ຈົບແລ້ວ! Tokyo Olympics, ປີ 2024 ຈັດຂຶ້ນທີ່ປາຣີສ


ຈົບໄປແລ້ວກັບມະຫະກຳກິລາ Tokyo Olympics 2020 ຄັ້ງທີ 32 ທີ່ຈັດຂຶ້ນໃນປະເທດຍີ່ປຸ່ນເປັນເວລາຫຼາຍອາທິດ, ເຊິ່ງໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ຄົນທົ່ວໂລກໄດ້ຮັບຊົມ ແລະ ຮັບຮູ້. ໂດຍສະເພາະການຈັດງານທີ່ຍິ່ງໃຫຍ່ອະລັງການ ເຖິງແມ່ນວ່າຈະຢູ່ໃນໄລຍະໂຄວິດກໍຕາມ ແຕ່ການຈັດງານຖືວ່າເຮັດໃຫ້ຫຼາຍປະເທດໄດ້ຊົມເຊີຍເປັນສ່ວນໃຫຍ່.

ນອກຈາກນີ້ ໃນການແຂ່ງຂັນກິລາທຸກປະເພດ ທີ່ຫຼາຍປະເທດໄດ້ເຂົ້າຮ່ວມແຂ່ງຂັນນັ້ນ ໄດ້ທັງມິດຕະພາບ ແລະ ຄວາມຜູກພັນໄປບ້ານໃຜມັນອີກພ້ອມ. ພ້ອມດຽວກັນນີ້ ຍັງມີຫຼາຍເລື່ອງທີ່ໜ້າປະທັບໃຈ ເປັນຕົ້ນກໍແມ່ນເລື່ອງຂອງນັກກິລາທີ່ໄດ້ສ້າງຊື່ສຽງໃຫ້ແກ່ປະເທດ ສ້າງຄວາມຊົງຈຳດີໆໃຫ້ແກ່ງານມະຫະກຳກິລາໃນຄັ້ງນີ້ ໃຫ້ທຸກຄົນໄດ້ເຫັນເຖິງຄວາມສາມາດ ລວມເຖິງຊີວິດສ່ວນຕົວທີ່ໜ້າສົນໃຈ ແລະ ແປກໃໝ່ໃຫ້ທຸກຄົນເກືອບຈະທົ່ວໂລກໄດ້ຮັບຮູ້ກໍວ່າໄດ້.

ເມື່ອມະຫະກຳກິລາທີ່ປະເທດຍີ່ປຸ່ນໄດ້ຈົບລົງດ້ວຍຄວາມມ່ວນຊື່ນແລ້ວ ເຈົ້າພາບໃນອີກ 3 ປີຕໍ່ໜ້າແມ່ນຈະໄດ້ຈັດຂຶ້ນທີ່ປາຣີສ ຈະຈັດໃນປີ 2024, ເຊິ່ງມື້ງານປິດຄືນວັນທີ 8 ສິງຫາ 2021 ທີ່ຜ່ານມາ ກໍໄດ້ມີການສົ່ງໄມ້ຕໍ່ໄປທີ່ປາຣີສນັ້ນເອງ.

ໃນມະຫະກຳກິລາໃນຄັ້ງທີ 33 ທີ່ຈະຈັດຂຶ້ນໃນປາຣີສ ຫວັງຢ່າງຍິ່ງວ່າການແຜ່ລະບາດຂອງພະຍາດໂຄວິດ-19 ຈະໝົດຫາຍໄປຈາກໂລກໃບນີ້. ຖ້າບໍ່ມີອຸປະສັກໃນດ້ານນີ້ ເຈົ້າພາບໃນຄັ້ງຕໍ່ໄປອາດຈະຈັດງານຍິ່ງໃຫຍ່ໜ້າຮັບຊົມບໍ່ຕ່າງຈາກຍີ່ປຸ່ນຢ່າງແນ່ນອນ ພ້ອມກັບມີຜູ້ຄົນເຂົ້າຮັບຊົມກັນຢ່າງລົ້ນເຫຼືອອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/