NASA ປະສົບຜົນສຳເລັດໃນການທົດລອງປູກຜັກໃນສະຖານີອະວະກາດ


Kate Rubins ໄດ້ເລີ່ມການທົດລອງປູກຜັກໃນສະຖານີອະວະກາດ ໃນວັນທີ 30 ພະຈິກ ປີ 2020, ລາວໄດ້ປູກພືດ Radish ຫຼື ຫົວຜັກກາດແດງ ໃນການທົດລອງທີ່ຊື່ວ່າ Plant Habitat-02 ເທິງສະຖານີອະວະກາດນານາຊາດ, ເຊິ່ງຜົນການທົດລອງອອກມາເປັນທີ່ພໍໃຈ ເພາະວ່າຫົວຜັກກາດແດງສາມາດຈະເລີນເຕີບໃຫຍ່ ແລະ ອອກຫົວໄດ້ຕາມປົກກະຕິ.

ເນື່ອງຈາກວ່າການປູກພືດເທິງອະວະກາດນັ້ນມີຂໍ້ຈຳກັດທີ່ແຕກຕ່າງຈາກປູກເທິງໜ້າໂລກຫຼາຍ ໂດຍສະເພາະແຮງດຶງດູດ, ນັກວິທະຍາສາດຈຶ່ງສົງໄສວ່າ ຖ້າບໍ່ມີແຮງດຶງດູດແລ້ວມັນຈະຈະເລີນເຕີບໃຫຍ່ແນວໃດ ລວມເຖິງເລື່ອງການດູດຊຶມສານອາຫານ ແລະ ການສັງເຄາະແສງ ແທນແສງຕາເວັນ.

ຜົນປາກົດວ່າ ພວກມັນສາມາດເຕີບໃຫຍ່ໄດ້ຕາມປົກກະຕິທັງ 20 ຕົ້ນທີ່ທົດລອງປູກ ພວກມັນສາມາດມີຊີວິດໄດ້ໃນບ່ອນທີ່ບໍ່ມີແຮງດຶງດູດ ແລະ ເຄື່ອງປູກທີ່ສ້າງຂຶ້ນມາ, ຫຼັງຈາກທີ່ພວກມັນຖືກເກັບກ່ຽວໄປແລ້ວ ຈະສົ່ງກັບມາໂລກເພື່ອເຮັດການວິເຄາະວ່າ ຫົວຜັກກາດແດງອະວະກາດນີ້ ມີສານອາຫານຄືໂຕທີ່ປູກໃນໂລກບໍ່.

ຖືວ່າເປັນອີກບາດກ້າວທີ່ສຳຄັນຢ່າງໜຶ່ງທາງວິທະຍາສາດ, ເປັນຄວາມຫວັງໃນດ້ານແຫຼ່ງອາຫານໃຫ້ກັບມະນຸດທີ່ໄປເຮັດພາລະກິດຢູ່ເທິງອະວາກາດ ແລະ ຍັງມີປະໂຫຍດກັບການພັດທະນາສະພາບແວດລ້ອມທີ່ເໝາະສົມກັບພືດຕ່າງໆອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://www.nasa.gov/feature/astronauts-harvest-radish-crop-on-international-space-station?fbclid=IwAR1aKRfAO5-Z96UCkhk01EV2o4vCPdvwFgWwbr02gTnA4tBy9BRm66HblGA