ONE OK ROCK ປ່ອຍຕົວຢ່າງ ແລະ ມື້ສາຍສາລະຄະດີ FLIP A COIN


ເຊົ້າຂອງວັນພຸດທີ່ຜ່ານມາ ວົງຣັອກລະດັບອິນເຕີຢ່າງ ONE OK ROCK ໄດ້ປ່ອຍຕົວຢ່າງ ແລະ ມື້ສາຍສາລະຄະດີຂອງຕົນເອງຊື່ວ່າ FLIP A COIN ເປັນທີ່ຮຽບຮ້ອຍ!

ONE OK ROCK ເປັນໜຶ່ງໃນວົງຣັອກຊື່ດັງຈາກປະເທດຍີ່ປຸ່ນ ທີ່ໄດ້ມີໂອກາດເຊັນສັນຍາກັບຄ້າຍເພງສາກົນລະດັບໂລກຢ່າງ Warner Bros. Record ທີ່ມີສິລະປິນລະດັບໂລກທີ່ມີຊື່ສຽງເຊັ່ນ Ed Sheeran, ເຊິ່ງພາຍຫຼັງພວກເຂົາກໍໄດ້ມາຮ່ວມສ້າງຜົນງານເພງນຳກັນຊື່ວ່າ Renegades. ດ້ວຍຄວາມສາມາດທີ່ຫຼາກຫຼາຍຂອງສະມາຊິກໃນວົງ ແລະ ທັກສະການເວົ້າພາສາອັງກິດຂອງນັກຮ້ອງນຳຢ່າງ TAKA ການສ້າງຜົນງານເພງຂອງພວກເຂົາຈຶ່ງເປັນແນວປະສົມປະສານລະຫວ່າງພາສາຍີ່ປຸ່ນ ແລະ ພາສາອັງກິດ. ເຊິ່ງຖ້າກັບໄປເບິ່ງຕັ້ງແຕ່ປີ 2005 ແລ້ວ, ສະໄຕລ໌ການປະພັນບົດເພງແນວນີ້ຖືວ່າແຕກຕ່າງຫຼາຍໃນເມື່ອກ່ອນ. ຍ້ອນເຫດນັ້ນ ມັນຈຶ່ງເປັນປັດໄຈຫຼັກທີ່ເຮັດໃຫ້ພວກເຂົາຖືກຈັບຕາເບິ່ງຈາກທັງຜູ້ຊົມ ແລະ ສິລະປິນທົ່ວໂລກ.

ໃນປີ 2013 – 2014, ONE OK ROCK ໄດ້ປ່ອຍອາລະບ້ຳຊື່ວ່າ Jinsei×Boku= (人生×僕)= ເຊິ່ງເພງໜຶ່ງຈາກອາລະບ້ຳໄດ້ຖືກຄັດເລືອກໄປເປັນເພງປະກອບຮູບເງົາດັງເລື່ອງ Rurouni Kenshin (2012). ຈາກນັ້ນຫົນທາງລະດັບໂລກກໍໄດ້ເປີດຂຶ້ນ ເມື່ອເພງ The Beginning ທີ່ເປັນເພງປະກອບໃນຮູບເງົາໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນຢູທູບ ແລະ ມັນໄດ້ເຂົ້າເຖິງຜູ້ຊົມໃນເຂດຕາເວັນຕົກ ຈົນໄດ້ກາຍເປັນໜຶ່ງໃນເອັມວີເພງຍີ່ປຸ່ນທີ່ໄດ້ຍອດວິວທະລຸ 100 ລ້ານ.

ພາຍຫຼັງພວກເຂົາກໍໄດ້ຮັບໂອກາດໄປທົວຄອນເສີດທົ່ວທະວີບຢູໂຣປ, ຕໍ່ມາດ້ວຍການທົວ Vans Warp Tour 2014 ທີ່ໄດ້ໄປທົ່ວສະຫະລັດອາເມຣິກາ ຈົນເປັນທີ່ເວົ້າເຖິງທົ່ວວົງການເພງຣັອກ. ນອກຈາກນີ້ ພວກເຂົາກໍໄດ້ຮ່ວມງານກັບໂປຣດິວເຊີລະດັບຜູ້ຊະນະຮາງວັນ Grammy Award ເຖິງ 2 ສະໄໝຊ້ອນຢ່າງ John Feldmann ແລະ ນຳພາໃຫ້ພວກເຂົາເຂົ້າສູ່ແນວເພງສະໄຕລ໌ຕາເວັນຕົກ ກັບການເຊັນສັນຍາກັບຄ້າຍໃຫຍ່ລະດັບໂລກຢ່າງ Fueled By Ramen ເປັນເຄືອຂອງຄ້າຍບັນເທີງ Warner Music Group ສົ່ງຜົນໃຫ້ພວກເຂົາໄດ້ຮ່ວມງານກັບສິລະປິນດັງໃນຄ້າຍບໍ່ວ່າຈະເປັນ 5 Seconds of Summer, Avril Lavigne ແລະ All Time Low ໃນອາລະບ້ຳ Ambitions.

ດ້ວຍເສັ້ນທາງຕັ້ງແຕ່ເລີ່ມຕົ້ນຈາກປະເທດຍີ່ປຸ່ນ ສູ່ການປະສົບຄວາມສຳເລັດຕ່າງໆ ບໍ່ວ່າຈະເປັນລະດັບປະເທດໄປຮອດລະດັບໂລກ ທັງໝົດນີ້ອາດຈະຖືກນຳມາສະເໜີໃນສາລະຄະດີ FLIP A COIN ກໍໄດ້. ເຊິ່ງຕົວສາລະຄະດີນັ້ນຈະເປີດສາຍສະເພາະໃນຊ່ອງທາງ NETFLIX ວັນທີ 21 ຕຸລານີ້. ເຮົາມາຮັບຊົມຕົວຢ່າງເພື່ອກະກຽມຖ້າຄວາມພ້ອມກັນດີກວ່າທີ່: https://cutt.ly/8EhSDsb

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/