Narcissistic Personality Disorder – ໂຣກຫຼົງຕົນເອງ


ໃນສະໄໝກຣີກບູຮານ ມີຊາຍຜູ້ໜຶ່ງຊື່ວ່າ Narcissus ລາວເປັນຄົນທີ່ຫຼົງໃນຕົນເອງຫຼາຍ ຈົນຈົມນ້ຳເສຍຊີວິດຍ້ອນວ່າຕົກຂຸມຮັກກັບຮູບເງົາສະທ້ອນຂອງຕົນເອງຈາກແມ່ນ້ຳ. ຫຼັງຈາກນັ້ນ ຄົນກໍໄດ້ຕັ້ງຊື່ໂຣກຫຼົງຕົນເອງນີ້ຕາມລາວວ່າ Narcissism.

Narcissism ຫຼື ໂຣກຫຼົງຕົນເອງແມ່ນຄວາມຜິດປົກກະຕິທາງຈິດຊະນິດໜຶ່ງ (Mental Disorder) ແລະ ມີອາການເຊັ່ນ: ເຫັນຄວາມສຳຄັນຂອງຕົນເອງຈົນເກີນໄປ, ມີຄວາມຕ້ອງການຖືກນັບຖືຢ່າງຫຼວງຫຼາຍ, ເຊື່ອໝັ້ນວ່າຕົນເອງນັ້ນດີກວ່າຜູ້ອື່ືນ ແລະ ເທົ່າທຽມກັບບຸກຄົນພິເສດເທົ່ານັ້ນ ແລະ ອື່ນໆ.

ຜູ້ທີ່ເປັນໂຣກຫຼົງຕົນເອງນັ້ນຈະມີບັນຫາການຮັບມືກັບຜູ້ຄົນ ບໍ່ວ່າຈະເປັນຄອບຄົວ, ຄົນຮັກ,​ ໝູ່ເພື່ອນ ແລະ ເພື່ອນຮ່ວມງານ ເຮັດໃຫ້ມີແຕ່ຄວາມສຳພັນທີ່ບໍ່ແຂງແຮງ. ຄົນທີ່ເປັນໂຣກດັ່ງກ່າວບໍ່ສາມາດຈັດການກັບອາລົມຕົນເອງໄດ້ ເມື່ອບໍ່ໄດ້ຮັບການປະຕິບັດທີ່ພິເສດ, ບໍ່ຍອມຮັບຟັງຄຳຕິຊົມ ຫຼື ຄວາມເຫັນຕ່າງ, ມີປະຕິກິລິຍາທີ່ເຕັມໄປດ້ວຍອາລົມ, ມັກຈະດູຖູກຜູ້ອື່ນ… ພວກເຂົາຈະບໍ່ສາມາດພັດທະນາຄວາມເຫັນອົກເຫັນໃຈຕໍ່ຜູ້ອື່ນ ແລະ ເປັນຄົນທີ່ຈະປ່ຽນແປງພຶດຕິກຳຂອງຕົນເອງໄດ້ຍາກຫຼາຍ,

ໂຣກຫຼົງຕົນເອງເກີດຂຶ້ນຈາກປັດໄຈທີ່ຫຼາກຫຼາຍ ແລະ ຊັບຊ້ອນ, ອາການຈະເລີ່ມເກີດກັບເດັກໄວໜຸ່ມໄປຮອດໄວເຮັດວຽກຕົ້ນໆ. ຈາກການສຳຫຼວດພົບວ່າ ໂຣກນີ້ຈະສົ່ງຜົນກັບຜູ້ຊາຍຫຼາຍກວ່າຜູ້ຍິງ. ປັດໄຈຫຼັກໆ ທີ່ສາມາດບົ່ງຊີ້ໄດ້ແມ່ນມາຈາກສະພາບແວດລ້ອມ, ກຳມະພັນ ແລະ ລະບົບປະສາດ.

ສະພາບແວດລ້ອມເຊັ່ນ: ການລ້ຽງລູກຂອງພໍ່ແມ່ມີຜົນຫຼາຍຕໍ່ເດັກ ບໍ່ວ່າຈະເປັນການທີ່ຍ້ອງຍໍຈົນເຮັດໃຫ້ເດັກຮູ້ສຶກຍິ່ງໃຫຍ່ເກີນຜູ້ອື່ນ ຫຼື ພໍ່ແມ່ທີ່ຄວບຄຸມທຸກບາດກ້າວຂອງລູກກໍມີຜົນເຊັ່ນກັນ. ໃນການທົດລອງ, ນັກວິທະຍາສາດໄດ້ຄົ້ນພົບວ່າຄວາມຫຼົງຕົນເອງສາມາດໄຫຼຜ່ານກຳມະພັນໄດ້ ແຕ່ບໍ່ສາມາດລະບຸໄດ້ວ່າແມ່ນເຊວໃດ. ສຸດທ້າຍແມ່ນຄວາມຜິດປົກກະຕິທາງລະບົບປະສາດ: ການເຊື່ອມຕໍ່ກັນລະຫວ່າງສະໝອງ, ພຶດຕິກຳ ແລະ ຄວາມຄິດ.

ເນື່ອງຈາກວ່າຕົ້ນຕໍສາເຫດຂອງໂຣກນີ້ນັ້ນຍັງຊັບຊ້ອນຫຼາຍຈົນບໍ່ສາມາດຫາຄຳຕອບທີ່ແນ່ນອນໄດ້ ຈຶ່ງເຮັດໃຫ້ບໍ່ມີວິທີທາງທີ່ຈະປ້ອງກັນອາການຕ່າງໆນີ້. ດັ່ງນັ້ນ, ຖ້າຜູ້ໃດທີ່ຮູ້ສຶກວ່າຕົນເອງມີພຶດຕິກຳ ຫຼື ອາການແບບທີ່ໄດ້ກ່າວມາ, ທາງອອກທີ່ດີທີ່ສຸດແມ່ນໃຫ້ໄປພົບກັບແພດໝໍເພື່ອຢືນຢັນຈະດີທີ່ສຸດ.

ທີ່ມາ:
https://mayocl.in/3iypZ13
https://bit.ly/3Ct3UsF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/