ການສຶກສາໃໝ່ເຜີຍວ່ານ້ຳກ້ອນລະດູຮ້ອນຂອງອາກຕິກອາດຈະລະລາຍໝົດໃນປີ 2035


ໃນແຕ່ລະປີ ແຜ່ນນ້ຳກ້ອນໃນທະເລອາກຕິກຈະຂະຫຍາຍຕົວ ເນື່ອງຈາກວ່ານ້ຳທະເລຈະຖືກແຊ່ແຂງຈາກລະດູໜາວທີ່ຍາວນານ ແລະ ມືດ, ແສງຕາເວັນເຂົ້າເຖິງໜ້ອຍ, ແຜ່ນນ້ຳກ້ອນອາກຕິກຈະມີພື້ນທີ່ໃຫຍ່ເທົ່າກັບມະຫາສະໝຸດອາກຕິກ ຫຼື ເກືອບ 16 ລ້ານກິໂລຕາແມັດ ແລະ ແຜ່ນນ້ຳກ້ອນຈະລະລາຍໃນຊ່ວງລະດູຮ້ອນ ຈົນເຖິງຊ່ວງທີ່ມີນ້ຳກ້ອນໜ້ອຍສຸດ ນັ້ນກໍຄືເດືອນກັນຍາ.

ໃນເດືອນກໍລະກົດຊ່ວງປີ 1980 ມີແຜ່ນນ້ຳກ້ອນປະມານ 9,800,000 ກິໂລຕາແມັດ ທຽບເທົ່າກັບປະເທດສະຫະລັດອາເມຣິກາເລີຍ, ແຕ່ໃນເດືອນກໍລະກົດ ປີ 2020 ແຜ່ນນ້ຳກ້ອນມີພຽງ 7,200,000 ກິໂລຕາແມັດເທົ່ານັ້ນ ນັບແຕ່ປີ 1979 ເປັນຕົ້ນມາ ແຜ່ນນ້ຳກ້ອນອາກຕິກລົດລົງສະເລ່ຍ 70,000 ກິໂລຕາແມັດ/ປີ ແລະ ບໍ່ໄດ້ເພີ່ມຂຶ້ນອີກເລີຍ.

Nature Climate Change ໄດ້ເຜີຍແຜ່ການສຶກສາທີ່ສະໜັບສະໜູນຂໍ້ມູນດັ່ງກ່າວວ່າ ນ້ຳກ້ອນລະດູຮ້ອນໃນທະເລທີ່ຢູ່ເໜືອສຸດຂອງໂລກກຳລັງຈະລະລາຍທັງໝົດພາຍໃນປີ 2035!!! ເຊິ່ງຜູ່ທີ່ເຮັດວິໄຈເລື່ອງນີ້ແມ່ນ ມາເຣຍ ວິກຕໍເຣຍ ກົວຣິໂນ ຜູ້ຂຽນຫຼັກໃນດ້ານການສຶກສາ ແລະ ນັກວິທະຍາສາດດ້ານສະພາບພູມອາກາດ ແຫ່ງຄະນະສຳຫຼວດທະວີບແອນຕາຕິກກາຂອງສະຫະລາຊະອານາຈັກ (British Antarctic Survey) .

ທະວີບອາກຕິກຈະຮ້ອນຂຶ້ນຫຼາຍກວ່າ 1 ເທົ່າໂຕຢ່າງໄວວາ ເຊັ່ນດຽວກັບພື້ນທີ່ອື່ນໆໃນໂລກ,​ ໝາຍເຖິງອຸນຫະພູມຈະເພີ່ມຂຶ້ນປະມານ 2-3 ອົງສາ.

ມັນຈະສົ່ງຜົນກະທົບກັບວິຖີຊີວິດຂອງຄົນໃນພູມີພາກນີ້, ພື້ນທີ່ນ້ຳກ້ອນເທິງບົກ (Land fast ice) ທີ່ເຄີຍປົກປ້ອງຝັ່ງຈາກຄື້ນທະເລ ແລະ ພາຍຸ ກຳລັງຈະຫາຍໄປຢ່າງໄວວາ ເຊິ່ງການຫາຍໄປຂອງມັນຈະເຮັດໃຫ້ຊາຍຝັ່ງຖືກກັດເຊາະຢ່າງໄວ ເຮັດໃຫ້ຊຸມຊົນທີ່ຢູ່ບໍລິເວນນັ້ນຕົກຢູ່ໃນຄວາມສ່ຽງຈາກອັນຕະລາຍ ເຊັ່ນໝູ່ບ້ານ Shishmaref ຕັ້ງຢູ່ເກາະໃນປະເທດຣັດເຊຍ ກຳລັງພົບກັບບັນຫານ້ຳທະເລສູງຂຶ້ນ ແຜ່ນນ້ຳກ້ອນທີ່ປົກປ້ອງຊາຍຝັ່ງ(Protective sea ice) ແລະ ຊັ້ນດິນແຂງຄົງຕົວ(Permafrost) ທີ່ກຳລັງລະລາຍ ສົ່ງຜົນໃຫ້ໂຄງສ້າງພື້ນຖານຂອງບ້ານຢູ່ໃນສະພາວະບໍ່ແຂງແຮງ.

