Superette ຮ້ານຊູເປີມາເກັດທີ່ຂາຍສິນຄ້າກັນຊາທຸກຢ່າງໃນ Toronto


ຖ້າເຈົ້າຢູ່ເມືອງໂຕຣອນໂຕ (Toronto) ທີ່ປະເທດແຄນນາດາ ແລ້ວບັງເອີນໄປເຫັນຮ້ານຊູເປີມາເກັດຂະໜາດໃຫຍ່ ຂຽນຊື່ວ່າ Superette ທີ່ມີໜ້າຕາພາຍນອກຄືໂຮງຈອດລົດ ແຕ່ການຕົກແຕ່ງພາຍໃນຈະໄປທາງຮ້ານຊູເປີມາເກັດໃນຊຸມປີ 1960 ດ້ວຍສີສັນສົດໃສ ແລະ ການຈັດລຽງສິນຄ້າໃນຮ້ານທີ່ເປັນລະບຽບພ້ອມທັງຍັງຮູ້ສຶກງາມສະບາຍຕາ ຈົນຢາກເຂົ້າໄປຍ່າງເລາະຊື້ຜັກສົດຈັກໜ້ອຍໜຶ່ງ ແຕ່ເຈົ້າອາດຈະບໍ່ໄດ້ຜັກຈັກຂີດເລີຍ ເພາະຮ້ານນີ້ຂາຍແຕ່ສິນຄ້າກັນຊາເທົ່ານັ້ນ!

Mimi Lam ແລະ Drummond Munro ຜູ້ກໍ່ຕັ້ງຊູເປີມາເກັດ Superette ທີ່ເມືອງໂຕຣອນໂຕ, ໃນປະເທດແຄນນາດາ ຕັ້ງແຕ່ປີ 2019 ໂດຍທີ່ພວກເຂົາຕ້ອງການສ້າງສີສັນຮູບແບບໃຫ້ຊູເປີມາເກັດນີ້ຮູ້ສຶກຫວນຄິດຮອດສະໄໝກ່ອນ ພ້ອມທັງຕ້ອງການຢາກຂາຍສິນຄ້າກັນຊາຢ່າງເປີດເຜີຍ “ເຮົາຄວນຈະມີຄວາມສຸກໃນການຊື້ມັນຄືກັບການບໍລິໂພກມັນ” ຕົວຮ້ານທີ່ມີຂະໜາດ 800 ຕາແມັດນີ້ ຢາກດຶງດູດໃຫ້ລູກຄ້າທີ່ເຂົ້າມາ ມີຄວາມສຸກໃນການເລືອກເບິ່ງສິນຄ້າຄືກັບເວລາຍ່າງເລາະໃນຊູເປີມາເກັດ.

ຜະລິດຕະພັນທຸກຢ່າງທີ່ກ່ຽວກັບກັນຊາໄດ້ຖືກນຳມາວາງຂາຍໃນທຸກຊັ້ນຈົນເຕັມຮ້ານບໍ່ວ່າຈະເປັນ ດອກຊາ, ແບບມ້ວນແລ້ວ, ແບບສູບ ໄປຈົນຮອດແບບກິນທີ່ທາງຊູເປີມາເກັດໄດ້ຜະລິດເອງເຊັ່ນຊີຣຽວ, ຊຸບໝາກເລັ່ນກະປ໋ອງ ໂດຍທີ່ລູກຄ້າສາມາດຍ່າງຊື້ໄດ້ຕາມໃຈ. ນອກຈາກນີ້, ໃນຮ້ານຍັງມີເຄື່ອງໃຊ້ເຄື່ອງນຸ່ງພ້ອມບໍ່ວ່າຈະເປັນໝວກ, ເສື້ອ, ທໍ່ສູບ ແລະ ເຄື່ອງບົດ.

ອຸດສາຫະກຳການຂາຍກັນຊາໄດ້ເພີ່ມຂຶ້ນໃນໂຕຣອນໂຕມາເລື້ອຍໆ ຕັ້ງແຕ່ປີ 2018 ທີ່ໄດ້ມີການປະກາດໃຫ້ຖືກກົດໝາຍ. ແຕ່ຊູເປີມາເກັດ Superette ກໍສ້າງອອກມາໂດຍມີຈຸດຢືນທີ່ແນ່ນອນ ພ້ອມກັບລັກສະນະເດັ່ນບໍ່ວ່າຈະເປັນການມີຜະລິິດຕະພັນຂອງກິນທີ່ເຮັດເອງ ໄປຈົນຮອດການຕົບແຕ່ງຮ້ານໃຫ້ລູກຄ້າຮູ້ສຶກເປັນມິດ. ດ້ວຍເເຫດນັ້ນ, ການຕະຫຼາດຂອງ Superette ຈຶ່ງດຶງດູດໃຫ້ຄົນມາລອງໄດ້ຕະຫຼອດບໍ່ວ່າຈະເປັນທັງໃນຫຼືນອກປະເທດ, ເຊິ່ງໃນອະນາຄົດພວກເຂົາກໍໄດ້ວາງແຜນຈະເປີດທີ່ສະຫະລັດອາເມຣິກາອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/