Ahgase ລາວມີລຸ້ນ! ຖ້າມີໂອກາດ ແລະ ສະຖານະການປົກກະຕິ BamBam ອາດຈະມາປະເທດລາວ


BamBam ໜຶ່ງໃນນັກຮ້ອງຊື່ດັງຂອງວົງ GOT7 ຜູ້ທີ່ເປັນທີ່ຮັກຂອງ Ahgase ທຸກຄົນ ບໍ່ວ່າຈະໄທ, ລາວ ແລະ ຕ່າງປະເທດ.

ຫຼັງຈາກທີ່ BamBam ເປີດຕົວໃນຖານະສິລະປິນດ່ຽວພາຍໃນຕົ້ນສັງກັດ ABYSS COMPANY ເມື່ອເດືອນມິຖຸນາ ທີ່ຜ່ານມາ ແລະ ກໍໄດ້ປ່ອຍອາລະບ້ຳ “riBBon” ເຊິ່ງໄດ້ຜົນຕອບຮັບດີເກີນຄາດ ແລະ ຮ້ອນແຮງ, ກຸ່ມ Ahgase ຫຼາຍປະເທດຕ່າງກໍອອກມາກ່າວເຖິງເປັນຈຳນວນຫຼາຍ, ຍອດສະຕຣີມມິ່ງເພງ “riBBon” ໃນ Spotify ມິວສິກສະຕຣີມມິ່ງລະດັບໂລກຄົບ 3 ລ້ານ ຍອດເຂົາຮັບຊົມ MV ທະລຸ 10 ລ້ານວິວ ພາຍໃນ 24 ຊົ່ວໂມງ (ປັດຈຸບັນກໍເພີ່ມຂຶ້ນເປັນຈຳນວນຫຼາຍລ້ານວິວ) ແລະ ຄອງແຊ້ມອັນດັບ 1 ຂອງ Chart ເພງ Genie ແບບຣຽວທາມ, ເປັນສິລະປິນຊາຍດ່ຽວຄົນທຳອິດໃນປີ 2021 ທີ່ທຳລາຍສະຖິຕິນີ້ໄດ້.

ໃນວັນທີ 24 ຕຸລາ 2021 ທີ່ຜ່ານມາ ແບມແບມ ໄດ້ມອບຄວາມພິເສດ ເປັນຂອງຂວັນສົ່ງທ້າຍປີ ໃຫ້ Ahgase (ຊື່ເອີ້ນແຟນຄລັບ) ໃນງານຮູບແບບອອນລາຍ (Online Live).

ໃນໂອກາດທີ່ດີນີ້ BEX (Bangkok Exhbition) ພ້ອມປະກາດຂ່າວດີທີ່ທຸກຄອງຄອຍຖ້າ ກັບງານອອນລາຍຄັ້ງທຳອິດຂອງ BamBam ໃນຖານະສິລະປິນດ່ຽວ.

BamBam THE 1ST PREMUM LIVE “riBBon” ເຊິ່ງມາພ້ອມກັບຄອນເຊັບພິເສດ ທີ່ມາເຊີໄພ້ແຟນໆ ແລະ ໃນງານດັ່ງກ່າວ ກໍມີ Ahgase ຫຼາຍປະເທດໄດ້ເຂົ້າຮ່ວມຜ່ານການໂອ້ລົມແບບອອນລາຍ ທັກທາຍສະບາຍດີ ສ້າງຄວາມອົບອຸ່ນ ແລະ ຄວາມຮັກໃຫ້ແກ່ Ahgase ໃນເວລານັ້ນ ຢ່າງມີຄວາມສຸກໄປຕາມໆກັນ, ພິເສດໄປກວ່ານັ້ນຍັງມີ Ahgase ລາວເຮົາອີກພ້ອມ.

ໃນນັ້ນ Ahgase ປະເທດລາວ ໄດ້ໂອ້ລົມກັບ ແບມແບມ ຢ່າງມ່ວນຊື່ນ, ມີການຖາມວ່າ “ຖ້າຫາກໄປລາວຈະແນະນຳຫຍັງໃຫ້ກິນເປັນພິເສດ”, ທາງ Ahgase ລາວກໍຕອບໄປວ່າ: “ຕຳໝາກຫຸ່ງ” ແລະ ແບມແບມ ຍັງຖາມຕໍ່ອີກວ່າ: “ຕຳໝາກຫຸ່ງລາວກັບໄທໃສ່ປາກແດກຄືກັນບໍ?” ສ່ວນທາງ Ahgase ລາວ ກໍຕອບໄປວ່າ: “ໃສ່ຄືກັນ”. ທັງສອງໄດ້ໂອ້ລົມກັນແບບມີຄວາມສຸກ ຄົນທີ່ຮັບຟັງກໍຍິ້ມໄປຕາມໆກັນ ແລະ ກໍສຳຜັດໄດ້ເຖິງຄວາມເປັນກັນເອງ ຄວາມໜ້າຮັກຂອງສິລະປິນຢ່າງ ແບມແບມ ອີກພ້ອມ.

ພິເສດໄປກວ່ານັ້ນ ແບມແບມ ຍັງໄດ້ກ່າວອີກວ່າ: ຖ້າຫາກສະພາບບ້ານເມືອງກັບມາເປັນປົກກະຕິ ແລະ ຖ້າມີໂອກາດທຸກຢ່າງດີຂຶ້ນ ອາດຈະໄດ້ພົບກັນທີ່ລາວເປັນຄັ້ງທຳອິດ. ເພາະໂດຍສ່ວນຕົວແລ້ວ ແບມແບມ ແມ່ນຍັງບໍ່ມີໂອກາດໄດ້ມາລາວຈັກເທື່ອ ແລະ ຖ້າມີໂອກາດກໍຢາກຈະມາລາວ. ທີ່ສຳຄັນ ແບມແບມ ຮັບຮູ້ແລ້ວວ່າ Ahgase ລາວເຮົາກໍມີຫຼາຍເຊັ່ນດຽວກັນ.

ກໍຖືໄດ້ວ່າເປັນອີກເລື່ອງໜຶ່ງທີ່ດີທີ່ສຸດສຳລັບ Ahgase ລາວເຮົາ ແລະ Ahgase ຜູ້ໂຊກດີທີ່ໄດ້ລົມກັບ ແບມແບມ ສິລະປິນທີ່ຮັກຫອມ, ເປັນການໂອ້ລົມທີ່ຖ່າຍທອດຄວາມຮູ້ສຶກອອກມາໃຫ້ຜູ້ທີ່ຮັບຊົມຮູ້ສຶກດີ ຮູ້ສຶກມີຄວາມສຸກໄປພ້ອມ ແລະ ຍັງໄດ້ລຸ້ນໄປພ້ອມກັນອີກວ່າ ໃນອະນາຄົດ ແບມແບມ ອາດຈະໄດ້ມາຫາ Ahgase ທີ່ປະເທດລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/