ຈະກັບມາເຂັ້ມແຂງໄດ້ແນວໃດ ໃນມື້ທີ່ຕ້ອງສູນເສຍສະມາຊິກໃນຄອບຄົວ


ຜ່ານພົ້ນເທສະການປີໃໝ່ສາກົນມາໄດ້ເກືອບຮອດເດືອນແລ້ວ ຫຼາຍຄົນກໍເລີ່ມຕົ້ນເດືອນທໍາອິດຂອງປີນີ້ ດ້ວຍຄວາມຕັ້ງໃຈຕາມເປົ້າໝາຍທີ່ຕົນເອງຕັ້ງໄວ້. ແຕ່ເມື່ອຫວນຄືນໄປຄິດເຖິງປີທີ່ຫາກໍຜ່ານພົ້ນມາ ກໍປະຕິເສດບໍ່ໄດ້ວ່າ ໃນລະຫວ່າງທາງຂອງປີກາຍນີ້ ອາດມີສະມາຊິກໃນຄອບຄົວ ຫຼື ຄົນທີ່ເຮົາຮັກ ບໍ່ໄດ້ຮ່ວມອອກເດີນທາງຂ້າມມາຮອດປີນີ້ນຳກັນ ຍ້ອນພວກເຂົາຈໍາຕ້ອງພາກຈາກໄປຢ່າງບໍ່ມີມື້ຫວນກັບ.

ເຖິງແມ່ນວ່າຫຼາຍຄົນ ອາດເຂົ້າໃຈດີວ່າ ຄວາມຕາຍ ເປັນເລື່ອງກົນເກນທຳມະຊາດທີ່ບໍ່ມີໃຜຫຼີກໜີໄດ້ ແຕ່ເມື່ອຮອດເວລາທີ່ຕ້ອງສູນເສຍສະມາຊິກຄອບຄົວໄປ ຕໍ່ໃຫ້ເຝິກຈິດໃຈມາດີປານໃດ ກໍຄົງມີມຸມທີ່ອ່ອນໄຫວໄດ້ເຊັ່ນກັນ. ສະນັ້ນ, ມື້ນີ້ ຫາກໃຜກໍຕາມທີ່ປີກາຍນີ້ ເປັນປີທີ່ຕ້ອງສູນເສຍສະມາຊິກຄອບຄົວ ຫຼື ຄົນທີ່ຮັກໄປ ພວກເຮົາຫວັງວ່າເມື່ອອ່ານບົດຄວາມນີ້ ຢາກໃຫ້ທຸກຄົນກັບຄືນມາເຂັ້ມແຂງໄດ້ອີກຄັ້ງ ແລະ ພ້ອມທີ່ຈະກ້າວຂ້າມທຸກຄວາມເຈັບປວດ ປ່ອຍວາງຄວາມໂສກເສົ້າ ແລະ ພ້ອມທີ່ຈະເລີ່ມຕົ້ນໃໝ່ໄປພ້ອມກັນ.

ຂຶ້ນຊື່ວ່າ ຄວາມຕາຍຂອງຜູ້ອັນເປັນທີ່ຮັກ ແນ່ນອນວ່າອາດເຮັດໃຫ້ຊີວິດປະຈຳວັນຂອງຄົນເຮົາບໍ່ເໝືອນເດີມອີກຕໍ່ໄປ, ເຄີຍເຫັນກັນທຸກມື້ ຈາກນີ້ໄປກໍເຫັນກັນໄດ້ພຽງແຕ່ໃນຮູບຖ່າຍໃບເກົ່າໆ, ສຽງທີ່ຄຸ້ນເຄີຍ ກາຍເປັນຄວາມວ່າງເປົ່າ, ສິ່ງທີ່ເຄີຍໄດ້ຮັບຈາກອີກຝ່າຍ ມື້ນີ້ອາດບໍ່ມີຄົນມາເຮັດໃຫ້ແບບນັ້ນອີກແລ້ວ. ຫຼາຍຄົງຮອດບໍ່ມີໂອກາດໄດ້ບອກກ່າວຫຍັງຕໍ່ກັນ ກາຍເປັນຄວາມຮູ້ສຶກທີ່ຕິດຄ້າງໃນໃຈ ຈົນກາຍເປັນຄວາມທຸກທີ່ຝັງເລິກໃນຈິດໃຈ ຈົນບໍ່ສາມາດກ້າວຂ້າມຄວາມທຸກທີ່ເກີດຈາກການສູນເສຍໄປໄດ້ເລີຍ. ເຊື່ອວ່າຄວາມໂສກເສົ້າ ເປັນສ່ວນໜຶ່ງຂອງການໃຊ້ຊີວິດທີ່ທຸກຄົນຕ້ອງພົບພໍ້ໃນໄລຍະເວລາໃດໜຶ່ງຢ່າງຫຼີກເວັ້ນບໍ່ໄດ້ ແຕ່ເຮົາສາມາດຢູ່ກັບຄວາມໂສກເສົ້າໄດ້ດ້ວຍຄວາມເຂົ້າໃຈ ແລະ ໃຫ້ເວລາກັບຕົນເອງໄດ້ຟ້ືນຟູຈິດໃຈຜ່ານຂະບວນການຕ່າງໆ ດັ່ງນີ້:

