽວ ຫຼື ຮູ້ສຶກບໍ່ຢາກມີຄວາມຮັກ ເຊິ່ງວ່າອາການດັ່ງກ່າວເກີດຂື້ນໂດຍບໍ່ມີເຫດຜົນ ແລະ ບໍ່ສາມາດຄວບຄຸມຕົນເອງໄດ້.

ໂຣກຢ້ານຄວາມຮັກເກີດມາຈາກຫຼາຍໆປັດໄຈຄື:

1.ເຫດການຝັງໃຈ ຫຼື ປະສົບການໃນອະດີດ

ພວກເຂົາອາດຈະມີປະສົບການທີ່ເຈັບປວດ ຫຼື ຄວາມສໍາພັນບໍ່ສົມຫວັງເຊັ່ນ: ຖືກນອກໃຈ, ຫຼອກລວງ, ຖືກທໍລະຍົດ ​​ຈົນຮູ້ສຶກວ່າບໍ່ຢາກມີຄວາມສຳພັນອີກແລ້ວ ເພາະຢ້ານຈະເຈັບປວດ; ບາງ​ຄົນ​ອາດ​ເຄີຍ​ຜ່ານ​ເຫດການ​ຮ້າຍ​ແຮງ, ບັນຫາ​ຄອບຄົວເຊັ່ນ: ​ຄວາມຮຸນແຮງໃນຄອບຄົວ, ການຢ່າຮ້າງ ຫຼື ເຫັນຄົນອ້ອມຂ້າງຜິດຫວັງໃນເລື່ອງຄວາມຮັກ.

2.ວັດທະນະທຳ, ປະເພນີ ແລະ ສາສະໜາ.

ໃນບາງຂົງເຂດ, ບາງປະເພນີແລ້ວ ຍັງເກີດມີເຫດການບັງຄັບການແຕ່ງງານ ຫຼື ແຕ່ງງານແຕ່ຍັງນ້ອຍໂດຍຮູ້ເທົ່າບໍ່ເຖິງການ ແນ່ນອນເມື່ອຄວາມຮັກເກີດຂຶ້ນດ້ວຍຄວາມບໍ່ພ້ອມ, ບໍ່ເຕັມໃຈ ອາດກາຍເປັນປົມໃນໃຈໃຫ້ພວກເຂົາກຽດຊັງຄວາມຮັກ ແລະ ບໍ່ຢາກມອບຄວາມຮັກໃຫ້ກັບໃຜອີກ.

3.ຢ້ານການຖືກປະຕິເສດ

ຄົນທີ່ເປັນໂຣກຢ້ານຄວາມຮັກ ມັກຈະເບິ່ງວ່າຕົນເອງບໍ່ມີຄຸນຄ່າ, ຂາດຄວາມໝັ້ນໃຈໃນຕົນເອງ, ຄິດວ່າຕົນບໍ່ງາມ, ບໍ່ຫຼໍ່ ຫຼື ຮູ້ສຶກວ່າດີບໍ່ພໍ ແລະ ບໍ່ສົມຄວນຖືກຮັກ ເພາະສະນັ້ນແລ້ວ, ຈຶ່ງຢ້ານວ່າຈະຖືກປະຕິເສດ ແລະ ເລືອກທີ່ຈະປິດກັ້ນຕົນເອງຈາກຄົນອື່ນ.

ລອງມາເບິ່ງນຳກັນວ່າທ່ານມີພຶດຕິກຳເຫຼົ່ານີ້ບໍ? ຖ້າຄຳຕອບສ່ວນຫຼາຍແມ່ນຖືກກັບຕົວທ່ານອາດເປັນໂຣກຢ້ານຄວາມຮັກຢູ່ກໍເປັນໄດ້

1.ມີຄວາມຫວາດລະແວງ ຫຼື ຢ້ານກົວແບບບໍ່ມີເຫດຜົນໃນເລື່ອງຄວາມຮັກ ສະແດງອອກດ້ວຍອາການຮ້ອງໄຫ້, ປວດຮາກ, ຫາຍໃຈຖີ່, ເຫື່ອອອກຫຼາຍ, ປາຍມືປາຍຕີນຊາ ແລະ ມີອາການຄືຈະເປັນວິນ.

2.ຖ້າຜິດຫວັງກັບຄວາມຮັກ ຈະສາມາດກ້າວຕໍ່ໄປໄດ້ ຫຼື ຮູ້ສຶກຝັງໃຈໃນອະດີດຈົນເຮັດໃຫ້ບໍ່ໄວ້ໃຈໃຜໄດ້ງ່າຍໆ

3.ກັງວົນເມື່ອເລີ່ມຄວາມສໍາພັນໃໝ່

4.ເມື່ອຄົນໃໝ່ເຂົ້າມາໃນຊີວິດຈະ​ປະຕິເສດ​ທັນທີ.

