One Piece ສ້າງສະຖິຕິໃໝ່! ໂດຍການເຮັດຍອດຂາຍມັງງະ ທົ່ວໂລກກວ່າ 500 ລ້ານເຫຼັ້ມ


One Piece ຖືວ່າເປັນມັງງະທີ່ເປັນຕຳນານແລະປະສົບຄວາມສຳເລັດເລື່ອງໜຶ່ງຂອງໂລກ ເພາະມັນໄດ້ສ້າງເມັດເງິນຢ່າງມະສານໃຫ້ກັບຜູ້ສ້າງ ພ້ອມກັບມີຖານແຟນຄລັບທົ່ວທຸກມຸມໂລກ.

ບໍ່ວ່າຈະຫັນໄປທາງໃດຖ້າເວົ້າເຖິງມັງງະ ຫຼື ອະນິເມະ ເຊື່ອວ່າຫຼາຍໆ ຄົນຕ້ອງນຶກເຖິງ One Piece ເປັນອັນດັບຕົ້ນໆ ທີ່ຢູ່ໃນໃຈ ຫຼືຄວາມຄິດຢ່າງແນ່ນອນ ແລະ ມັນກໍໄດ້ກາຍເປັນມັງງະລະດັບຕຳນານຂອງແຟນຄລັບມັງງະທົ່ວໂລກໄປແລ້ວ.

ໂດຍ One Piece ກໍໄດ້ສ້າງສະຖິຕິໃໝ່ອີກຄັ້ງໂດຍການເຮັດຍອດຂາຍມັງງະ ກວ່າ 500 ລ້ານເຫຼັ້ມໄປໃນທົ່ວໂລກ.

ກ່ອນໜ້ານີ້ໃນປີ 2019  One Piece ກໍເຄີຍເຮັດຍອດຂາຍມັງງະກວ່າ 450 ລ້ານເຫຼັມທົ່ວໂລກມາແລ້ວ, ຫຼັງຈາກນັ້ນມາຮອດປີ 2022 ນີ້ ຈາກສະແສທີ່ຍັງຮ້ອນແຮງ ເຮັດໃຫ້ຍອດຂາຍເພີ່ມເປັນ ກວ່າ 500 ລ້ານເຫຼັ້ມ ເຊິ່ງມັນສະແດງໃຫ້ເຫັນວ່າພຽງໃນໄລຍະ 3 ປີ ມັງງະເລື່ອງນີ້ກໍສາມາດເຮັດຍອດຂາຍໄປແລ້ວ ກວ່າ 50 ລ້ານເຫຼັ້ມ.

ຈາກຄວາມສຳເລັດນີ້ເຮັດໃຫ້ One Piece ສາມາດແຊງໜ້າຄອມມິກ ຊື່ງດັງຂອງ DC ຢ່າງ “Batman” ທີ່ມີຍອດຂາຍທົ່ວໂລກລວມແລ້ວປະມານ 460 ລ້ານເຫຼັ້ມ.

ນອກຈາກນີ້ກໍກຳລັງໄລ່ຫຼັງຄອມມິກຊື່ດັງຂອງໂລກ “Superman” ທີ່ໄດ້ຊື່ວ່າເປັນສຸດຍອດ Super Hero ອຳມະຕະຕະຫຼອດການທີ່ມີຍອດຂາຍຢູ່ທີ່ປະມານ 600 ລ້ານເຫຼັ້ມທົ່ວໂລກ.

ຕອນນີ້ ມັງງະ One Piece ກໍດຳເນີນເລື່ອງມາຮອດຕອນທີ 1044 ແລະ ອະນິເມະກໍຮອດ ຕອນ 1000+ ແລ້ວ ບວກກັບເນື້ອເລື່ອງຂອງກຸ່ມໂຈນສະລັດໝວກເຟືອງກໍກຳລັງເຂັ້ມຂຸ້ນ ຈົນເຮັດໃຫ້ບັນດາແຟນຄລັບລຸ້ນລະທຶກໄປນຳແຕ່ລະຕອນ.

ທັງນີ້ ເຊື່ອວ່າຄວາມສຳເລັດຂອງ One Piece ແມ່ນຈະບໍ່ຢຸດພຽງເທົ່ານີ້ ແລະ ມັນຍັງຈະສານຕໍ່ຄວາມໂດ່ງດັງໄປເລື້ອຍໆ ຈົນສາມາດກາຍເປັນອີກໜຶ່ງຕຳນານທີ່ມີຄຸນຄ່າຂອງໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/