  • ຫຼີກເວັ້ນການກ່າວໂທດ ຫຼື ຄິດລົບກັບຕົນເອງ ເຊັ່ນ: ກ່າວໂທດວ່າເປັນຄວາມຜິດຂອງຕົນເອງຊ້ຳໄປຊ້ຳມາ, ກ່າວໂທດໂຊກຊະຕາວ່າເປັນຫຍັງເລື່ອງນີ້ຈຶ່ງຕ້ອງມາເກີດຂຶ້ນກັບຂ້ອຍ, ເປັນຫຍັງຄົນທີ່ຮັກຕ້ອງຕາຍຈາກຂ້ອຍໄປ, ຖ້າເຈົ້າຍັງຢູ່ ຊີວິດຂ້ອຍຄົງຈະດີກວ່ານີ້…ເປັນຕົ້ນ. ການກ່າວໂທດ ຫຼື ຄິດລົບກັບຕົນເອງ ຈະຍິ່ງເປັນການຊ້ຳເຕີມຄວາມຮູ້ສຶກໃຫ້ຈົມດິ່ງໄປກວ່າເກົ່າ ແລະ ບໍ່ສາມາດຟື້ນຟູຈິດໃຈໄດ້ໄວຂຶ້ນ.  
  • ຢ່າລືມແນມຫາກໍາລັງໃຈທີ່ຍັງເຫຼືອຢູ່: ລອງແນມຫາກໍາລັງໃຈຈາກຄົນອື່ນທີ່ຍັງຫຼົງເຫຼືອຢູ່ໃນຊີວິດ ເຊັ່ນ: ໝູ່ເພື່ອນ, ສະມາຊິກຄົນອື່ນໆໃນຄອບຄົວ ຫຼື ໂອ້ລົມກັບຄົນທີ່ເຄີຍສູນເສຍເຊັ່ນດຽວກັນກັບເຮົາ ຈະຊ່ວຍໃຫ້ເຮົາຮູ້ສຶກວ່າ ເຮົາບໍ່ແມ່ນຜູ້ດຽວໃນໂລກນີ້ທີ່ປະສົບພົບພໍ້, ເຮົາຈະເລີ່ມເຂົ້າໃຈ ເລີ່ມຍອມຮັບຄວາມຈິງໄດ້ໄວຂຶ້ນ ທ້າຍສຸດແລ້ວ ທຸກຄົນຕ່າງກໍຕ້ອງມີວັດທະຈັກທີ່ຕ້ອງພົບກັບການສູນເສຍນີ້ເຊັ່ນກັນ.
  • ກັບມາຮັກຕົນເອງ, ເບິ່ງແຍງຄົນທີ່ຍັງເຫຼືອຢູ່ ໃຫ້ດີທີ່ສຸດ: ເມື່ອຕ້ອງສູນເສຍສະມາຊິກໃນຄອບຄົວ 1 ຄົນ ໄປ ເຮົາກໍຍັງມີສະມາຊິກຄົນອື່ນໆໃນຄອບຄົວ, ຍັງມີຕົວເຮົາເອງ ທີ່ຕ້ອງເບິ່ງແຍງເຊັ່ນດຽວກັນ. ສະນັ້ນ, ຢ່າລືມກັບມາຮັກຕົນເອງ, ເບິ່ງແຍງຕົນເອງ ແລະ ສະມາຊິກຄົນອື່ນໆໃນຄອບຄົວ ໃຫ້ມີກໍາລັງໃຈຊ່ວຍກັນກ້າວຂ້າມຄວາມເຈັບປວດໄປໄດ້ໂດຍໄວ.
  • ທຸກການສູນເສຍ ມັກມີຂໍ້ຄິດໃດໜຶ່ງຝາກເອົາໄວ້: ເຮົາອາດເຄີຍໄດ້ຍິນປະໂຫຍກນີ້ຜ່ານໆວ່າ: ຊີວິດຄົນເຮົາມັນສັ້ນ ເຮັດດີຕໍ່ກັນໄວ້ຍາມທີ່ມີລົມຫາຍໃຈ ຮູ້ສຶກຮັກໃຫ້ຮີບບອກ, ຄຽດແຄ້ນໃນໃຈໃຫ້ຮີບປ່ອຍວາງ ເພາະເຮົາຕ່າງກໍບໍ່ຮູ້ວ່າ ເຂັມໂມງຂອງແຕ່ລະຄົນຈະຢຸດລົງມື້ໃດ. ຄວາມສູນເສຍ ຈະເຮັດໃຫ້ເຮົາເຂົ້າໃຈຊີວິດໄດ້ຫຼາຍຂຶ້ນ, ກັບມາໃຊ້ຊີວິດບໍ່ປະໝາດ, ປ່ອຍວາງທຸກຢ່າງໄດ້ໄວຂຶ້ນ ແລະ ໃຊ້ຊີວິດທຸກມື້ໃຫ້ກຸ້ມຄ່າທີ່ສຸດ. 
