NewJeans ຈັບມືກັບ The Powerpuff Girls ສ້າງຄາແຣັກເຕີສາວນ້ອຍສົມບູນແບບໃນເພງໃໝ່ “New Jeans”


ສາລະພັດຂອງກຸ໊ກກິ້ກ! The Powerpuff Girls ອະນິເມຊັນໃນຕຳນານທີ່ໃຜຫຼາຍຄົນອາດຮູ້ຈັກ ແລະ ເປັນແຟນອະນິເມະເລື່ອງນີ້ ເມື່ອສາວໆວົງ NewJeans ໄດ້ຈັບມືກັບທາງ The Powerpuff Girls ສ້າງຄາແຣັກເຕີສາວນ້ອຍສົມບູນແບບ ຂຶ້ນມາໃນ MV ໃໝ່ “New Jeans”.

ວັນທີ 7​ ກໍລະກົດ 2023 ທາງສາວໆວົງ NewJeans ໄດ້ປ່ອຍຜົນງານ MV pre-release ທີ່ມີຊື່ເພງຊື່ດຽວກັບວົງຄື “New Jeans” ພ້ອມເຜີຍໃຫ້ເຫັນຜົນງານທີ່ຮ່ວມມືກັບ The Powerpuff Girls  ບອກໄດ້ຄຳດຽວວ່າໃຊ້ຄຳວ່າໜ້າຮັກໄດ້ເປືອງທີ່ສຸດ.

ໂດຍເພງ “New Jeans” ຈະເປັນເພງ pre-release ຈາກມິນິອາລະບ້ຳຊຸດທີ 2 ຂອງວົງທີ່ມີຊື່ວ່າ Get Up. ເພງ “New Jeans” ເປັນເພງທຳອິດທີ່ມີການປ່ອຍ MV ອອກມາຈາກທັງໝົດ 6 ເພງໃນອາລະບ້ຳ ໂດຍທາງຕົ້ນສັງກັດຢ່າງ ADOR ໄດ້ແຈ້ງວ່າໃນອາລະບ້ຳນີ້ຈະມີ MV ໃຫ້ແຟນໆໄດ້ເຫັນກັນທຸກເພງຢ່າງແນ່ນອນບໍ່ວ່າຈະເພງ “New Jeans”, “Super Shy,” “ETA,” “Cool With You,” “Get Up” ແລະ “ASAP” ໂດຍໃນແຕ່ລະເພງຈະປ່ອຍເອັມວີອອກມາຈົນຄົບນັ້ນເອງ.

ເຊື່ອວ່າຕອນນີ້ແຟນໆຄົງຈະຖ້າກັນຢ່າງໃຈຈົດໃຈຈໍ່ ແລະ ພາວະນາໃຫ້ຮອດວັນທີ 18 ກໍລະກົດ 2023 ທີ່ຈະໄດ້ເປີດຕົວ ຕົວຢ່າງ 17 ວິນາທີຂອງເພງຕໍ່ໄປຢ່າງເພງ “Get Up” ທີ່ໄດ້ຈຸດປະກາຍໃຫ້ແຟນໆຫຼາຍແສນຄົນໂພສກ່ຽວກັບເລື່ອງນີ້ທາງອອນລາຍ ແລະ ຍັງມີແຟນຄັບຄົນໜຶ່ງສ້າງຟິວເຕີຊື່ “powerpuff me” ເຊິ່ງໃຫ້ແຟນໆສາມາດສ້າງຕົວລະຄອນ Powerpuff Girls ຕົນເອງໄດ້ ໂດຍມີຜູ້ໃຊ້ງານຫຼາຍກວ່າ 628 ແສນຄັ້ງໄປເປັນທີ່ຮຽບຮ້ອຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/