ວໍເຕີ ສະນ້ອຍ ຕົວແທນ ສປປ ລາວ ໄປແຂ່ງຂັນຊົກມວຍເວທີລະດັບສາກົນ ທີ່ສະຫະລັດ ອາຣັບ ເອມີເຣດ


ຖືວ່າເປັນນັກກິລາຊົກມວຍຄົນໜຶ່ງ ທີ່ມີຜົນງານທີ່ໂດດເດັ່ນຢ່າງສະໝ່ຳສະເໝີ ແລະ ມີຄວາມສາມາດໃນການຊົກ ທີ່ຫຼາຍຄົນໃຫ້ຄວາມສົນໃຈ ແລະ ຍ້ອງຍໍຊົມເຊີຍ. ພ້ອມກັນນີ້ ວໍເຕີ ສະນ້ອຍ ຍັງໄດ້ເປັນຕົວແທນປະເທດລາວເຮົາ ທີ່ເປັນທີ່ຍອມຮັບວ່າເໝາະສົມສຸດໆ ທີ່ຈະໄປແຂ່ງຂັນໃນຄັ້ງນີ້.

ການແຂ່ງຂັນຊົກມວຍສາກົນ 2021 Asian Elite Men’s and Women’s Boxing Championships (ASBC) ທີ່ນະຄອນດູໄບ, ສະຫະລັດ ອາຣັບ ເອມີເຣດ (UAE) ໃນລະຫວ່າງວັນທີ 24-31 ພຶດສະພານີ້, ຫຼ້າສຸດ ສະຫະພັນມວຍສາກົນອາຊີ ໄດ້ປະກາດຈະມອບເງິນຮາງວັນໃຫ້ນັກມວຍຄັ້ງທຳອິດໃນລາຍການນີ້ ໂດຍຜູ້ຊະນະເລີດ ຫລື ຫຼຽນຄຳ ໃນແຕ່ລະຮຸ່ນຈະໄດ້ຮັບ 10,000 ໂດລາສະຫະລັດ, ທີ 2 ຈະໄດ້ຮັບ 5,000 ໂດລາ ແລະ ທີ 3 ໄດ້ຮັບ 2,500 ໂດລາ.

ສຳລັບ ວໍເຕີ ສະນ້ອຍ ອຸປະຖານາ ພໍ່ເປັນຄົນໄທ ແມ່ເປັນຄົນລາວ ເກີດຢູ່ລັດຄາລິຟໍເນຍ, ສະຫະລັດອາເມຣິກາ, ເຂົ້າສູ່ການເປັນນັກມວຍຕັ້ງແຕ່ອາຍຸ 13 ປີ ຂຶ້ນສັງວຽນຊົກລະດັບສະໝັກຫຼິ້ນມາຫຼາຍກວ່າ 100 ຄັ້ງ, ເຄີຍໄດ້ຫລຽນເງິນ ຊິງແຊ້ມອາເມຣິກາ ຮຸ່ນອາຍຸບໍ່ເກີນ 19 ປີ ໃນປີ 2003 ແລະ ອີກໜຶ່ງຫຼຽນເງິນ ລາຍການ US National Golden Gloves Tournament ໃນປີ 2005, ຈາກນັ້ນກ້າວສູ່ການເປັນນັກມວຍອາຊີບ ໃນປີ 2008 ຂຶ້ນສັງວຽນ 29 ຄັ້ງ ຊະນະເຖິງ 25 ຄັ້ງ ຄອງແຊ້ມລາຍການ Latino and US ຮຸ່ນ Featherweight 57 ກິໂລ ແລະ Super featherweight ໃນປີ 2018 ແລະ 2019.

ປີນີ້ ເປັນນິມິດໝາຍອັນດີ ທີ່ລັດຖະບານລາວ ໄດ້ເປີດໂອກາດໃຫ້ນັກກິລາເຊື້ອສາຍລາວທີ່ຢູ່ຕ່າງປະເທດ ສາມາດມາຊ່ວຍຊາດ ເປັນການເປີດໂລກະທັດໃໝ່ ເພື່ອພັດທະນາກິລາລາວອີກດ້ານ. ເບື້ອງຕົ້ນນອກຈາກ ວໍເຕີ ສະນ້ອຍ ອຸປະຖານາ, ຍັງມີ ແຟນນີ້ ມາລິສາ ໂກຈົວ ນັກກິລາລົດຖີບເຊື້ອສາຍລາວ-ຝຣັ່ງ ກໍກຽມເປັນຕົວແທນ ສປປ ລາວ ລຸ້ນຫຼຽນໃນໂອແລມປິກ ໂຕກຽວ 2020 ທີ່ເລື່ອນມາແຂ່ງຂັນໃນປີນີ້.

ຂອບໃຈຂໍ້ມູນຈາກ: https://bit.ly/34ffYO8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/