ໂຈນຖ່າຍທອດສົດໜ້າຕົນເອງອອກສື່ ຫຼັງຈາກລັກໂທລະສັບຂອງນັກຂ່າວທີ່ກຳລັງ Live ຂ່າວສົດ


ເຫດການນີ້ເກີດຂຶ້ນທີ່ປະເທດອີຢິບ ຫຼັງຈາກມີໂຈນຄົນໜຶ່ງດຶງໂທລະສັບຂອງນັກຂ່າວ ທີ່ກຳລັງຍ່າງຢູ່ຂ້າງຖະໜົນ ໂດຍທີ່ໂຈນບໍ່ຮູ້ວ່າໂທລະສັບໜ່ວຍນັ້ນກຳລັງ live ສົດ ແລະ ກໍມີຄົນເຫັນເຫດການນັ້ນຕໍ່ໜ້າຕໍ່ຕາເປັນໝື່ນໆຄົນ ທີ່ຊວຍກວ່ານັ້ນຄືໂທລະສັບໄດ້ຖ່າຍທອດສົດໃບໜ້າຂອງໂຈນເອົາໄວ້ເຕັມໆ.

ມາມຸດ ຣາເຈບ (Mahmoud Ragheb), ຜູ້ສື່ຂ່າວຈາກເວັບໄຊ Youm7 ຂອງອີຢິບ ກໍາລັງຖ່າຍທອດສົດເຫດການຫຼັງເກີດແຜ່ນດິນໄຫວໃນຖະໜົນຂອງນະຄອນໄຄໂຣ (Cairo) ກ່ອນທີ່ຈະມີຊາຍຄົນໜຶ່ງຂັບລົດຈັກ ແລະ ໄດ້ດຶງໂທລະສັບຂອງ ຣາເຈບ ໄປນຳ ແຕ່ເບິ່ງຄືວ່າຟ້າຈະບໍ່ເຂົ້າຂ້າງໂຈນຄົນນີ້ ເພາະວ່າ live ສົດຂອງ ຣາເຈບ ໄດ້ບັນທຶກໜ້າຂອງໂຈນເອົາໄວ້ແບບເຕັມໆ.

ຄວາມຊວຍຂອງໂຈນຄນນີ້ກໍຄື ມີຜູ້ທີ່ກຳລັງຮັບຊົມຖ່າຍທອດສົດຂອງ ຣາເຈບ ຢູ່ປະມານ 20,000 ກວ່າຄົນ ແລະ ເກືອບໆທຸກຄົນທີ່ເບິ່ງ live ຕ່າງພາກັນຊ່ວຍຫາໂຈນຜູ້ນີ້ ທີ່ໃບໜ້າຂອງລາວກຳລັງປາກົດຢູ່ເທິງໜ້າຈໍຂອງພວກເຂົາ “ຊາຍຜູ້ທີ່ຂີ່ລົດ ແລະ ຄາບຢາສູບຢູ່ໃນປາກລາວແມ່ນໃຜ”

ໃນເວລາພຽງສອງສາມຊົ່ວໂມງ ເຈົ້າໜ້າທີ່ຕຳຫຼວດທ້ອງທີ່ ກັລຍຸບ (Qalyub) ຂອງອີຢິບ ສາມາດຈັບຕົວຜູ້ກໍ່ເຫດດຶງເອົາໂທລະສັບຂອງນັກຂ່າວເອົາໄວ້ໄດ້ໃນທັນທີ ແລະ ເຈົ້າໜ້າທີ່ຈາກກະຊວງພາຍໃນຂອງອີຢິບໄດ້ບອກວ່າ ພວກເຂົາໄດ້ໃຊ້ເທັກໂນໂລຢີສະໄໝໃໝ່ໃນການຈັບໃບໜ້າຂອງຜູ້ກໍ່ເຫດ ທີ່ປາກົດໃນ live ຈົນສາມາດນຳມາສູ່ການຈັບກຸມຕົວໄດ້ໃນທ້າຍທີ່ສຸດ.

ພາຍໃນໄລຍະເວລາ 24 ຊົ່ວໂມງທີ່ live ວິດີໂອ ໂຈນດຶງໂທລະສັບ live ຂ່າວສົດ ມີຄົນເຂົ້າຊົມກວ່າ 6.2 ລ້ານຄັ້ງ  ພ້ອມການສະແດງຄວາມຄິດເຫັນອີກ 45,000 ຂໍ້ຄວາມ ໂດຍເຫດການນີ້ເກີດຂຶ້ນທີ່ບໍລິເວນ ຂົວ ຊູບຣາ ອັລໄຄມາ (Shubra Al-Khaimah) ສ່ວນໂຈນຜູ້ກໍ່ເຫດນີ້ໄດ້ຮັບການຢັ້ງຢືນວ່າເປັນຄົນວ່າງງານ ແລະ ເລາະລັກໂທສັບເພື່ອນຳໄປຂາຍ.

ມີຫຼາຍຄົນເຂົ້າໄປຈົ່ມຂວັນໂຈນຄົນດັ່ງກ່າວ ທີ່ກຳລັງເຮັດທ່າທາງລະແວງ , ຫັນໄປແນມທາງຫຼັງໄປມາ ເບິ່ງຄືວ່າຈະມີຄົນມາຈັບ ເຊິ່ງຫຼາຍຄົນເວົ້າວ່າ “ຈະຫັນໄປມາມາເຮັດຫຍັງໃນເມື່ອຄົນໝົດໂລກກຳລັງຈັບຕາເບິ່ງເຈົ້າຢູ່” ແລະ ຄວາມບັງເອີນທີ່ສຸດແສນຈະບັນຍາຍນີ້ ຈຶງເຮັດໃຫ້ໂຈນຜູ້ນີ້ກາຍເປັນໂຈນທີ່ຕາຍນ້ຳຕື້ນພຽງບໍ່ຈັກຄົນໃນໂລກໜ່ວຍນີ້.

Link ຮັບຊົມວິດີໂອວິນາທີໂຈນດຶງເອົາໂທລະສັບຈາກນັກຂ່າວ:

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/