ການເຕັ້ນ Breakdance ຈະຖືກບັນຈຸເປັນກິລາໃນການແຂ່ງຂັນ Olympics 2024 ທີ່ປາຣີສ


ການເຕັ້ນ Breakdance ຖືວ່າເປັນກິລາໜຶ່ງທີ່ມີການແຂ່ງຂັນກັນມາແຕ່ດົນນານ ເປັນການແຂ່ງເຕັ້ນທີ່ໃຊ້ຄວາມແຮງ ແລະ ຄວາມສາມາດຂອງຮ່າງກາຍສູງ, ເຊິ່ງໃນ ການແຂ່ງຂັນ Olympics 2024 ທີ່ປາຣີສ ປະເທດຝຣັ່ງ, ການເຕັ້ນ Breakdance ກໍໄດ້ຖືກບັນຈຸເຂົ້າເປັນກິລາທີ່ຈະແຂ່ງປະເພດໃໝ່.

ໂດຍການແຂ່ງຂັນ Breakdance ຈະແບ່ງອອກເປັນປະເພດຊາຍ ແລະ ຍິງ ປະເພດລະ 16 ຄົນ, ແບ່ງກັນອອກມາແຂ່ງຂັນກັນໃຊ້ທ່າຕ່າງໆຂອງການເຕັ້ນ Breakdance ຕາມສຽງດົນຕີທີ່ທາງ DJ ເປັນຄົນເປີດ, ໂດຍຈະຕ້ອງລວມມີທ່າບັງຄັບຫຼັກໆກໍຄື: Windmills, The 6-Step ແລະ Freezes ຢູ່ໃນການເຕັ້ນ.

ສຳລັບປະເທດລາວເຮົາ ການເຕັ້ນ Breakdance ກໍໄດ້ຮັບຄວາມນິຍົມຫຼາຍໃນກຸ່ມໄວໜຸ່ມ, ເຊິ່ງກໍໄດ້ເຄີຍມີການຈັດການແຂ່ງຂັນຂຶ້ນມາແລ້ວຫຼາຍເທື່ອ. ນອກຈາກນີ້ ກໍຍັງໄດ້ມີນັກເຕັ້ນ Breakdance ຫຼາຍຄົນທີ່ໄດ້ມີໂອກາດອອກໄປແຂ່ງຂັນ ແລະ ສະແດງຄວາມສາມາດໃນການແຂ່ງຂັນໃນເວທີລະດັບໂລກມາແລ້ວ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/