No Gift Policy ແມ່ນຫຍັງ? ເປັນຫຍັງບາງອົງກອນຈຶ່ງນໍາໃຊ້ກົດລະບຽບນີ້


ທ່ານເຄີຍສັງເກດບໍ່ວ່າ ເມື່ອຮອດຍາມເທສະການຕ່າງໆ ເປັນຫຍັງບາງອົງກອນຈຶ່ງມີກົດລະບຽບພາຍໃນທີ່ບໍ່ຂໍຮັບເອົາຂອງຂວັນໃດໆຈາກລູກຄ້າ ຫຼື ຄູ່ຮ່ວມທຸລະກິດຂອງຕົນ ໃນຮູບແບບຕ່າງໆເຊັ່ນ: ກະຕ່າອວຍພອນ, ເງິນ, ບັດສ່ວນຫຼຸດພິເສດຕ່າງໆ ເປັນຕົ້ນ. ບາງຄົນອາດເຄີຍໄດ້ຍິນກັນມາແລ້ວກັບຄຳວ່າ No Gift Policy (ນະໂຍບາຍງົດຮັບຂອງຂວັນ) ເຊິ່ງເປັນກົດລະບຽບທີ່ນໍາໃຊ້ໃນບາງອົງກອນແຕກຕ່າງກັນອອກໄປ ເຊິ່ງຈະຂຶ້ນກັບນະໂຍບາຍຂອງແຕ່ລະອົງກອນ ຫຼື ບໍລິສັດ. ທັງນີ້, No Gift Policy ບໍ່ແມ່ນສິ່ງແປກໃໝ່ ມັນຖືກປະຕິບັດຢ່າງແຜ່ຫຼາຍໃນບໍລິສັດ ຫຼື ອົງກອນໃຫຍ່ໆຢູ່ຕ່າງປະເທດ ໂດຍລະບຸໄວ້ຢ່າງຊັດເຈນວ່າ ເງື່ອນໄຂການຮັບຂອງຂວັນຂອງພະນັກງານ ຕ້ອງແມ່ນມູນຄ່າເທົ່າໃດ ຫຼື ມູນຄ່າທີ່ເກີນລະດັບໃດຈຶ່ງບໍ່ສາມາດຮັບໄດ້. ທັງນີ້, ເພື່ອຫຼີກເວັ້ນບັນຫາທີ່ອາດຈະເກີດຂຶ້ນຕາມມາພາຍຫຼັງທີ່ອົງກອນຮັບຂອງຂວັນຈາກລູກຄ້າ ຫຼື ຄູ່ຄ້າຂອງຕົນ.

ນະໂຍບາຍງົດຮັບຂອງຂວັນ (No Gift Policy) ມີເງື່ອນໄຂແຕກຕ່າງກັນ ຂຶ້ນກັບກົດລະບຽບພາຍໃນຂອງແຕ່ລະອົງກອນກຳນົດຂຶ້ນ ແຕ່ມີຈຸດປະສົງດຽວກັນ ກໍຄື ເພື່ອປ້ອງກັນບໍ່ໃຫ້ເກີດຜົນກະທົບໄລຍະຍາວທີ່ອາດເກີດຂຶ້ນຕໍ່ອົງກອນ ພາຍຫຼັງທີ່ຍອມຮັບເອົາຂອງຂວັນຈາກຄູ່ຄ້າຂອງອົງກອນ ເຊັ່ນ:

  1. ເພື່ອຫຼີກເວັ້ນຂໍ້ຂັດແຍ່ງທາງຜົນປະໂຫຍດ: ຄວາມຂັດແຍ້ງທາງຜົນປະໂຫຍດ ອາດເກີດຂຶ້ນໃນກໍລະນີທີ່ບໍລິສັດຮັບຂອງຂວັນຈາກລູກຄ້າ, ຜູ້ສະໜອງສິນຄ້າ (Supplier) ຫຼື ອົງກອນໃດໜຶ່ງທີ່ມີສາຍພົວພັນທາງທຸລະກິດຮ່ວມກັນ. ເນື່ອງຈາກການຮັບຂອງຂວັນ ອາດກາຍເປັນການສ້າງເງື່ອນໄຂຂໍ້ຂັດແຍ່ງທາງຜົນປະໂຫຍດໃຫ້ບໍລິສັດບໍ່ສາມາດເຄື່ອນໄຫວໄດ້ເຕັມທີ່ຕາມຫຼັກການຍຸຕິທຳ ເນື່ອງຈາກຄວາມເກງໃຈທີ່ເຄີຍໄດ້ຮັບຂອງຂວັນຈາກຄູ່ຮ່ວມທຸລະກິດຂອງຕົນ. ຍົກຕົວຢ່າງເຊັ່ນ: ຜູ້ສະໜອງສິນຄ້າ (Supplier) ມີຄວາມຕ້ອງການຜູກມັດໃຫ້ບໍລິສັດຍັງສືບຕໍ່ສັນຍາໃນປີຖັດໄປ ຈຶ່ງໃຫ້ຂອງຂວັນທີ່ເປັນມູນຄ່າສູງແກ່ຝ່າຍຈັດຊື້ ເຊິ່ງອາດເຮັດໃຫ້ຝ່າຍຈັດຊື້ເກີດຄວາມຫຍຸ້ງຍາກໃຈ ໃນກໍລະນີທີ່ຢາກຍົກເລີກສັນຍາ.
  2. ຮັກສາຊື່ສຽງ ແລະ ຈັນຍາບັນຂອງອົງກອນ: ເພື່ອຮັກສາຫຼັກຈັນຍາບັນຂອງອົງກອນ ຫຼື ບໍລິສັດ ບາງອົງກອນ ຈຶ່ງໄດ້ມີລະບຽບໃຫ້ພະນັກງານທຸກຄົນງົດຮັບຂອງຂວັນຈາກລູກຄ້າ ຫຼື ຄູ່ຄ້າຂອງບໍລິສັດ ເພື່ອຫຼີກເວັ້ນຂໍ້ຂັດແຍ້ງທີ່ອາດເກີດຂຶ້ນ, ເພື່ອສະແດງໃຫ້ເຫັນຈຸດຢືນທີ່ຊັດເຈນ ໃນຄວາມເປັນມືອາຊີບໃນການດໍາເນີນງານ ການປະຕິບັດຕາມຫຼັກການທາງດ້ານຈັນຍາບັນ ປະຕິບັດດ້ວຍມາດຕະຖານຄວາມເປັນກາງ, ໃຫ້ຄວາມສະເໝີພາບເທົ່າທຽມກັນຕໍ່ກັບທຸກພາກສ່ວນທີ່ຕິດຕໍ່ພົວພັນ ຫຼື ດໍາເນີນທຸລະກິດຮ່ວມກັນ.
  3. ເພື່ອກຳຈັດຊ່ອງວ່າງຄວາມບໍ່ຍຸຕິທຳພາຍໃນອົງກອນ: ບາງຄັ້ງ ການທີ່ພະນັກງານຜູ້ໃດຜູ້ໜຶ່ງໄດ້ຮັບຂອງຂວັນຈາກລູກຄ້າ ເນື່ອງຈາກໜ້າວຽກຂອງເຂົາເຈົ້າຢູ່ຝ່າຍຂາຍ, ຝ່າຍປະຊາສຳພັນ ຫຼື ຈັດຊື້. ໃນຂະນະທີ່, ຍັງມີພະນັກງານຈຳນວນໜຶ່ງບໍ່ໄດ້ຮັບຜິດຊອບໃນຕໍາແໜ່ງທີ່ຕ້ອງພົວພັນກັບພາກສ່ວນພາຍນອກໂດຍກົງ ຈຶ່ງອາດເກີດປັນຫາຄວາມບໍ່ພໍໃຈເກີດຂຶ້ນ ເລື່ອງນ້ອຍໆກໍອາດພາໃຫ້ເກີດຄວາມບໍ່ຍຸຕິທຳເກີດຂຶ້ນພາຍໃນອົງກອນໄດ້. ສະນັ້ນ, ເພື່ອກຳຈັດຊ່ອງວ່າງຄວາມບໍ່ຍຸຕິທຳນີ້ ບາງອົງກອນທີ່ມີນະໂຍບາຍຜ່ອນຜັນໃຫ້ພະນັກງານສາມາດຮັບຂອງຂວັນທີ່ມີມູນຄ່າບໍ່ສູງຫຼາຍ ຈະນໍາໃຊ້ວິທີການຈັດສັນປັນສ່ວນຂອງຂວັນແຈກຈ່າຍໃຫ້ທຸກຄົນໄດ້ຮັບເທົ່າທຽມກັນ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອຫຼີກເວັ້ນບັນຫາທີ່ອາດເກີດຂຶ້ນ ຫຼາຍອົງກອນຈຶ່ງຕັ້ງກົດໄວ້ເລີຍວ່າຈະບໍ່ຮັບຂອງຂວັນຈາກລູກຄ້າ ຫຼື ຄູ່ຮ່ວມທຸລະກິດຂອງຕົນ.
