ໄທພົບຜູ້ຕິດເຊື້ອໂຄວິດ ສາຍພັນເດລຕ້າພລັສ 1 ກໍລະນີ


ໃນວັນທີ 25 ຕຸລາ 2021 ໄດ້ມີການລາຍງານຈາກປະເທດໄທວ່າມີຜູ້ຕິດເຊື້ອໂຄວິດ-19 ສາຍພັນເດລຕ້າພລັສ ຫຼື AY.4.2 ກໍລະນີທຳອິດຂອງໄທຮຽບຮ້ອຍແລ້ວ. ໂດຍເປັນຊາຍອາຍຸ 49 ປີ ຈາກພຣະນະຄອນອະຍຸດທະຍາ. ທາງຜູ້ຊ່ຽວຊານຈຶ່ງໄດ້ມີການເຝົ້າລະວັງເຊື້ອແຍກຕົວນີ້. ແຕ່ໃນການສຸ່ມກວດເຊື້ອຈາກຄົນອື່ນ ກໍບໍ່ພົບຜົນເປັນເຊື້ອຍ່ອຍແບບດຽວກັນເທື່ອ.

ສາຍພັນເດລຕ້າພລັສ ຫຼື ຊື່ທາງລະຫັດແມ່ນ AY.4.2 ເປັນສາຍພັນຍ່ອຍຈາກເດລຕ້າທີ່ມີການຕິດຕໍ່ເຊື້ອໄດ້ວ່ອງໄວ. ພາຍໃນ 28 ມື້ຈາກການສັງເກດການ, ຈຳນວນໂດຍລວມຈາກສະຫະລາຊະອານາຈັກ ໄດ້ມີການຕິດເຊື້ອສາຍພັນຍ່ອຍນີ້ເພີ່ມຂຶ້ນເຖິງ 6% ນັບວ່າເປັນຮອງສະຫະລັດອາເມຣິກາເທົ່ານັ້ນ. ຄວາມຮຸນແຮງທີ່ສາມາດສົ່ງຜົນໃຫ້ຕ້ອງປິ່ນປົວໃນໂຮງໝໍ ແລະ ອັດຕາການຕາຍນັ້ນມີສູງເທົ່າກັບສາຍພັນເດລຕ້າປົກກະຕິ ແຕ່ເມື່ອອ້າງອີງຈາກການຕິດເຊື້ອໃນໄລຍະໃກ້ນີ້ ຕົວເລກນັ້ນສະແດງໃຫ້ເຫັນວ່າມັນຕິດເຊື້ອໄດ້ງ່າຍກວ່າສາຍພັນເດລຕ້າປົກກະຕິ 17%.

ປັດຈຸບັນສາຍພັນຍ່ອຍນີ້ກໍຍັງເປັນທີ່ຖືກຈັບຕາເບິ່ງຢູ່ ເພື່ອສັງເກດການວ່າເຊື້ອຍ່ອຍດັ່ງກ່າວນັ້ນຈະສາມາດປັບຕົວກັບວັກຊີນທີ່ໃຊ້ປ້ອງກັນ ຫຼື ຈະມີຜົນຮ້າຍແຮງຫຼືບໍ່. ແຕ່ຕາມການສັງເກດແລ້ວ ກໍລະນີສາຍພັນອັລຟາ ແລະ ເດລຕ້າທີ່ຖືກນັບວ່າຮ້າຍແຮງ ແລະ ຕິດແປດໄວນັ້ນ ແມ່ນສາມາດຢືນຢັນໄດ້ຈາກການແຜ່ລະບາດຈາກຫຼາຍຄັ້ງທີ່ຜ່ານມາ. ກໍລະນີທີ່ສະຫະລາຊະອານາຈັກນັ້ນ ກໍບໍ່ສາມາດຢືນຢັນການແຜ່ເຊື້ອໄດ້ງ່າຍ ແລະ ໄວໃນທັນທີ, ເນື່ອງຈາກຈະຕ້ອງກວດສອບຢ່າງລະອຽດ ໂດຍອີງໃສ່ໃນການໃຊ້ຊີວິດປະຈຳວັນຂອງເຂົາເຈົ້ານຳ. ເຖິງຢ່າງໃດກໍຕາມ, ທາງນັກວິທະຍາສາດເອງກໍຍັງຕ້ອງການສັງເກດເພື່ອເກັບກຳຂໍ້ມູນເພີ່ມຕື່ມ ພ້ອມກັບລໍຖ້າຈົນກວ່າອົງການອະນາໄມໂລກຈະຍົກລະດັບຢ່າງເປັນທາງການເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/