ປະເທດລາວຕິດອັນດັບທີ 95 ປະເທດທີ່ມີຄວາມສຸກທີ່ສຸດໃນໂລກປີ 2022


ເມື່ອບໍ່ດົນມານີ້ ໄດ້ມີການລາຍງານປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ໂດຍອົງການສະຫະປະຊາຊາດ (UN) ປະຈຳປີ 2022 ຈາກ 150 ປະເທດ ແລະ ປະເທດລາວແມ່ນໄດ້ອັນດັບທີ 95 ຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ. ການສຳຫຼວດດັ່ງກ່າວ, ຈະເປັນການສອບຖາມຄວາມຮູ້ສຶກຂອງປະຊາຊົນວ່າມີຄວາມສຸກຫຼາຍ ຫຼື ໜ້ອຍເທົ່າໃດ ລວມໄປເຖິງຂໍ້ມູນທາງເສດຖະກິດ ແລະ ສັງຄົມ ເປັນຕົ້ນແມ່ນ GDP.

ນັບໄດ້ວ່າ ເປັນອີກການຈັດອັນດັບທີ່ສຳຄັນ ແລະ ຫຼາຍຄົນທົ່ວໂລກໃຫ້ຄວາມສົນໃຈເປັນພິເສດ ໄດ້ຮັບຮູ້ວ່າປະເທດຂອງຕົນຢູ່ໃນອັນດັບທີເທົ່າໃດ ສະແດງໃຫ້ເຫັນເຖິງລະບົບການເມືອງຊີວິດການເປັນຢູ່ ຈົນໄປເຖິງເສດຖະກິດຂອງປະເທດ ແລະ ປະເທດໃດທີ່ຢູ່ໃນອັນດັບທ້າຍໆ ກໍອາດຈະເປັນອີກວິທີໜຶ່ງທີ່ຈະເຮັດໃຫ້ປະເທດນັ້ນ ພັດທະນາ, ປັບປຸງ ແລະ ແກ້ໄຂ ໃຫ້ປະເທດຕົນຕິດອັນອັບຕົ້ນໆຂອງໂລກ.

ສ່ວນປະເທດທີ່ມີຄວາມສຸກທີ່ສຸດກໍຄື ປະເທດຟິນແລນ ເຊິ່ງຄອງແຊ້ມມາ 5 ປີຕິດຕໍ່ກັນແລ້ວ ແລະ ຫຼາຍປະເທດທົ່ວໂລກກໍເຫັນດີ ທີ່ປະເທດນີ້ຕິດອັນດັບ 1 ມາໂດຍຕະຫຼອດ ເພາະໂຄງສ້າງປະເທດຟິນແລນ ເກືອບທຸກດ້ານລ້ວນແລ້ວແຕ່ມີຄວາມຈະເລີນພັດທະນາ.

ອັນດັບ 2 ແມ່ນປະເທດເດນມາກ: ເຊິ່ງເປັນອີກປະເທດໜຶ່ງທີ່ມີຄວາມໂດດເດັ່ນ ບໍ່ວ່າຈະເປັນການທ່ອງທ່ຽວ ຫຼື ຊີວິດການເປັນຢູ່ ລວມໄປເຖິງການໃຊ້ລະບົບເສດຖະກິດແບບເສລີນິຍົມ ແລະ ເປັນລັດສະຫວັດດີການຂະໜາດໃຫຍ່ ມີສະຫວັດດີການແກ່ປະຊາຊົນຢ່າງຫຼວງຫຼາຍ.

ອັນດັບ 3  ແມ່ນປະເທດໄອຊ໌ແລນ: ເວົ້າໄດ້ເລີຍວ່າເສດຖະກິດປະເທດນີ້ ກ້າວກະໂດດຂັ້ນເຕີບໃຫຍ່ຂະຫຍາຍຕົວຢ່າງໂດດເດັ່ນ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ລະບົບການເມືອງ-ສັງຄົມ ກໍສົມບູນແບບ.

ອັນດັບ 4 ປະເທດສະວິດເຊີແລນ: ມີຫຼາຍດ້ານທີ່ປະເທດນີ້ໂດດເດັ່ນ ຄຸນະພາບການສຶກສາກໍດີ ລວມໄປເຖິງທັດສະນີຍະພາບກໍສວຍງາມລະດັບແຖວໜ້າຂອງໂລກກໍວ່າໄດ້ ເຊິ່ງຜ່ານມາກໍຕິດອັນດັບຕົ້ນໆມາຕະຫຼອດ.

ອັນດັບ 5 ປະເທດເນເທີແລນ: ເປັນປະເທດທີ່ມີໂຄງສ້າງຄົມມະນາຄົມ ແລະ ທ່າເຮືອ ທີ່ມີຄວາມສາມາດກະຈາຍສິນຄ້າໄປຍັງປະເທດຕ່າງໆໃນຢູໂຣບດ້ວຍຄວາມວ່ອງໄວ, ເປັນປະເທດທີ່ເປີດເສລີການຄ້າ ແລະ ການລົງທຶນແກ່ຕ່າງຊາດ ລວມທັງທຸລະກິດຂອງປະເທດນອກສະຫະພາບຢູໂຣບ ແລະ ມີຂໍ້ຕົກລົງດ້ານພາສີກັບຫຼາຍປະເທດ.

ເບິ່ງອັນດັບອື່ນໆໄດ້ທີ່: https://happiness-report.s3.amazonaws.com/2022/WHR+22.pdf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/