ປະເທດຍີ່ປຸ່ນ ໃຫ້ຄ່າແຮງພະນັກງານຕ່າງປະເທດ ແພງທີ່ສຸດໃນອາຊີ ຕົກປີລະປະມານ 370,183 ໂດລາ ຫຼື ປະມານ 7 ພັນກວ່າລ້ານກີບ


ECA International ບໍລິສັດທິ່ປຶກສາດ້ານຊັບພະຍາກອນບຸກຄົນລະດັບນານາຊາດ ໄດ້ເຮັດການສຳຫຼວດຜົນຕອບແທນຂອງພະນັກງານຕ່າງປະເທດ (Expats) ຈໍານວນ 10,000 ຄົນ ທີ່ໄດ້ເຮັດວຽກໃນບໍລິສັດຂ້າມຊາດຈຳນວນ 340 ບໍລິສັດ ປະຈຳປີ 2022 ພົບວ່າ ປະເທດ ຍີ່ປຸ່ນ ກາຍເປັນປະເທດທີ່ເຮັດອັດຕາຕອບແທນເງິນເດືອນ ແລະ ສະຫວັດດີການສູງທີ່ສຸດໃນອາຊີ.

ຜົນສຳຫຼວດລາຍໄດ້ຂອງ Expat ຂອງ ECA ພົບວ່າຄ່າຕອບແທນໃນປະເທດຍີ່ປຸ່ນສະເລ່ຍຢູ່ທີ່ປະມານປີລະ 370,183 ໂດລານັ້ນເອງ ເຊິ່ງລາຍໄດ້ດັ່ງກ່າວນັ້ນຕ່ຳກວ່າຄ່າສະເລ່ຍປີທີ່ຜ່ານມາ 12% ອັນທີ່ມີສາເຫດມາຈາກຄ່າເງິນເຢນທີ່ອ່ອນຄ່າໄປແລ້ວກວ່າ 9% ໃນປີນີ້ ເຊິ່ງເຮັດໃຫ້ເງິນຕອບແທນ, ມູນຄ່າສະຫວັດດີການທີ່ໄດ້ຮັບ ແລະ ພາສີທີ່ຕ້ອງຈ່າຍ ລົດລົງໄປຫຼາຍກວ່າ 10%.

ຜົນຕອບແທນໃນອາຊີໂດຍລວມແລ້ວເພີ່ມຂຶ້ນສະເລ່ຍ 7% ລະຫວ່າງປີ 2021 ຮອດ 2022 ເມື່ອທຽບເປັນສະກຸນເງິນທ້ອງຖິ່ນ ຍົກເວັ້້ນໃນປະເທດຈີນ, ຮ່ອງກົງ ແລະ ລາວ ທີ່ມີອັດຕາຜົນຕອບແທນຂອງແຮງຄົນຕ່າງປະເທດລົດລົງໃນປີກ່ອນ.

ໂດຍໃນປີ 2565 ທີ່ຜ່ານມາ ໃນບາງປະເທດຂອງພູມີພາກອາຊີປະສົບບັນຫາອັດຕາເງິນເຟີ້ທີ່ສູງຂຶ້ນ ເຮັດຫຼາຍບໍລິສັດຕ້ອງພີຈາລະນາປັບຂຶ້ນຄ່າແຮງ ເພື່ອໃຫ້ແນ່ໃຈວ່າລູກຈ້າງຕ່າງຊາດ ສາມາດໃຊ້ຊີວິດດ້ວຍຄ່າຄອງຊີບທີ່ພຽງພໍ ເຊັ່ນ ປະເທດສິງກະໂປ ໃນປີກ່ອນມີການປັບຂຶ້ນອັດຕາຜົນຕອບແທນ 4% ຈາກປີ 2022 ເພື່ອຕໍ່ສູ້ກັບຄ່າຄອງຊີບທີ່ສູງຂຶ້ນ.

ໂດຍປະເທດຍີ່ປຸ່ນ ເປັນອັນດັບ 1 ໃນອາຊີ, ອັນດັບ 2 ຕົກເປັນຂອງປະເທດ ອິນເດຍ ທີ່ມີຜົນຕອບແທນຢູ່ທີ່ 354,028 ໂດລາ ແລະ ອັນດັບ 3 ເປັນຂອງປະເທດ ຈີນ ມີຜົນຕອບແທນຢູ່ທີ່ 313,011 ໂດລາ ຢ່າງໃດກໍຕາມປະເທດຍີ່ປຸ່ນ ຍັງຄອງອັນດັນ 2 ຂອງໂລກອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/