5.ບໍ່ຍອມຮັບໃນຄວາມຮູ້ສຶກຂອງຕົນເອງ​, ເກັບຄວາມຮັກໄວ້, ບໍ່ຢາກແບ່ງປັນຄວາມຮູ້ສຶກນັ້ນກັບຄົນອື່ນ.

6.ມີໂລກສ່ວນຕົວ ມັກເຮັດສິ່ງໃດໜຶ່ງຄົນດຽວຫຼາຍກວ່າ.

7.ຫຼີກເວັ້ນສະຖານທີ່ມີຄູ່ຮັກ ແລະ ບໍ່ມັກເຫັນຄົນສະແດງຄວາມຮັກຕໍ່ກັນ.

8.ຄິດວ່າຕົນເອງບໍ່ດີພໍ ບໍ່ສົມຄວນໄດ້ຮັບຄວາມຮັກຈາກຄົນອື່ນ.

9.ຢ້ານການຖືກປະຕິເສດ, ຢ້ານອົກຫັກ, ຢ້ານການແຕກແຍກ ຫຼື ການຢ່າຮ້າງ.

10.ມ່ວນຊື່ນກັບຄວາມສຳພັນທາງກາຍ ແຕ່ຢ້ານການຜູກມັດທາງໃຈ.

ວິທີການແກ້ໄຂມີດັ່ງນີ້:

1.ກ້າປະເຊີນໜ້າ ເມື່ອຮູ້ວ່າຕົນເອງຢ້ານຫຍັງຕ້ອງປະເຊີນກັບມັນ ເມື່ອຮູ້ເຫດຜົນວ່າເປັນຫຍັງຕົນເອງຈຶ່ງໂສດແລ້ວ ຕ້ອງຮູ້ຈັກປັບຕົວ.

2.ເຂົ້າໃຈວ່າຄວາມຮັກແມ່ນທໍາມະຊາດ.

3.ປັບປ່ຽນແນວຄວາມຄິດທັດສະນະຄະຕິໃຫ້ເປັນບວກ ເພາະທຸກຄົນລ້ວນແຕ່ມີຄຸນຄ່າໃນຕົນເອງ.

4.ນອນພັກຜ່ອນໃຫ້ພຽງພໍ, ບໍ່ຄິດຫຼາຍ ແລະ ກິນອາຫານໃຫ້ຄົບ 5 ໝູ່.

5.ເປີດໃຈເພື່ອລອງກິດຈະກຳໃໝ່ໆ ເຊັ່ນ: ອອກກຳລັງກາຍ, ໂຍຄະ, ນັ່ງສະມາທິ, ຫຼີ້ນດົນຕີ ຫຼື ປູກຕົ້ນໄມ້.

6.ລອງໂອ້ລົມສົນທະນາກັບຜູ້ຄົນໃໝ່ໆ ເປີດໃຈຮຽນຮູ້ໂລກໃຫ້ກວ້າງຫຼາຍຂຶ້ນ.

7.ຂໍຄໍາແນະນໍາຈາກຈິດຕະແພດ ຫຼື ຜູ້ຊ່ຽວຊານ ຖ້າຮູ້ສຶກວ່າບໍ່ສາມາດຮັບມືກັບບັນຫາເລື່ອງຄວາມຮັກໄດ້.

ສຸດທ້າຍນີ້, ລອງກັບມາທົບທວນຕົນເອງຄືນວ່າທີ່ໂສດຢູ່ທຸກມື້ນີ້ຍ້ອນຍັງຕ້ອງການໃຊ້ຊີວິດແບບອິດສະຫຼະໂສດແບບສະບາຍໃຈ ຫຼື ຢ້ານການມີຄວາມຮັກກັນແທ້. ແຕ່ແນວໃດກໍຕາມ, ຄວາມຮັກຂອງຄົນສອງຄົນຍ່ອມມີຫຼາຍສີສັນແຕກຕ່າງກັນ ອາດມີມື້ດີ, ມື້ບໍ່ດີປະປົນກັນໄປຢູ່ແລ້ວ, ແຕ່ຄວາມຮັກທີ່ດີທີ່ສຸດກໍຄື ການຮັກຕົນເອງ ເມື່ອເຮົາຮັກຕົນເອງຫຼາຍພໍແລ້ວ ສິ່ງທີ່ດີກໍຈະເຂົ້າມາໃນຊີວິດເຮົາໂດຍບໍ່ຕ້ອງຮ້ອງຂໍແຕ່ຢ່າງໃດ.

ອ້າງອີງແຫຼ່ງທີ່ມາ:

https://cutt.ly/fwiuNsxP

https://cutt.ly/zwiuNCRD

https://cutt.ly/TwiuBA4V

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/