ຫຼ້າສຸດ! ເຈົ້າຍິງມາໂກະ ແຕ່ງງານກັບ ໂຄມຸໂຣະ ແລ້ວ


ວັນທີ 26 ຕຸລາ 2021  ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດຍີ່ປຸ່ນວ່າ: ເຈົ້າຍິງ ມາໂກະ ໄດ້ແຕ່ງງານກັບ ໂຄມຸໂຣະ ເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກທີ່ມີການໝັ້ນໝາຍ ໃນປີ 2017 ແລະ ປັດຈຸບັນ ກໍຈົດໃບທະບຽນສົມຣົດໃນນາມບຸກຄົນທັງສອງເປັນທີ່ຮຽບຮ້ອຍ.

ການຖະແຫຼງຂ່າວຂອງທັງຄູ່ ມີການກຳນົດຖະແຫຼງຮ່ວມກັບສື່ມວນຊົນ ໃນຕອນບ່າຍຂອງມື້ນີ້ ຕາມເວລາທ້ອງຖິ່ນ.

ເຈົ້າຍິງ ມາໂກະ ໄດ້ແຕ່ງງານກັບ ໂຄມຸໂຣະ, ເຊິ່ງຝ່າຍເຈົ້າບ່າວເປັນຄົນທີ່ເຄີຍຮຽນມານຳກັນ ຕັ້ງແຕ່ສະໄໝມະຫາວິທະຍາໄລ, ການແຕ່ງງານໃນຄັ້ງນີ້ ເຈົ້າຍິງຢືນຍັນ ປະຕິເສດການຈັດງານແຕ່ງງານຕາມປະເພນີບູຮານຂອງລາຊະວົງ, ຫຼັງຈາກຈົດທະບຽນກັບສາມີສາມັນຊົນແລ້ວໄປໃຊ້ຊີວິດທີ່ສະຫະລັດອາເມຣິກາ.

ສ່ວນພໍ່-ແມ່ຂອງເຈົ້າຍິງ ກໍເຄົາລົບໃນການຕັດສິນໃຈຂອງລູກສາວ ແລະ ໃນລັດຖະທຳມະນູນຍີ່ປຸ່ນກໍລະບຸໄວ້ຢ່າງຊັດເຈນແລ້ວວ່າ ການແຕ່ງການແມ່ນຂຶ້ນກັບຄວາມຍິນຍອມຂອງຝ່າຍຍິງ ແລະ ຝ່າຍຊາຍ.

ພ້ອມກັນນີ້ ເຈົ້າຍິງ ຍັງຢືນຢັນບໍ່ຮັບເງິນສົດຈຳນວນ 150 ລ້ານເຢນ ທີ່ເຈົ້າຍິງ ຄວນຈະໄດ້ຮັບຕາມສິດຫຼັງການແຕ່ງງານໃນຖານະສະມາຊິກລາຊະວົງຍີ່ປຸ່ນ ເຈົ້າຍິງໄດ້ປະຕິເສດການບໍ່ຂໍຮັບເງິນຈຳນວນດັ່ງກ່າວ.

ຫຼັງຈາກນີ້ ເຈົ້າຍິງຈະໄປຢູ່ຄອນໂດແຫ່ງໜຶ່ງໃນໂຕກຽວ ເພື່ອກຽມຍ້າຍໄປເລີ່ມຕົ້ນຊີວິດໃໝ່ ໃນນິວຢອກຂອງສະຫະລັດ ເພື່ອໄປໃຊ້ຊີວິດນຳສາມີທີ່ເຮັດວຽກກັບບໍລິສັດກົດໝາຍແຫ່ງໜຶ່ງ ຢູ່ທີ່ນັ້ນ, ໄວທີ່ສຸດແມ່ນຕົ້ນເດືອນໜ້າ ໃນລະຫວ່າງນີ້ທັງສອງກໍກຳລັງກະກຽມເອກະສານຕ່າງໆ ເພື່ອຄວາມພ້ອມໃນການໄປໃຊ້ຊີວິດຢູ່ນິວຢອກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/