ລັດຖະບານເກົາຫຼີຈະປັບປຸງໂຄງສ້າງກົດໝາຍຄອບຄົວ ໃຫ້ກຸ່ມພໍ່-ແມ່ລ້ຽງດ່ຽວ ແລະ ກຸ່ມທີ່ຢູ່ນຳກັນຍັງບໍ່ທັນແຕ່ງງານ ໄດ້ຮັບສິດ-ຜົນປະໂຫຍດຢ່າງເທົ່າທຽມ


ວ່າດ້ວຍເລື່ອງກົດໝາຍຄອບຄົວໃນສະໄໝນີ້ ມີຮູບແບບຄຳວ່າຄອບຄົວຢ່າງຫຼວງຫຼາຍ ບໍ່ສະເພາະແຕ່ຄອບຄົວທີ່ແຕ່ງງານມີພໍ່-ແມ່-ລູກເທົ່ານັ້ນ ຍັງລວມເຖິງບຸກຄົນທີ່ມີສາຍເລືອດດຽວກັນ, ຄູ່ສົມຣົດ ລວມເຖິງຜູ່ທີ່ຢູ່ຮ່ວມກັນແບບຍັງບໍ່ທັນໄດ້ແຕ່ງງານ ແມ່ນແຕ່ກຸ່ມຄົນໂສດທີ່ຢູ່ຮ່ວມກັນ ແລະ ພໍ່-ແມ່ລ້ຽງດ່ຽວ ກໍເອີ້ນວ່າຄອບຄົວຄືກັນ.

ແຕ່ໃນທາງດ້ານກົດໝາຍ ບຸກຄົນເຫຼົ່ານີ້ຍັງບໍ່ໄດ້ຮັບສິດທິເທົ່າທີ່ຄວນ, ດັ່ງນັ້ນ ລັດຖະບານປະເທດ ສ.ເກົາຫຼີ ຈຶ່ງແນມເຫັນບັນຫາດັ່ງກ່າວ ແລະ ຕັດສິນໃຈຮື້ກົດໝາຍພື້ນຖານຄອບຄົວໃໝ່.

ລັດຖະບານ ສ.​ເກົາຫຼີ ກະຊວງຄວາມເທົ່າທຽມທາງເພດ ແລະ ຄອບຄົວ ຫຼື Ministry of Gender Equality and Family ກຳລັງຊຸກດັນໃຫ້ເກີດການປະຕິຮູບໂຄງສ້າງກົດໝາຍທີ່ກ່ຽວຂ້ອງກັບຄອບຄົວ ເພື່ອຮອງຮັບສະຖານະຄອບຄົວ ຫຼື ໂຄງສ້າງຄອບຄົວແບບໃໝ່ ລວມໄປເຖິງພໍ່-ແມ່ລ້ຽງດ່ຽວ ແລະ ຄູ່ຮັກທີ່ອາໄສຢູ່ຮ່ວມກັນແບບຍັງບໍ່ໄດ້ແຕ່ງງານ ເພື່ອໃຫ້ທຸກສະຖານະ ໄດ້ຮັບສິດ ແລະ ການຄຸ້ມຄອງທີ່ເທົ່າທຽມກັນ.

ເຊິ່ງກົດໝາຍດັ່ງກ່າວຈະມີຜົນບັງຄັບໃຊ້ຕັ້ງແຕ່ປີ 2021-2025 ແຕ່ຕ້ອງໄດ້ຮັບການແກ້ໄຂ ແລະ ຈະຕ້ອງຜ່ານລັດຖະສະພາກ່ອນຈະມີຜົນບັງຄັບໃຊ້.

ຈາກການສຳຫຼວດຄວາມຄິດເຫັນ 1,500 ຄົນ ໂດຍມີ 69.7% ລະບຸວ່າ ຄູ່ຮັກທີ່ອາໄສຢູ່ຮ່ວມກັນ ແລະ ອອກຄ່າໃຊ້ຈ່າຍຮ່ວມກັນ ຄວນໄດ້ຮັບການພິຈາລະນາວ່າເປັນຄອບຄົວ ເຖິງວ່າພວກເຂົາຈະບໍ່ໄດ້ກ່ຽວຂ້ອງກັນທາງສາຍເລືອດ ແລະ ຍັງບໍ່ໄດ້ແຕ່ງງານກໍຕາມ. 65% ຂອງຜູ້ຕອບແບບສອບຖາມ ຍອມຮັບການທີ່ຜູ້ຊາຍ ແລະ ຜູ້ຍິງຢູ່ນຳກັນແບບຍັງບໍ່ແຕ່ງງານ.

ທາງກະຊວງໄດ້ກຳນົດແຜນພື້ນຖານສຳລັບນະໂຍບາຍຄອບຄົວທຸກໆ 5 ປີ ຕັ້ງແຕ່ປີ 2004 ເພື່ອສົ່ງເສີມຄວາມເທົ່າທຽມກັນພາຍໃນຄອບຄົວ ແລະ ຄວາມສົມດຸນລະຫວ່າງຊີວິດການເຮັດວຽກ, ສຳລັບການວາງແຜນປີ 2021-2025 ມີເປົ້າໝາຍໄປທີ່ການສ້າງສະພາບແວດລ້ອມທີ່ທຸກຄອບຄົວໄດ້ຮັບການເຄົາລົບ ໂດຍບໍ່ຖືກເລືອກປະຕິບັດ ແລະ ຖືກກີດກັນຈາກນະໂຍບາຍຂອງລັດ.

ຂອບໃຈຂໍ້ມູນຈາກ:

http://www.koreaherald.com/view.php?ud=20210126000746

https://www.creatrip.com/th/blog/9710?fbclid=IwAR25l2ESnfEN6_-JpHgN-WEDGsNZjrNEpLZuB3MEqnt57kusznYOgmqE8Mg