KHOOMUE ແພລັດຟອມການຮຽນການສອນອອນລາຍ ແບບໃໝ່ ທີ່ເປັນພາສາລາວ


ເຮົາອາດຈະເຄີຍເຫັນແພລັດຟອມການຮຽນການສອນອອນລາຍຂອງຕ່າງປະເທດ ບໍ່ວ່າຈະເປັນ Master Class, SkillShare… ແຕ່ຕອນນີ້ໃນລາວເຮົາກໍໄດ້ມີການພັດທະນາແພລັດຟອມ ສື່ການຮຽນການສອນທີ່ມີສັກກະຍະພາບບໍ່ໜ້ອຍໄປກວ່າຂອງຕ່າງປະເທດເລີຍ ໂດຍແພລັດຟອມດັ່ງກ່າວຊື່ວ່າ “KHOOMUE (ຄູ່ມື)”.

KHOOMUE (ຄູ່ມື) ແມ່ນ ແພລັດຟອມທີ່ຮວບຮວມຄອສຮຽນ, ການສອນອອນລາຍ ເປັນສູນກາງລະຫວ່າງຄົນທີ່ກຳລັງຫາຄວາມຮູ້ ແລະ ຄົນທີ່ກຳລັງຢາກຖ່າຍທອດຄວາມຮູ້ມາພົບກັນ, ເປັນສື່ກາງເພື່ອໃຫ້ຄົນທົ່ວປະເທດໄດ້ຮຽນຮູ້ນຳກັນ ຜ່ານໂມບາຍແອບພິເຄຊັນ ແລະ ເວັບໄຊ.

ພາຍໃນຕົວແພລັດຟອມ KHOOMUE ປະກອບໄປດ້ວຍຫຼາກຫຼາຍບົດຮຽນ ວິດີໂອການສອນ ທີ່ຖືກຈັດແບ່ງເປັນໝວດໝູ່ຕາມຄວາມເໝາະສົມ ແລະ ສະດວກແກ່ຜູ້ທີ່ເຂົ້າມາສຶກສາ ຫຼື ຜູ້ທີ່ເປັນຄົນເຮັດວິດີສອນ, ບົດຮຽນຕ່າງໆລວມມີທັງແບບຟຣີ ແລະ ແບບຈ່າຍເງິນ ອີງຕາມເນື້ອຫາພ້ອມທັງລະດັບຂອງຕົວບົດຮຽນເອງ.

ສິ່ງທີ່ແອັບ KHOOMUE ມອບໃຫ້ແກ່ຜູ້ໃຊ້ງານນັ້ນກໍຄືຄວາມສະດວກສະບາຍຕ່າງໆບໍ່ວ່າຈະເປັນ:

  • ສາມາດຮຽນຜ່ານເວັບໄຊ ແລະ ແອບພິເຄຊັ່ນໄດ້ເລີຍ
  • ສາມາດຮຽນໄດ້ທຸກສະຖານທີ່ ທຸກເວລາ ຕະຫຼອດ 24 ຊົ່ວໂມງ
  • ຮຽນໄດ້ບໍ່ຈຳກັດ ສະໝັກເທື່ອດຽວ ຮຽນໄດ້ຕະຫຼອດຊີບ
  • ມີຄອສຮຽນຫຼາຍກວ່າ 100 ຄອສຮຽນ
  • ຮຽນຮູ້ກັບຜູ້ມີປະສົບການສະເພາະດ້ານ ແລະ ຖ່າຍທອດຈາກປະສົບການຈິງ
  • ສະດວກ ແລະ ທັນສະໄໝ ພຽງແຕ່ທ່ານມີແອັບ KHOOMUE
  • ລະບົບການຈ່າຍເງິນ: ທີ່ເຮົາສາມາດຈ່າຍເງິນເພື່ອຊື້ຄອສຮຽນໄດ້ຢ່າງງ່າຍດາຍດ້ວຍລະບົບ QR Code

KHOOMUE ຖືວ່າເປັນອີກແພລັດຟອມທີ່ຕອບໂຈດການສຶກສາໃນຍຸກ New Normal ນີ້ ທີ່ຫຼາຍໆຄົນຕ້ອງໄດ້ສຶກສາຜ່ານທາງອອນລາຍຢູ່ແລ້ວ, ສາມາດດາວໂຫລດແອັບ KHOOMUE ໄດ້ແລ້ວບໍ່ວ່າຈະເປັນທັງ Android ແລະ iOS.

ຂໍ້ມູນຈາກ:​ https://cutt.ly/8ROYG3q

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/