Circle ກຽມອອກ Stablecoin ທີ່ຜູກກັບເງິນເຢນ ຫຼັງຈາກທີ່ລັດຖະບານຍີ່ປຸ່ນໄດ້ອອກກົດໝາຍຄຸ້ມຄອງໃຫ້ກັບ Stablecoin


ຫຼັງຈາກທີ່ລັດຖະບານຍີ່ປຸ່ນໄດ້ຜ່ານຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ Stablecoin ໂດຍມີຜົນບັງຄັບໃຊ້ທັນທີໃນວັນທີ 1 ມິຖຸນາທີ່ຜ່ານມາ, ເຮັດໃຫ້ Jeremy Allaire, ຜູ້ຮ່ວມກໍ່ຕັ້ງ ແລະ CEO ຂອງ Circle ມີຄວາມສົນໃຈ ເເລະ ກຳລັງພິຈາລະນາທີ່ຈະອອກຫຼຽນ Stablecoin ໃນຍີ່ປຸ່ນ.

Allaire ກ່າວວ່າ “ຖ້າຫາກມີການໃຊ້ Stablecoin ຢ່າງກວ້າງຂວາງສໍາລັບການຄ້າລະຫວ່າງປະເທດ ແລະ ການເຮັດທຸລະກໍາທົ່ວໂລກ, ຍີ່ປຸ່ນອາກຈະກາຍເປັນຕະຫຼາດທີ່ມີຄວາມສໍາຄັນຫຼາຍສໍາລັບພວກເຮົາເປັນຢ່າງຍິ່ງ”

ພາຍໃຕ້ຮ່າງ​ກົດໝາຍບໍລິການຊຳລະເງິນຂອງ​ຍີ່​ປຸ່ນສະບັບເເກ້ໄຂໃໝ່ນີ້ ​Stablecoin ທີ່ໄດ້ຮັບການສະໜັບສະໜູນຈາກກົດໝາຍໄດ້ຮັບການຍອມຮັບວ່າເປັນ “ວິທີການຊໍາລະເງິນເເບບອີເລັກໂທຣນິກ” ເຊິ່ງໝາຍຄວາມວ່າສາມາດໃຊ້ ເເລະ ອອກ Stablecoin ໃນຍີ່ປຸ່ນໄດ້ເເບບຖືກກົດໝາຍ.

ໂດຍ Stablecoin ທີ່ຈະອອກໃນຍີ່ປຸ່ນນັ້ນຈະຕ້ອງຜູກກັບເງິນເຢນຂອງຍີ່ປຸ່ນ ຫຼື ສະກຸນເງິນອື່ນທີ່ໄດ້ຮັບການຮອງຮັບຕາມກົດໝາຍ ອີກທັງຕ້ອງເເນ່ໃຈວ່າຜູ້ຖືສາມາດເເລກຫຼຽນເຫຼົ່ານີ້ໄດ້ຕາມມູນຄ່າທີ່ລະບຸໄວ້ອີກດ້ວຍ. ເຊິ່ງການອອກ Stablecoin ໃນຍີ່ປຸ່ນຈໍາກັດສະເພາະສະຖາບັນການເງິນທີ່ໄດ້ຮັບອະນຸຍາດເທົ່ານັ້ນ ເຊິ່ງລວມເຖິງທະນາຄານ, ຕົວເເທນໂອນເງິນ ເເລະ ບໍລິສັດໄວ້ວາງໃຈໄດ້.

ນີ້ຖືໄດ້ວ່າເປັນສິ່ງທີ່ທ້າທ້າຍຄວາມສາມາດຂອງ Circle ຫຼາຍ, ເນື່ອງຈາກຕົວເເທນຂອງ Stablecoin ທີ່ໃຫຍ່ທີ່ສຸດເປັນອັນດັບ 2 ຍັງບໍ່ໄດ້ບຸກເບີກຕະຫຼາດຍີ່ປຸ່ນຢ່າງຈິງຈັງ, ແຕ່ເມື່ອບໍ່ດົນມານີ້, ອົງການການບໍລິການທາງດ້ານການເງິນຂອງຍີ່ປຸ່ນໄດ້ຍົກເລີກການຫ້າມ Stablecoin ຢູ່ຕ່າງປະເທດໃນເດືອນທັນວາປີທີ່ຜ່ານມາ. ນີ້ອະນຸຍາດໃຫ້ບໍລິສັດເຊັ່ນ Circle ຄົ້ນຫາໂອກາດຈະຕີຕະຫຼາດໃນຍີ່ປຸ່ນໄດ້.

ທີ່ມາ:

Coindesk

Circle

Siamblockchain

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/