ວັນທີ 24 ຕຸລາ ວັນສະຫະປະຊາຊາດ


ວັນທີ 24 ຕຸລາ ຂອງທຸກໆປີ ແມ່ນຖືກກຳນົດໃຫ້ເປັນ ວັນສະຫະປະຊາຊາດ. ໃນວັນທີ 24 ຕຸລາ ປີ 1945 ມີ 5 ປະເທດ ສະຫະລັດ ອາເມຣິກາ, ຝຣັ່ງ, ສະຫະລາຊະອານາຈັກ, ສະຫະພາບໂຊວຽດ ແລະ ຈີນ ໄດ້ລົງນາມໃນກົດບັນຍັດສະຫະປະຊາຊາດ ເພື່ອຮັກສາສັນຕິພາບຂອງໂລກ.

ອົງການສະຫະປະຊາຊາດ ຫຼື United Nations (UN) ເປັນອົງການລະຫວ່າງປະເທດ ທີ່ມີບົດບາດສຳຄັນໃນການນຳເອົາສັນຕິພາບມາສູ່ໂລກ ດ້ວຍຄວາມພະຍາຍາມໃຫ້ມະນຸດທຸກຄົນຢູ່ຮ່ວມກັນຢ່າງສະເໝີພາບ ແລະ ສະຫງົບສຸກ ໂດຍມີເປົ້າໝາຍດັ່ງນີ້: ເພື່ອລະງັບກໍລະນີພິພາດລະຫວ່າງປະເທດຄູ່ກໍລະນີດ້ວຍສັນຕິວິທີ, ເປັນຕົວກາງໃນການນຳສັນຕິພາບມາສູ່ໂລກ, ເປັນສູນກາງຄວາມຮ່ວມມືຊ່ວຍເຫຼືອລະຫວ່າງປະເທດໃນທາງເສດຖະກິດ-ສັງຄົມ ແລະ ວັດທະນະທຳ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/