ທະເລອາກຕິກມີອິດທິພົນຕໍ່ພູມອາກາດ ແລະ ສະພາບອາກາດຂອງໂລກຫຼາຍ, ແຜ່ນນ້ຳແຂງຂາວໆຂອງມັນສາມາດສະທ້ອນຄວາມຮ້ອນຂອງດວງຕາເວັນກັບໄປຊັ້ນບັນຍາກາດ ແລະ ເຮັດໜ້າທີ່ປ້ອງຜືນນ້ຳຂອງມະຫາສະໝຸດທີ່ຢູ່ທາງລຸ່ມ, ຄວາມແຕກຕ່າງລະຫວ່າງພື້ນທີ່ອາກຕິກທີ່ໜາວເຢັນ ແລະ ເສັ້ນກຳນົດເຂດຮ້ອນຂອງດວງຕາເວັນ (Tropic of Capricorn) ເປັນຕົວຂັບເຄື່ອນລົມ ແລະ ກະແສນ້ຳໃນມະຫາສະໝຸດ ເຊິ່ງມີອິດທິພົນກັບສະພາບອາກາດທົ່ວໂລກ.

ສຳນັກອຸຕຸນິຍົມວິທະຍາ ຂອງສະຫະລາຊະອານາຈັກ ໄດ້ພັດທະນາແບບຈຳລອງສະພາວະທີ່ອາກຕິກໄດ້ສູນເສຍນ້ຳກ້ອນ ພວກເຂົາໄດ້ໃສ່ແຫຼ່ງນ້ຳນ້ອຍໆທີ່ຢູ່ໃນພື້ນທີ່ຍອດຂອງນ້ຳກ້ອນ ທີ່ເກີດຈາກຄວາມຮ້ອນຂອງດວງຕາເວັນທີ່ລະລາຍພວກມັນ, ແຫຼ່ງນ້ຳດັ່ງກ່າວດູດຊຶມເອົາຄວາມຮ້ອນຂອງແສງຕາເວັນໄດ້ຢ່າງໄວວາ ແລະ ໄດ້ລະລາຍກາຍເປັນແຫຼ່ງນ້ຳ ມີການສັງເກດແຫຼ່ງນ້ຳໃນຊ່ວງທີ່ມັນລະລາຍ ເນື່ອງຈາກມັນເປັນການເລັ່ງລະລາຍແຜ່ນນ້ຳກ້ອນເທິງບົກທັງໃນເກາະກຣີນແລນ ແລະ ແອນຕາຕິກາ. ກົວຣິໂນ ກັບທີມງານຂອງລາວກ່າວວ່າ ອາກຕິກໃນຊ່ວງສຸດທ້າຍຂອງຊ່ວງອົບອຸ່ນໃນຍຸກນ້ຳກ້ອນ ກໍເກີດເຫດການແບບນີ້ເຊັ່ນດຽວກັນ.

ການຈຳລອງຊີ້ໃຫ້ເຫັນວ່າ ເຫດການແບບນີ້ສາມາດເກີດຂຶ້ນໄດ້ອີກໃນອະນາຄົດ ເຊິ່ງອະນາຄົດທີ່ນັກວິທະຍາສາດຄາດໄວ້ກໍແມ່ນປີ 2035 ເຊິ່ງຖືວ່າໄວແບບບໍ່ໜ້າເຊື່ອ ມັນຈະເກີດການປ່ຽນແປງອັນໃດອີກໃນອະນາຄົດ ເຮົາຕ້ອງຖ້າຕິດຕາມຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

https://www.nationalgeographic.com/science/2020/08/arctic-summer-sea-ice-could-be-gone-by-2035/

ngthai