ການທົດລອງປູກຖ່າຍໝາກໄຂ່ຫຼັງໝູໃຫ້ກັບຄົນ ເປັນຜົນສຳເລັດແລ້ວ


ຄະນະແພດໝໍຈາກປະເທດສະຫະລັດອາເມຣິກາໄດ້ມີການທົດລອງປູກຖ່າຍໝາກໄຂ່ຫຼັງໝູສູ່ຄົນ ເຊິ່ງສຳເລັດຜົນໄປໄດ້ດ້ວຍດີ ພ້ອມທັງແບກຄວາມຫວັງຊ່ວຍເຫຼືອໃນການຂາດແຄນຂອງອະໄວຍະວະທີ່ຖືກບໍລິຈາກ.

ນີ້ເປັນການຄົ້ນພົບທີ່ຍິ່ງໃຫຍ່ ແລະ ຍັງເປັນຫຼັກຖານແຫ່ງຄວາມກ້າວໜ້າສູ່ການປິ່ນປົວຜູ້ປ່ວຍໃນອະນາຄົດ. ທີມແພດຈາກເມືອງນິວຢອກ ທີ່ປະເທດສະຫະລັດອາເມຣິກາ ໄດ້ປະຕິບັດການຜ່າຕັດປູກຖ່າຍອະໄວຍະວະ ໂດຍນຳໃຊ້ໝາກໄຂ່ຫຼັງຂອງໝູ ຕໍ່ຜູ້ປ່ວຍທີ່ສະໝອງຕາຍ ເຊິ່ງເປັນຜູ້ປ່ວຍທີ່ບໍ່ມີໂອກາດປິ່ນປົວໃຫ້ເຊົາໄດ້. ໂດຍໝາກໄຂ່ຫຼັງທີ່ນຳໃຊ້ນັ້ນ, ທາງແພດໄດ້ມີການປັບປ່ຽນທາງກຳມະພັນເພື່ອປ້ອງກັນບໍ່ໃຫ້ຮ່າງກາຍຂອງຜູ້ປ່ວຍກວດຈັບມັນໄດ້ວ່າເປັນອະໄວຍະວະຈາກສິ່ງແປກປອມ ແລະ ປະຕິເສດມັນ. ການທົດລອງຜ່າຕັດດັ່ງກ່າວນັ້ນເຄີຍມີມາກ່ອນແລ້ວ ແຕ່ນັ້ນແມ່ນທົດລອງກັບສັດ. ຄັ້ງນີ້ຈຶ່ງເປັນບາດກ້າວທຳອິດທີ່ໄດ້ມີການທົດລອງກັບຄົນ ຜົນຈາກການປູກຖ່າຍອະໄວຍະວະແມ່ນຮ່າງກາຍບໍ່ໄດ້ປະຕິເສດໝາກໄຂ່ຫຼັງທີ່ຖືກຮັບເຂົ້າມາ.

ໃນການຜ່າຕັດທີ່ກິນເວລາໄປ 2 ຊົ່ວໂມງ, ແພດໝໍໄດ້ມີການເຊື່ອມຕໍ່ຫຼອດເລືອດຈາກໝາກໄຂ່ຫຼັງສູ່ຜູ້ປ່ວຍເພື່ອກວດສອບວ່າຮ່າງກາຍຈະຕອບຮັບ ຫຼື ປະຕິເສດ. ນອກຈາກນີ້ຍັງໄດ້ມີການປູກຖ່າຍຕ່ອມໝາກໄຂ່ຫຼັງມັສ (Thymus Gland) ພ້ອມ, ໂດຍເຊື່ອວ່າມັນຈະຊ່ວຍໃຫ້ຮ່າງກາຍຂອງມະນຸດຢຸດການປະຕິເສດອະໄວຍະວະແປກປອມເຂົ້າມາ ກໍຄືເປີດຮັບໝາກໄຂ່ຫຼັງຈາກໝູໃນໄລຍະຍາວ ໂດຍການກຳຈັດເຊວພູມຕ້ານທານທີ່ບໍ່ຢູ່ຖາວອນ ເພື່ອບໍ່ໃຫ້ມັນມາທຳລາຍເຍື່ອຫຸ້ມຂອງໝາກໄຂ່ຫຼັງໝູ. ຜົນທີ່ໄດ້ແມ່ນຮ່າງກາຍເຮັດວຽກປົກກະຕິເປັນເວລາ 54 ຊົ່ວໂມງ.

ອະໄວຍະວະຂອງໝູນັ້ນເໝາະສົມກັບການປູກຖ່າຍເຂົ້າມາໃນຄົນ ໂດຍອ້າງອີງຈາກປັດໄຈເລື່ອງຂະໜາດ. ສະນັ້ນ, ການນຳໃຊ້ອະໄວຍະວະຂອງໝູມາປູກຖ່າຍບໍ່ແມ່ນເລື່ອງໃໝ່. ລີ້ນຫົວໃຈຂອງໝູກໍເປັນສິ່ງທີ່ຖືກນຳໃຊ້ໃນມະນຸດຢ່າງແຜ່ຫຼາຍ.

ເຖິງແມ່ນວ່າຂັ້ນຕອນການທົດລອງຍັງບໍ່ໄດ້ຜ່ານການທົບທວນ ແຕ່ກໍຖືວ່າແມ່ນການຄົ້ນພົບທີ່ກ້າວໜ້າທີ່ສຸດໃນວົງການການແພດ. ປັດຈຸບັນໄດ້ມີອີກຫຼາຍລ້ານຄົນທີ່ລໍຖ້າປູກຖ່າຍອະໄວຍະວະແຕ່ກໍບໍ່ໄດ້ຮັບຄຳຕອບ ໃນອະນາຄົດມັນຈະຊ່ວຍເຫຼືອພວກເຂົາໄດ້ ແລະ ເຮົາກໍຈະບໍ່ຕ້ອງກັງວົນຕໍ່ການຂາດແຄນການບໍລິຈາກອະໄວຍະວະ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/