Nicole Steel ເປີດຕົວ “SmrtKuffs” ສາຍຮັດຂໍ້ມືຝັງເພັດສຳລັບ Apple Watch ທີ່ສາມາດເຊື່ອມຕໍ່ກັບ NFT ໄດ້


ໃນຕອນເເລງຂອງວັນອັງຄານທີ່ຜ່ານມາ, Nicole Steel ຜູ້ປະກອບການ ແລະ ອະດີດນັກວິເຄາະການລົງທຶນອະສັງຫາລິມະຊັບໄດ້ເປີດຕົວ “SmrtKuffs” ຄໍເລັກຊັນສາຍຮັດຂໍ້ມືຝັງເພັດສຳລັບ Apple Watch ໃນງານ Paris Haute Couture Week ເຊິ່ງເປັນຜະລິດຕະພັນໃໝ່ຫຼ້າສຸດຈາກ La Maison Steel ທີ່ລາວໄດ້ກໍ່ຕັ້ງຂຶ້ນໃນປີ 2019.

“SmrtKuffs” ສາຍຮັດຂໍ້ມືຝັງເພັດນີ້ມີລາຄາເລີ່ມຕົ້ນຢູ່ທີ່ 290 ໂດລາ ໂດຍມີຕັ້ງເເຕ່ຮຸ່ນທຳມະດາຈົນໄປເຖິງຮຸ່ນ Limited edition ທີ່ຖືກສັ່ງເຮັດໂດຍສະເພາະຈາກຊ່າງສີມືຊາວຝຣັ່ງ.

ໂດຍ SmrtKuffs ສາຍຂໍ້ມືຝັງເພັດນີ້ ເປັນການປະສົມປະສານລະຫວ່າງງານສີມືໃນໂລກຍຸກເກົ່າ ເເລະ ເທັກໂນໂລຢີຄື Web3 ໃນໂລກຍຸກໃໝ່ໂດຍໃຊ້ເວລາຜະລິດເຖິງ 136 ຊົ່ວໂມງ. ໃນຕົວສາຍຮັດຂໍ້ມືຈະປະກອບໄປດ້ວຍເພັດ VVS 400 ເມັດ ລວມ 2,5 ກະຣັດ ປະດັບດ້ວຍທອງຄຳຂາວ, ຕົວສາຍໃຊ້ໜັງເເຂ້ຈາກສະມາຄົມຊາວກະສິກອນຜູ້ເພາະລ້ຽງຟາມເເຂ້ນານາຊາດທີ່ໄດ້ຮັບການອອກເເບບໃຫ້ Smartwatch ຂອງ Apple ໃຫ້ເໝາະສໍາລັບສວມໄວ້ໃຕ້ຂໍ້ມືໄດ້ໂດຍທີ່ຜູ້ອື່ນຈະບໍ່ເຫັນເວລາຂໍ້ຄວາມເຂົ້າຂອງຜູ້ສວມໃສ່. ນອກຈາກນີ້ສາຍຮັດຂໍ້ມືເເຕ່ລະອັນຍັງມີການລວມເຂົ້າກັບຊິບ NFT ເພື່ອໃຫ້ຜູ້ໃຊ້ເຂົ້າເຖິງທັງ ID ດິຈິຕອລ ເເລະ ຂໍ້ມູນກ່ຽວກັບເເຫຼ່ງທີ່ມາ Secure Provenance ຜ່ານ NFT ໃນ Polygon ໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/