  • ຫາກິດຈະກໍາອື່ນທີ່ຊ່ວຍໃຫ້ຜ່ອນຄາຍຈິດໃຈ: ພະຍາຍາມພາຕົນເອງໄປປ່ຽນບັນຍາກາດໃໝ່ໆ ຜ່ານການເຮັດກິດຈະກໍາຕ່າງໆທີ່ເປັນປະໂຫຍດເຊັ່ນ: ເຂົ້າຮ່ວມງານກິດຈະກໍາສັງຄົມ, ເຂົ້າຮ່ວມເປັນອາສາສະໝັກຊ່ວຍເຫຼືອສັງຄົມ, ເຂົ້າກຸ່ມອອກກຳລັງກາຍ, ເຂົ້າກຸ່ມຮຽນດົນຕີ, ເຝິກເຮັດອາຫານ, ເຮັດບຸນຕາມຫຼັກສາສະໜາຂອງຕົນ, ແຕ່ໃຫ້ພະຍາຍາມຫຼີກເວັ້ນທີ່ຈະຢູ່ຄົນດຽວຕາມລຳພັງໃນເວລາທີ່ສະພາບຈິດໃຈຍັງບໍ່ເຂັ້ມແຂງ.
  • ຈົດຈໍາ ແລະ ລະນຶກເຖິງຄົນທີ່ຈາກໄປ ໃນຮູບແບບອື່ນໆ: ເພື່ອໃຫ້ຍັງມີພາບຂອງຄົນທີ່ເຮົາຮັກໄວ້ໃນຄວາມຊົງຈໍາໃນຮູບແບບອື່ນເຊັ່ນ: ສ້າງອາລະບ້ຳຮູບຖ່າຍທີ່ເຄີຍຖ່າຍຮ່ວມກັນເພື່ອເປັນທີ່ລະນຶກເຖິງ ຫຼື ແຕ່ກ່ອນທີ່ເຂົາຈະຈາກໄປ ເຂົາເຄີຍຄິດໄວ້ວ່າຢາກເຮັດສິ່ງໃດ ແຕ່ເຂົາຍັງບໍ່ມີໂອກາດໄດ້ເຮັດ ເຮົາອາດສານຕໍ່ສິ່ງນັ້ນໃຫ້ສຳເລັດຜົນ; ຖ້າເຂົາເປັນຜູ້ທີ່ມັກປູກຕົ້ນໄມ້ຊະນິດໃດ ກໍລອງຫາຕົ້ນໄມ້ຊະນິດນັ້ນມາປູກ ເພື່ອເປັນຕົວແທນລະນຶກເຖິງເຂົາ ເປັນຕົ້ນ.
  • ຖ້າຮູ້ສຶກວ່າຕົນເອງຈົມດິ່ງຜິດປົກກະຕິ ອາດຕ້ອງປຶກສາຜູ້ຊ່ຽວຊານ: ບາງຄົນ ອາດບໍ່ສາມາດຟື້ນຟູຈິດໃຈໄດ້ດ້ວຍຕົວເອງໂດຍງ່າຍ ຈົນຮູ້ສຶກວ່າຕົນເອງກຳລັງຜິດປົກກະຕິ ເຊັ່ນ: ຮູ້ສຶກວ່າກຳລັງມີພາວະຊຶມເສົ້າ, ບໍ່ສາມາດດໍາເນີນກິດຈະວັດປະຈໍາວັນໄດ້ຕາມປົກກະຕິ, ບໍ່ຢາກໄປພົບໃຜ ຫຼື ບໍ່ຢາກເຂົ້າສັງຄົມ, ຮູ້ສຶກວ່າຊີວິດຂອງຕົນບໍ່ມີຄຸນຄ່າໃຫ້ຢູ່ຕໍ່ໄປ, ຮູ້ສຶກຢາກຈາກໂລກນີ້ໄປຕາມຄົນທີ່ເຮົາຮັກ, ຮູ້ສຶກຂາດຄວາມກະຕືລືລົ້ນ ຂາດເປົ້າໝາຍໃນຊີວິດ ເປັນຕົ້ນ. ໃນກໍລະນີນີ້ ເຮົາຄວນປຶກສາຈິດຕະແພດຜູ້ຊ່ຽວຊານໃນການໃຫ້ຄວາມຊ່ວຍເຫຼືອ.