  4. ສ້າງຄ່ານິຍົມທີ່ດີ ແລະ ຮັກສາວັດທະນະທຳອົງກອນ: ຖ້າຫາກວ່າອົງກອນ ຫຼື ບໍລິສັດໃດໜຶ່ງ ເຄີຍໄດ້ຮັບຂອງຂວັນຈາກພາຍນອກຕະຫຼອດທຸກໆເທສະການ ຈະນໍາພາໃຫ້ເກີດຄວາມຄາດຫວັງວ່າໃນເທສະການຖັດໄປ ຈະຕ້ອງໄດ້ຂອງຂວັນທີ່ມີມູນຄ່າສູງຂຶ້ນອີກ, ຫຼາຍຂຶ້ນອີກ ແຕ່ຖ້າຫາກບໍ່ໄດ້ຮັບຂອງຂວັນ ກໍຈະເກີດມີການຊັ່ງຊາປຽບທຽບ ຈົນກ້າວໄປສູ່ການເລືອກປະຕິບັດ. ດັ່ງນັ້ນ, ຫຼາຍອົງກອນ ຫຼື ບໍລິສັດຕ່າງໆ ຈຶ່ງເລືອກສະແດງເຈດຈໍານົງຢ່າງຊັດເຈນຕໍ່ນະໂຍບາຍບໍ່ຮັບຂອງຂວັນ ເພື່ອເປັນການສ້າງຄ່ານິຍົມທີ່ດີ ແລະ ຮັກສາວັດທະນາທຳອົງກອນໃຫ້ເຂັ້ມແຂງ. ທັງນີ້, ຈະເຫັນວ່າເມື່ອໃກ້ຮອດວາລະງານເທສະການໃດໜຶ່ງ ບາງອົງກອນຢູ່ຕ່າງປະເທດຈຶ່ງເລືອກນໍາໃຊ້ວິທີການແຈ້ງເຈດຈໍານົງຜ່ານເວັບໄຊຂອງບໍລິສັດ, ຜ່ານສື່ອອນລາຍ ຫຼື ຊ່ອງທາງຕ່າງໆ ຕໍ່ການປະຕິເສດຮັບຂອງຂວັນໄວ້ຢ່າງຊັດເຈນ.

