ບໍ່ທຳມະດາ! ຊາຈາກ “ສວນຊາ 36” ຂອງ ສປປ ລາວ ຊະນະເລີດການແຂ່ງຂັນຊາໂລກ 2021


ເປັນອີກເລື່ອງທີ່ໜ້າຍິນດີ ແລະ ພາກພູມໃຈ ສຳລັບປະເທດລາວເຮົາ, ຊາຈາກສວນຊາ 36 ຂອງ ສປປ ລາວ ໄດ້ຮັບຫຼຽນຄຳ ຫຼື ຮາງວັນຊະນະເລີດ ຈາກການແຂ່ງຂັນຊາໂລກ 2021 (World Tea Championship 2021) ໃນສາຂາຊາແດງ, ເຊິ່ງເປັນຜະລິດຕະພັນຊາບູຮານຂອງບໍລິສັດ ລາວ ທີຊິກ ມາເນີ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ. ນອກຈາກນີ້ ຍັງໄດ້ຖືກເຊີນເຂົ້າຮ່ວມພິທີມອບຮາງວັນ ແລະ ງານວາງສະແດງອຸດສາຫະກຳຊາໂລກ ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ສະຫະລັດອາເມຣິກາໃນໄວໆນີ້ອີກພ້ອມ.

ຄະນະກຳມະການຈັດການແຂ່ງຂັນຊາໂລກໄດ້ກ່າວໃນຈົດໝາຍວ່າ: ສວນຊາ 36 ໄດ້ມີສ່ວນຮ່ວມໃນງານວາງສະແດງຊາສາກົນທຸກປະເພດຢ່າງຫ້າວຫັນ, ຄະນະກຳມະການຈັດງານນີ້ໄດ້ເຫັນ ແລະ ຮັບຮູ້ເຖິງປະຫວັດຂອງສວນຊາ 36, ມາດຕະຖານຂອງການຜະລິດຊາ, ຄຸນະພາບຂອງຊາ, ສະພາບແວດລ້ອມທີ່ເປັນເອກະລັກຂອງທ້ອງຖິ່ນລາວ, ພາຊະນະບັນຈຸ ແລະ ອື່ນໆ. ຫຼັງຈາກການພິຈາລະນາຂອງຄະນະກຳມະການ, ສຸດທ້າຍ ໄດ້ຕັດສິນໃຫ້ຊາຂອງສວນຊາ 36 ຈາກ ສປປ ລາວ ຊະນະຮາງວັນຊະນະເລີດໃນສາຂາຊາແດງຂອງການແຂ່ງຂັນຊາໂລກປະຈຳປີ 2021.

ງານວາງສະແດງອຸດສາຫະກຳຊາໂລກ ແມ່ນໄດ້ຈັດຂຶ້ນທຸກປີ ເຊິ່ງເລີ່ມແຕ່ປີ 2003 ເປັນຕົ້ນມາ ແລະ ເປັນໜຶ່ງໃນ 50 ງານວາງສະແດງສາກົນທີ່ສຳຄັນ ຢູ່ໃນອາເມຣິກາເໜືອ. ງານດັ່ງກ່າວ ດຶງດູດຜູ້ຊ່ຽວຊານຫຼາຍກວ່າ 5.000 ຄົນ ຈາກຫຼາຍກວ່າ 50 ປະເທດ ແລະ ພາກພື້ນໃນແຕ່ລະປີ, ເຮັດໃຫ້ງານວາງສະແດງອຸດສາຫະກຳຊາໂລກ ກາຍເປັນງານວາງສະແດງພິເສດຂອງອຸດສາຫະກຳຊາສາກົນ ທີ່ມີຈຳນວນປະເທດເຂົ້າຮ່ວມຫຼາຍທີ່ສຸດໃນໂລກ.

ງານດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ຈາກງານວາງສະແດງຊາໂລກ ແລະ ຮ່ວມຈັດໂດຍມູນນິທິ Desert Oasis ທີ່ຈັດຂຶ້ນທີ່ນະຄອນນິວຢອກ ແລະ ເມືອງອື່ນໆໃນສະຫະລັດອາເມຣິກາ.

ນັບໄດ້ວ່າເປັນເລື່ອງທີ່ໜ້າຍິນດີທີ່ສຸດ ເພາະໜຶ່ງໃນການແຂ່ງຂັນລາວເຮົາກໍໄດ້ເຂົ້າຮ່ວມ ແລະ ຍັງໄດ້ຮັບຮາງວັນຊະນະເລີດອີກພ້ອມ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/