ສຸດທ້າຍແລ້ວ ເຮົາທຸກຄົນ ຕ່າງກໍຕ້ອງພົບພໍ້ວັດທະຈັກແຫ່ງການສູນເສຍນີ້ ບໍ່ວ່າທາງໃດ ກໍທາງໜຶ່ງ. ການທີ່ຈະຍອມຮັບຄວາມຈິງ ອາດຕ້ອງໃຊ້ເວລາແຕກຕ່າງກັນອອກໄປ ແຕ່ເມື່ອເວລາຜ່ານໄປ ເຮົາຈະເລີ່ມເຂົ້າໃຈຄວາມຈິງຂອງຊີວິດ ແລະ ກ້າວຂ້າມທຸກໆຄວາມເສຍໃຈ. ຖ້າວ່າໃນມື້ນີ້ ຍັງຮູ້ສຶກນຶກເຖິງ ກໍໃຫ້ນຶກເຖິງ ຖ້າຫາກຍັງເສຍໃຈ ກໍອະນຸຍາດໃຫ້ຕົນເອງໄດ້ເສຍໃຈ ພວກເຮົາຫວັງຢ່າງຍິ່ງວ່າ ທຸກຄົນຈະສາມາດກັບມາເຂັ້ມແຂງ ແລະ ໃຊ້ຊີວິດຕໍ່ໄປຂ້າງໜ້າໄດ້ດ້ວຍກຳລັງໃຈທີ່ເຕັມປ່ຽມ. ຍັງຄົງເຊື່ອວ່າ ຖ້າຄົນທີ່ຈາກໄປຮັບຮູ້ໄດ້ ພວກເຂົາຄົງບໍ່ຢາກໃຫ້ເຮົາຈົມດິ່ງຢູ່ກັບຄວາມເສຍໃຈ ພວກເຂົາຄົງຢາກເຫັນເຮົາມີຄວາມສຸກ ແລະ ສາມາດໃຊ້ຊີວິດຕໍ່ໄປໃຫ້ດີທີ່ສຸດ ເຊັ່ນດຽວກັນ.  

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/46nphe6m

https://tinyurl.com/55jf3tuh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/