ເຖິງຢ່າງໃດກໍຕາມ, ບາງອົງກອນ ຫຼື ບໍລິສັດ ກໍມີຂໍ້ຍົກເວັ້ນໃຫ້ພະນັກງານສາມາດຮັບຂອງຂວັນບາງປະເພດ ເຊັ່ນ: ຂອງຂວັນທີ່ໄດ້ຮັບມາຈາກການໄປເຂົ້າຮ່ວມປະຊຸມ, ເຂົ້າຮ່ວມງານສໍາມະນາ, ເຂົ້າຮ່ວມກິດຈະກໍາການເຝິກອົບຮົມ, ງານວາງສະແດງສິນຄ້າ ເປັນຕົ້ນ ເຊິ່ງອາດຈະເປັນສິ່ງຂອງເລັກໆນ້ອຍໆ ເຊັ່ນ: ປຶ້ມ, ບິກ, ສໍ, ຖົງກະເປົາ, ເສື້ອຢືດ, ບັດສ່ວນຫຼຸດ ຕ່າງໆ. ທັງນີ້, ບາງອົງກອນ ຍັງໄດ້ລະບຸເຖິງວິທີປະຕິບັດຂອງພະນັກງານ ເມື່ອໄດ້ຮັບຂອງຂວັນທີ່ນອກເໜືອຈາກກົດລະບຽບຂອງອົງກອນໄດ້ກໍານົດໄວ້ ເຊັ່ນ:

  • ເມື່ອໄດ້ຮັບຂອງຂວັນມາ ຖ້າຫາກໃນເວລານັ້ນຍັງສາມາດສົ່ງກັບຄືນໄດ້ ແມ່ນໃຫ້ສົ່ງຄືນ;
  • ຖ້າຫາກບໍ່ສາມາດສົ່ງຄືນໄດ້ແລ້ວ ຂອງຂວັນນັ້ນອາດຕ້ອງແຈ້ງຕໍ່ໜ່ວຍງານທີ່ກ່ຽວຂ້ອງຂອງອົງກອນ ແລະ ໜ່ວຍງານກ່ຽວຂ້ອງອາດນໍາໃຊ້ວິທີການຈັບສະຫຼາກຂອງຂວັນ ຫຼື ບໍລິຈາກໃຫ້ແກ່ມູນນິທິ ອົງກອນການກຸສົນຕ່າງໆ;
  • ຖ້າຫາກຂອງຂວັນທີ່ໄດ້ຮັບມາ ເປັນດອກໄມ້ ຫຼື ຕົ້ນໄມ້ ຈະຖືກນໍາໄປວາງໄວ້ໃນຈຸດລວມສູນ ຫຼື ປະດັບປະດາໄວ້ໃນອົງກອນ ເຊິ່ງໝາຍຄວາມວ່າຈະບໍ່ໃຫ້ຜູ້ທີ່ໄດ້ຮັບຂອງຂວັນເປັນຄົນເກັບຮັກສາໄວ້ແຕ່ພຽງຜູ້ດຽວ;
  • ເຖິງແມ່ນວ່າຂອງຂວັນຈະລະບຸອອກຊື່ພະນັກງານຜູ້ໃດຜູ້ໜຶ່ງກໍຕາມ ແຕ່ກໍຕ້ອງຖືກແຈກຈ່າຍໃຫ້ກັບພະນັກງານທຸກຄົນຢ່າງເທົ່າທຽມກັນ;
  • ຖ້າຫາກຂອງຂວັນທີ່ໄດ້ຮັບມາ ເປັນປະເພດອາຫານ ແມ່ນຫ້າມບໍ່ໃຫ້ພະນັກງານນໍາເອົາກັບຄືນເຮືອນແຕ່ພຽງຜູ້ດຽວ ທັງໝົດຈະກາຍເປັນຂອງສ່ວນລວມ ໂດຍທຸກຄົນຈະໄດ້ຮັບການແຈ້ງບອກຜ່ານທາງອີເມລຂອງພະແນກ ເພື່ອໃຫ້ພະນັກງານທຸກຄົນໄດ້ກິນນຳກັນ.
  • ເມື່ອພະນັກງານຫາກບໍ່ແນ່ໃຈຕໍ່ການປະຕິບັດຂອງຕົນ ຕໍ່ກັບຂອງຂວັນທີ່ໄດ້ຮັບມາ ແມ່ນສາມາດຕິດຕໍ່ສອບຖາມກັບຫົວໜ້າສາຍງານຂອງຕົນໂດຍກົງ ແລະ ຖ້າຫາກຫົວໜ້າສາຍງານຍັງບໍ່ແນ່ໃຈ ອາດຕິດຕໍ່ກັບໜ່ວຍງານບຸກຄະລາກອນຂອງອົງກອນເພື່ອເປັນຜູ້ຕັດສິນສຸດທ້າຍ. 

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/2bkrpezf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/