Paypal ເປີດຕົວ Stablecoin ທີ່ມີຜູກກັບສະກຸນເງິນໂດລາ ຢ່າງເປັນທາງການ


ປັດຈຸບັນ Stablecoin ແມ່ນສິ່ງທີ່ມີບົດບາດຫຼາຍໃນການຊຳລະເງິນໃນ Web3 ແລະ ໃນໂລກຂອງອິນເຕີເນັດ. ໂດຍຫຼ້າສຸດ Paypal ບໍລິສັດຍັກໃຫຍ່ດ້ານການຊຳລະເງິນລະດັບໂລກກໍໄດ້ປະກາດເປີດຕົວຫຼຽນ Stablecoin ຊື່ວ່າ PayPal USD (PYUSD) ທີ່ມີສະກຸນເງິນໂດລາຄ້ຳໄວ້ຢ່າງເປັນທາງການເມື່ອວັນຈັນທີ່ຜ່ານມາ.

PayPal USD ຖືກອອກແບບມາເພື່ອເປັນອີກໜຶ່ງທາງເລືອກສຳລັບຄົນທີ່ໃຊ້ Stablecoin ໃນການຊໍາລະເງິນ ແລະ ໄດ້ຜູກກັບສະກຸນເງິນໂດລາ ເຊິ່ງຈະມີລາຄາທຽບເທົ່າເງິນສົດ, ສາມາດແລກປ່ຽນໄດ້ໃນອັດຕາ 1 : 1 ກັບເງິນໂດລາ ແລະ ອອກໂດຍ Paxos Trust Company.

ໂດຍຫຼຽນດັ່ງກ່າວຈະຢູ່ໃນລະບົບ ERC-20 ຂອງ Ethereum ແລະ ຈະພ້ອມເປີດໃຫ້ພ້ອມໃຊ້ງານໃນສະຫະລັດໃນໄວໆນີ້, ຜູ້ໃຊ້ສາມາດໂອນ PYUSD ລະຫວ່າງ PayPal ແລະ ກະເປົາເງິນດິຈິຕອນພາຍນອກທີ່ຮອງຮັບ, ສາມາດໃຊ້ tokens ເພື່ອຈ່າຍຄ່າສິນຄ້າ ແລະ ການບໍລິການຕ່າງໆ ຫຼື ແປງເປັນຫຼຽນອື່ນໆກໍໄດ້ຄືກັນ ບໍ່ຕ່າງຫຍັງກັບການໃຊ້ເງິນໂດລາເລີຍ

ນອກຈາກນີ້ PayPal USD ຍັງຖືກອອກແບບມາເພື່ອລົດຜ່ອນບັນຫາລົດຜ່ອນການຊຳລະເງິນທາງອິນເຕີເນັດ ແລະ ອຳນວຍຄວາມສະດວກໃນການໂອນເງິນຕ່າງໆ ບໍ່ວ່າຈະເປັນພາຍໃນປະເທດ ຫຼື ຕ່າງປະເທດ ແລະ ພ້ອມທີ່ຈະເປັນ Stablecoin ທີ່ໃຫຍ່ທີ່ສຸດໃນໂລກ. ໂດຍ Stablecoin ໃນປັດຈຸບັນຈະເປີດບໍລິການໃຫ້ພຽງແຕ່ໃນ Web3 ເທົ່ານັ້ນ ແລະ ຈະເປີດໃຫ້ໃຊ້ງານໃນແອັບ venom ໃນໄວໆນີ້.

ທີ່ມາ:

prnewswire

coindesk

paypal

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/