Microsoft ປະກາດປົດປະຈຳການ Internet Explorer ຫຼັງຈາກໃຫ້ບໍລິການມາ 25 ປີ


Internet Explorer ຫຼືທີ່ເຮົາຕ່າງຄຸ້ນເຄີຍກັນໃນຊື່ IE ເປັນ Browser ພື້ນຖານທີ່ຕິດມາກັບລະບົບປະຕິບັດການ Microsoft Window ທີ່ຄົນສ່ວນໃຫຍ່ນຳໃຊ້ກັນ.

ເປັນເວລາເຖິງ 25 ປີ ທີ່ Internet Explorer ໄດ້ຖືກຕິດຕັ້ງແຖມມາກັບ Window ນັບຕັ້ງແຕ່ວັນທີ 16 ສິງຫາ 1995 ຈົນມາຮອດຕອນນີ້ທາງ Microsoft ໄດ້ປະກາດຢຸດການໃຫ້ບໍລິການ ແລະ ຍົກເລີກສະໜັບສະໜູນຢ່າງເປັນທາງການເທິງ Window 10 ໃນວັນທີ 15 ມິຖຸນາ 2021 ຕາມຄຳປະກາດຂອງບໍລິສັດ.

Internet Explorer ເປັນ Browser ທີ່ໄດ້ຮັບຄວາມນິຍົມຫຼາຍໃນອະດີດ ລະຫວ່າງປີ 2002-2003 ເຊິ່ງມີຜູ້ໃຊ້ງານເຖິງ 93,4% ຫຼັງຈາກນັ້ນຄວາມນິຍົມກໍຖົດຖອຍລົງຈົນເຫຼືອພຽງ 1,7% ຈາກເວັບ Browser ທັງໝົດ.
ທາງ Microsoft ໄດ້ສະໜັບສະໜູນໃຫ້ຜູ້ໃຊ້ IE ຫັນມາໃຊ້ Microsoft Edge ແທນເພາະວ່າເປັນ Browser ທີ່ໃໝ່ ແລະ ມີຄວາມປອດໄພຫຼາຍກວ່າ ພ້ອມທັງມີຟີເຈີທີ່ທັນສະໄໝ ຮອງຮັບການໃຊ້ງານໄດ້ດີ ແລະ ໄວ.

ຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/