ວັນທີ 23 ກັນຍາ ວັນທີ່ມີກາງເວັນ ແລະ ກາງຄືນຍາວເທົ່າກັນ


ວັນທີ 23 ກັນຍາ 2021 ເປັນວັນທີ່ມີກາງເວັນ ແລະ ກາງຄືນຍາວເທົ່າກັນ ຫຼື ເອີ້ນອີກຊື່ໜຶ່ງວ່າ ວັນວິສຸວັດ(autumnal equinox) ເປັນວັນທີ່ດວງຕາເວັນຂຶ້ນທາງທິດຕາເວັນອອກ ແລະ ຕົກທາງທິຕາເວັນຕົກພໍດີ ເຮັດໃຫ້ມີກາງເວັນ ແລະ ກາງຄືນຍາວເທົ່າກັນ, ຖືວ່າເປັນວັນປ່ຽນລະດູການເຂົ້າສູ່ລະດູໃບໄມ້ຫຼົ່ນຂອງປະເທດທາງຂວັ້ນໂລກເໜືອ ແລະ ປ່ຽນເປັນລະດູໃບໄມ້ປົ່ງທາງຂວັ້ນໂລກໃຕ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/