Niels Bohr ນັກຟິສິກຜູ້ຍິ່ງໃຫຍ່ ທີ່ໄດ້ເຮືອນ ແລະ ເບຍດື່ມຕະຫຼອດຊີວິດເປັນຂອງຂວັນ


ຜ່ານໄປແລ້ວກັບຜູ້ຊະນະຮາງວັນໂນເບລສາຂາຕ່າງໆ ໃນປີ 2021 ນີ້. ວ່າແລ້ວການຊະນະຮາງວັນໂນເບລບໍ່ວ່າຈະເປັນສາຂາໃດ ກໍຖືວ່າເປັນການໄດ້ປະສົບຜົນສຳເລັດທີ່ຍິ່ງໃຫຍ່ລະດັບຊີວິດ ແລະ ລະດັບຊາດໄດ້. ຜູ້ຊະນະຕ່າງໆກໍປ່ຽບດັ່ງໜ້າຕາຂອງຊາດນັ້ນໆ ດ້ວຍເຫດນັ້ນເອງ ບາງຄົນກໍຈະໄດ້ຮັບການຕອບແທນເປັນຄຳຍ້ອງຍໍຈາກຜູ້ປົກຄອງປະເທດ ຫຼື ຈະເປັນຂອງຂວັນຕະຫຼອດຊີວິດແບບ Niels Bohr ກໍມີ.

Niels Bohr ເປັນນັກຟິສິກຈາກປະເທດເດນໝາກ. ສຳລັບໃຜທີ່ມັກຕິດຕາມງານຟິສິກຈະຕ້ອງຮູ້ຈັກລາວດີ, ເນື່ອງຈາກຜົນງານຕ່າງໆນັ້ນກໍເປັນຈຸດສຳຄັນ ແລະ ຍິ່ງໃຫຍ່ໃນວົງການວິທະຍາສາດຫຼາຍ. ລາວໄດ້ຊະນະຮາງວັນໂນເບລເມື່ອປີ 1922 ໃນການຄົ້ນພົບໂມເດລທີ່ປະກອບອະຕອມ(Atom) ເຊິ່ງກໍຄືໂຄງສ້າງຂອງມັນນັ້ນປະກອບດ້ວຍໂປຣຕອນ (Protons) ແລະ ນິວຕຣອນ (Neutrons) ໂດຍມີອີເລັກຕຣອນ (Electrons) ໃນລະດັບພະລັງງານຕ່າງໆ. ການຄົ້ນພົບໂຄງສ້າງອະຕອມນີ້ເອງທີ່ເປັນຕົວອະທິບາຍພື້ນຖານຂອງສະສານພະລັງງານຕ່າງໆ ລວມໄປເຖິງການສ້າງພະລັງງານນິວເຄລຍ (Nuclear Energy) ເຊິ່ງໂມເດລນີ້ເອງທີ່ຖືກສ້າງມາພິສູດທິດສະດີຄວັນຕຳ (Quantum) ອັນຊັບຊ້ອນທີ່ລາວເປັນຜູ້ຄິດຄົ້ນຂຶ້ນມາ ໃຫ້ວົງການຟິສິກໄດ້ກ້າວເຂົ້າສູ່ອະນາຄົດໃໝ່ ແລະ ການຄົ້ນພົບໃໝ່ທີ່ບໍ່ສິ້ນສຸດ.

ຫຼັງຈາກທີ່ Niels ໄດ້ຊະນະຮາງວັນໂນເບລໃນການຄົ້ນພົບທີ່ຍິ່ງໃຫຍ່ນີ້ແລ້ວ ລາວກໍໄດ້ເປັນບຸກຄົນທີ່ປະເທດເດນໝາກຮັກ ລວມໄປເຖິງບໍລິສັດເບຍຄາລສເບີກ (Carlsberg Brewery) ທີ່ໃຫ້ຂອງຂວັນເປັນເຮືອນຫຼັງໜຶ່ງທີ່ຕິດກັບໂຮງງານພວກເຂົາ ພ້ອມທັງຍັງມີທໍ່ທີ່ຖືກສົ່ງຕໍ່ຈາກໂຮງງານເບຍມາສູ່ເຮືອນຂອງ Niels ໂດຍກົງ. ໝາຍຄວາມວ່າ Niels ຈະສາມາດດື່ມເບຍສົດໆ ໄດ້ຕະຫຼອດເວລາທີ່ລາວຕ້ອງການໄປຕະຫຼອດຊີວິດ ທາງບໍລິສັດເບຍນັ້ນຕ້ອງການຈະສະໜັບສະໜູນຜົນງານນັກວິທະຍາສາດ ແລະ ນອກຈາກນີ້ຍັງໄດ້ມີການໃຫ້ທຶນສ້າງຫ້ອງທົດລອງໃນການວິໄຈເບຍຂອງຕົນເອງອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/