ວັນທີ 23 ກັນຍາ ວັນພາສາມືໂລກ


ອົງການສະຫະປະຊາຊາດ ໄດ້ປະກາດໃຫ້ທຸກໆວັນທີ 23 ກັນຍາ ເປັນ “ວັນພາສາມືໂລກ” (International Day of Sign Language) ຄວບຄູ່ໄປກັບອາທິດຂອງຜູ້ພິການທາງຫູ ເຊິ່ງຈັດຂຶ້ນທຸກໆອາທິດສຸດທ້າຍຂອງເດືອນກັນຍາ.
ຈຸດປະສົງຂອງວັນດັ່ງກ່າວ ເພື່ອຄຳນຶງເຖິງຄວາມສຳຄັນຂອງການໃຊ້ພາສາມື ລວມໄປເຖິງການຄຳນຶງເຖິງສິດທິຂອງຜູ້ພິການທາງຫູພ້ອມ.
ຂໍ້ມູນຈາກສະມາຄົມຜູ້ພິການທາງຫູ (WDF) ເຜີຍວ່າ ປັດຈຸບັນມີຜູ້ພິການທາງການໄດ້ຍິນຫຼາຍກວ່າ 70 ລ້ານຄົນ ແລະ ໃນນັ້ນ 80% ແມ່ນອາໄສຢູ່ປະເທດກຳລັງພັດທະນາ, ສ່ວນໃນປະເທດລາວເອງມີຜູ້ພິການທາງຫູຫຼາຍເຖິງ 79,000 ຄົນ ທັງໝົດນີ້ ສະແດງໃຫ້ເຫັນວ່າ ພາສາມືນັ້ນ ສຳຄັນຫຼາຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/