ດື່ມເຫຼົ້າເປັນເຫດ! ເອົາມີດປາດແຂນຮ່ວມສັນຍາສາບານເປັນອ້າຍນ້ອງກັນ ສຸດທ້າຍແຈ້ງກູ້ໄພເພາະເລືອດໄຫຼບໍ່ເຊົາ


ສອງໜຸ່ມດື່ມເຫຼົ້າເວົ້າລົມກັນຈົນຖືກຄໍ ຈົນມີຄວາມສະໜິດແໜ້ນກັນໃນວົງເຫຼົ້າ ຢອກຫົວກັນແບບໝູ່ແບບອ້າຍນ້ອງ, ຈາກນັ້ນ ກໍມີຄວາມຄິດຢາກສາບານຮ່ວມກັນ ຈົນເອົາມີດມາປາດແຂນ ເພື່ອເປັນການຮ່ວມສາບານວ່າຈະເປັນອ້າຍນ້ອງກັນຕະຫຼອດໄປ.

ແຕ່ເລື່ອງບໍ່ໄດ້ຈົບພຽງເທົ່ານີ້ ຫຼັງຈາກທີ່ສອງຄົນນີ້ຮ່ວມສາບານກັນແລ້ວ ເລືອດໃນແຂນໄດ້ໄຫຼອອກມາແບບບໍ່ຢຸດ ຫຼື ນານຢຸດ ໃນທີ່ສຸດກໍໄດ້ເອີ້ນໜ່ວຍກູ້ໄພມາເຮັດປະຖົມພະຍາບານ ທັງສອງຄົນມີບາດຢູ່ແຂນເບື້ອງຊ້າຍ ສອບຖາມໂດຍລວມວ່າ ໃຊ້ມີດປາດແຂນເພື່ອສາບານຜູກສ່ຽວເປັນອ້າຍນ້ອງກັນຕະຫຼອດໄປ.

ຊາຍສອງຄົນນີ້ ອາຍຸ 42 ປີ ແລະ 34 ປີ ເຊິ່ງຮູ້ຈັກກັນໄດ້ປະມານ 1 ເດືອນ ໄດ້ມີໂອກາດດື່ມເຫຼົ້ານຳກັນຫຼາຍຄັ້ງ ຈຶ່ງຖືກໃຈເຄົາລົບນັບຖືເຊິ່ງກັນ ແລະ ກັນ. ໃນມື້ເກີດເຫດເປັນມື້ພັກ ຈຶ່ງພາກັນອອກໄປດື່ມເຫຼົ້ານຳກັນ ເຊິ່ງສອງຄົນຖືກຊະຕາກັນຢ່າງຈິງຈັງ ຈຶ່ງພາກັນສັນຍາວ່າຈະເປັນອ້າຍນ້ອງກັນ.

ຫຼັງຈາກນັ້ນ ທັງສອງຈຶ່ງໄດ້ນຳເຫຼົ້າຖອກໃສ່ແກ້ວ ຕື່ມນ້ຳມົນທີ່ຕົນເອງມີຢູ່ ແລ້ວຕ່າງຄົນຕ່າງໃຊ້ມີດປາດແຂນເບື້ອງຊ້າຍຕົນເອງ ເພື່ອໃຫ້ເລືອດໄຫຼຢອດລົງມາເລັກໜ້ອຍ ເພື່ອປະສົມກັບນ້ຳມົນແລ້ວກໍດື່ມ ແລ້ວກໍໄດ້ສາບານຈະເປັນອ້າຍນ້ອງກັນ ຮັກກັນ ຕະຫຼອດໄປ.

ເມື່ອປາດແຂນແລ້ວ ທັງສອງໄດ້ສັງເກດເຫັນບາດຂອງຕົນເອງຢູ່ແຂນຂອງນ້ອງຮ່ວມສາບານໄຫຼແບບບໍ່ຢຸດ ສ່ວນຕົນເອງກໍປາດແຂນບໍ່ແຮງຈຶ່ງມີບາດບໍ່ເລິກເທົ່າທີ່ຄວນ. ຈາກນັ້ນ ຈຶ່ງຮີບພານ້ອງຮ່ວມສາບານມາຂໍຄວາມຊ່ວຍເຫຼືອກັບໜ່ວຍກູ້ໄພ ໃຫ້ຊ່ວຍສົ່ງໄປໂຮງໝໍ ເພື່ອປົວບາດ.

ຂອບໃຈຂໍ້ມູນຈາກ: ໂຫນກະແສ  

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/