ອະດີດທະຫານຜ່ານເສິກ ອາຍຸ 93 ປີ ອຸທິດຕົນເອງເກັບຂີ້ເຫຍື້ອໄດ້ 18 ປີແລ້ວ


ພໍ່ຕູ້ຊາວຈີນ ອາຍຸ 93 ປີ ອະດີດທະຫານຜ່ານເສິກ ປັດຈຸບັນອາໄສຢູ່ຊຸຍຊາງ ມົນທົນເຈີຈຽງ ໄດ້ອຸທິດຕົນເອງເປັນອາສາເກັບຂີ້ເຫຍື້ອພາຍໃນບ້ານມາດົນເຖິງ 18 ປີ ເນື່ອງຈາກພໍ່ຕູ້ຢາກໃຫ້ລູກຫຼານທີ່ຢູ່ໃນບ້ານໄດ້ໃຊ້ຊີວິດໃນສິ່ງແວດລ້ອມທີ່ດີ ແລະ ມີສຸຂະພາບແຂງແຮງ.

ພໍ່ຕູ້ຄົນນີ້ຊື່ວ່າ ຫຼິນສຸ່ຍເກິນ ເປັນທະຫານປົດປ່ອຍກອງທັບປະຊາຊົນໃນປີ 1950-1953. ຄວາມປາຖະໜາສູງສຸດຂອງລາວແມ່ນໄດ້ເຮັດວຽກຢູ່ໃນກອງທັບຕະຫຼອດໄປ ແຕ່ໂຊກຮ້າຍທີ່ພໍ່ຕູ້ປ່ວຍເປັນວັນນະໂລກໃນປີ 1953 ຈຶ່ງໄດ້ປົດປະຈຳການກ່ອນກຳນົດ.

3 ປີຫຼັງຈາກກັບມາຢູ່ເຮືອນ ພໍ່ຕູ້ສາມາດຫາຍປ່ວຍຈາກວັນນະໂລກ ແຕ່ຮ່າງກາຍກໍບໍ່ແຂງແຮງຄືແຕ່ກ່ອນ. ຈົນມາຮອດປີ 2003 ລາວໄດ້ເບິ່ງໂທລະພາບ ແລະ ໄດ້ຮູ້ວ່າສິ່ງແວດລ້ອມບໍ່ດີສາມາດເຮັດໃຫ້ເກີດໂຣກປອດ, ດ້ວຍຄວາມທີ່ຍັງຝັງໃຈກ່ຽວກັບອາການປ່ວຍສະໄໝກ່ອນ ເຮັດໃຫ້ລາວຕັດສິນໃຈເລີ່ມລົງມືເກັບຂີ້ເຫຍື້ອໃນບ້ານ.

ໃນທຸກໆມື້ ພໍ່ຕູ້ຫຼິນ ຈະເລາະເກັບຂີ້ເຫຍື້ອຕາມແຄມແມ່ນ້ຳລຳຄອງດ້ວຍຄວາມດຸໝັ່ນ ຕະຫຼອດ 18 ປີ, ຈົນເຮັດໃຫ້ສະພາບນ້ຳໃນບ້ານຄ່ອຍໆດີຂຶ້ນ ຈົນເຖິງຂັ້ນທີ່ພົບເຫັນປາຫາຍາກທີ່ຫາຍໄປຫຼາຍສິບປີ ປາກົດຕົວອີກຄັ້ງ.

ພໍ່ຕູ້ຫຼິນ ຍັງໄດ້ຮັບການສະເໜີຊື່ໃຫ້ເປັນ “ຜູ້ພິທັກສິ່ງແວດລ້ອມ” ເປັນເວລາ 5 ປີຊ້ອນ. ພໍ່ຕູ້ກ່າວໄວ້ວ່າ “ຄວາມພະຍາຍາມຂອງຂ້ອຍ ຈະສາມາດເຮັດໃຫ້ລູກຫຼານຂອງເຮົາໄດ້ຢູ່ໃນສະພາບແວດລ້ອມທີ່ດີຕໍ່ສຸຂະພາບ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/