ສານຣັດເຊຍຕັດສິນໃຫ້ “Meta” ເປັນອົງກອນຫົວຮຸນແຮງຄືກັບກຸ່ມ ISIS ແລະ ຖືກແບນການດຳເນີນການພາຍໃນປະເທດ


ນັບຕັ້ງແຕ່ຣັດເຊຍເປີດສາກໂຈມຕີຢູເຄຣນ ໃນວັນທີ 24 ກຸມພາ ຈົນມາເຖິງປັດຈຸບັນນີ້ ບັນຫາຄວາມຂັດແຍ້ງຂອງສອງປະເທດນີ້ກໍຍັງດຳເນີນຢູ່ ແລະ ໃນໄລຍະທີ່ຜ່ານມາຫຼາຍຝ່າຍກໍໄດ້ອອກມາດຕະການຂວ້ຳບາດຣັດເຊຍ.

ເພື່ອເປັນການຕອບໂຕ້ການບຸກໂຈມຕີຢູເຄຣນ ບໍສັດສື່ມີເດຍລະດັບໂລກຢ່າງ Meta ກໍເປັນໜຶ່ງໃນນັ້ນ ທີ່ໄດ້ມີການປິດໂຄສະນາຊວນເຊື່ອຂອງລັດຖະບານຣັດເຊຍໃນແພລັດຟອມຕ່າງໆ ຂອງ Meta ຢູ່ຕະຫຼອດມາ.

ຈາກກໍລະນີດັ່ງກ່າວເຮັດໃຫ້ຣັດເຊຍຕັດສິນໃຈປະກາດປິດກັ້ນການເຂົ້າເຖິງທັງ Facebook ແລະ Instagram ເພື່ອເປັນການຕອບໂຕ້ກັບບັນດາແພລັດຟອມດັ່ງກ່າວ.

ຫຼ້າສຸດບັນຫານີ້ເບິ່ງຄືວ່າຈະຍັງບໍ່ຈົບງ່າຍໆ ຊ້ຳບໍ່ໜຳກັບໜັກຂຶ້ນໄປອີກ ເມື່ອວັນທີ 21 ມີນາທີ່ຜ່ານມາ ສານຂອງຣັດເຊຍໄດ້ມີຄຳສັ່ງຕັດສິນໃຫ້ບໍລິສັດຄູ່ກໍລະນີຢ່າງ Meta ເປັນ “ອົງກອນຫົວຮຸນແຮງ” ຂອງປະເທດ ແລະ ຖືກແບນການດຳເນີນການໃນຣັດເຊຍ.

ການຕັດສິນໃຈໃນຄັ້ງນີ້ໝາຍຄວາມວ່າໃນປັດຈຸບັນຣັດເຊຍໄດ້ຈັດປະເພດບໍລິສັດ Meta ໃຫ້ຢູ່ໃນລະດັບບໍ່ໜ້າປະສົງເຊັ່ນດຽວກັນກັບກຸ່ມຕິດອາວຸດຢ່າງ ISIS.

ດ້ວຍເຫດນີ້ເຮັດໃຫ້ Meta ກາຍເປັນບໍລິສັດເທັກໂນໂລຢີຕ່າງປະເທດແຫ່ງທຳອິດທີ່ຖືກກົດໝາຍຂອງຣັດເຊຍຕັດສິນແບບນີ້.

ຢ່າງໃດກໍຕາມ ເບິ່ງຄືວ່າຜົນການຕັດສິນພິຈາລະນາຄະດີໃນຄັ້ງນີ້ ຈະບໍ່ລາມໄປຮອດ WhatsApp ເຊິ່ງເປັນໜຶ່ງໃນແພລັດຟອມການສົນທະນາຍອດຮິດຂອງ Meta.

ແລະທາງຣັດເຊຍກໍຍັງຢືນຢັນອີກວ່າ ຫາກຄົນທີ່ຖືກຈັບໄດ້ວ່າໃຊ້ແພລັດຟອມທີ່ຖືກແບນ ແມ່ນຈະບໍ່ຖືກດຳເນີນຄະດີໃດໆ ເນື່ອງຈາກຊາວຣັດເຊຍສ່ວນຫຼາຍແມ່ນຈະພະຍາຍາມຫຼີກເວັ້ນການແບນໂຊຊຽວມີເດຍໂດຍການໃຊ້ VPN.

“ການໃຊ້ຜະລິດຕະພັນ Meta ໂດຍບຸກຄົນແລະນິຕິບຸກຄົນບໍ່ຄວນຖືວ່າເປັນການເຂົ້າຮ່ວມໃນກິດຈະກຳສຸດຂົ້ວ” ໂຄສົກໄອຍະການຂອງຣັດເຊຍໄດ້ກ່າວ.

ແລະບັນຫາຄັ້ງນີ້ເບິ່ງຄືວ່າຈະບໍ່ຈົບລົງພຽງແຕ່ກັບບໍລິສັດ Meta ເພາະໃນໄລຍະທີ່ຜ່ານມາ ແພລັດຟອມວິດີໂອຍອດຮິດຢ່າງ YouTube ເອງ ກໍເບິ່ງຄືວ່າຈະມີບັນຫາຄ້າຍໆກັນກັບຣັດເຊຍອີກດ້ວຍ.

ທັງນີ້ ຫຼາຍຝ່າຍຈຶ່ງເບິ່ງວ່ານີ້ອາດເປັນດັ່ງ “ສັນຍານເຕືອນຂັ້ນສຸດທ້າຍ” ຕໍ່ YouTube ແລະ ບໍລິສັດແມ່ຢ່າງ Google ໄປພ້ອມໆກັນກໍເປັນໄດ້.

ເບິ່ງຄືວ່າເຄື່ອນໄຫວນີ້ເອີ້ນໄດ້ວ່າເປັນການສະແດງຈຸດຢືນຂອງບໍລິສັດຊັ້ນນຳຂອງໂລກທີ່ຈະຢືນຢູ່ຄົນລະຟາກກັບຣັດເຊຍ ບວກກັບມາດຕະການຂວໍ້າບາດຈາກຕ່າງປະເທດ ຈຶ່ງເຮັດໃຫ້ປັດຈຸບັນ ຣັດເຊຍເປັນທີ່ຈັບຕາຂອງຫຼາຍໆປະເທດ. ເຖິງຢ່າງໃດກໍຕາມ ເຮົາກໍຕ້ອງຖ້າເບິ່ງຕໍ່ໄປວ່າ ຈະມີບໍລິສັດໃດແດ່ ທີ່ຈະອອກມາແບນຣັດເຊຍອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/