Facebook ອະນຸຍາດໃຫ້ບາງປະເທດ ໂພສເນື້ອຫາທີ່ຮຸນແຮງຕໍ່ທະຫານ ແລະ ນັກການເມືອງຣັດເຊຍໄດ້


ຜ່ານມາ Facebook ແລະ Instagram ໄດ້ມີຄວາມພະຍາຍາມມາຕະຫຼອດໃນການບໍ່ສະໜັບສະໜູນຄວາມຮຸນແຮງທຸກປະເພດ ແລະ ໄດ້ມີການຄັດແຍກ, ປິດກັ້ນ ຫຼື ລຶບໂພສຕ່າງໆ ທີ່ສະແດງເຖິງຄວາມຮຸນແຮງ ອອກຈາກແພລັດຟອມ. ແຕ່ເນື່ອງຈາກສະຖານະການປັດຈຸບັນ ເຮັດໃຫ້ທາງບໍລິສັດປີ້ນຄຳເວົ້າຕົນເອງ ປ່ຽນຂໍ້ກຳນົດໃນບາງປະເທດ ອະນຸຍາດໃຫ້ສາມາດໂພສເນື້ອຫາທີ່ມີຄວາມຮຸນແຮງຕໍ່ທະຫານຣັດເຊຍ ແລະ ນັກການເມືອງຣັດເຊຍເຊັ່ນ ການເວົ້າເຖິງ ວາລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ເປັນຕົ້ນ.

ສຳນັກຂ່າວ Reuter ລາຍງານວ່າ Meta ໄດ້ສົ່ງຈົດໝາຍໃຫ້ຜູ້ເບິ່ງແຍງເນື້ອຫາຂອງ Facebook ແລະ Instagram ເລື່ອງການປ່ຽນນະໂຍບາຍກ່ຽວກັບການສ້າງຄວາມກຽດຊັງ ໂດຍລະບຸວ່າ: “ຈາກຜົນທີ່ຣັດເຊຍໃຊ້ກຳລັງທະຫານບຸກເຂົ້າໄປໃນຢູເຄຣນ ເຮົາຈະອະນຸຍາດໃຫ້ສາມາດສະແດງຄວາມຄິດເຫັນທາງດ້ານການເມືອງ ທີ່ປົກກະຕິແລ້ວຈະເປັນການລະເມີດກົດລະບຽບຂອງເຮົາໄດ້”.

Meta ເນັ້ນວ່າໂພສທີ່ໄດ້ຮັບອະນຸຍາດນັ້ນໄດ້ແກ່ 1. ມຸ່ງເປົ້າໄປທີ່ທະຫານຣັດເຊຍ , 2. ເນື້ອຫາທີ່ມີຄວາມຊັດເຈນວ່າກ່ຽວຂ້ອງກັບການບຸກເຂົ້າຢູເຄຣນ. ຢ່າງໃດກໍຕາມການໂພສຄວາມຮຸນແຮງເຖິງປະຊາຊົນຣັດເຊຍທົ່ວໆໄປ ຍັງຖືເປັນການຜິດກົດລະບຽບຄືເກົ່າ.


ບັນດາປະເທດທີ່ Meta ອະນຸຍາດໃຫ້ຍົກເລີກກົດຊົ່ວຄາວນີ້ໄດ້ແກ່: ອາເມເນຍ(Armenia), ອາເຊີ ໄບຈັນ (Azerbaijan), ເອັສໂຕເນຍ (Estonia), ຈໍເຈຍ (Georgia), ຮົງກາຣີ (Hungary), ລັດເວຍ (Latvia), ລິທົວເນຍ (Lithuania), ໂປແລນ (Poland), ໂຣມາເນຍ (Romania), ສະໂລວາເກຍ (Slovakia), ຣັດເຊຍ (Russia) ແລະ ຢູເຄຣນ (Ukraine).

ຫຼັງ​ຈາກ​ການ​ປະກາດ​ຂອງ Meta, ສະຖານທູດ​ຣັດ​ເຊຍ​ປະຈຳ​ອາ​ເມ​ຣິ​ກາ​ໄດ້​ຕອບ​ໂຕ້​ຜ່ານ​ທາງ Twitter, ​​ວ່າ: ພວກເຮົາຕ້ອງການໃຫ້ເຈົ້າໜ້າທີ່ສະຫະລັດ ຢຸດການການກະທຳຫົວຮຸນແຮງແບບນີ້ຂອງ Meta, ເຊິ່ງຜູ້ໃຊ້ Facebook ແລະ Instagram ບໍ່ໃຫ້ສິດກັບເຈົ້າຂອງແພລັດຟອມເຫຼົ່ານີ້ ໃນການກໍານົດເງື່ອນໄຂສໍາລັບການເປີດເຜີຍຄວາມຈິງ ແລະ ສ້າງຄວາມຂັດແຍ້ງລະຫວ່າງປະເທດ.

        ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/