Metathesiophobia ອາການຢ້ານການປ່ຽນແປງ ແລະ ບໍ່ພ້ອມເລີ່ມຕົ້ນໃໝ່

xr:d:DAGCIajMYPw:21,j:9094318105455474269,t:24041118


ເຊື່ອວ່າຫຼາຍຄົນອາດເຄີຍເປັນ ອາການຄວາມຮູ້ສຶກຢ້ານ ຫຼື ບໍ່ກ້າປ່ຽນແປງໄປສູ່ສິ່ງໃໝ່ໆ ເຊັ່ນວ່າ: ຢ້ານການປ່ຽນໜ້າວຽກ, ປ່ຽນແປງການແຕ່ງຕົວ, ປ່ຽນແປງສູ່ສະພາບແວດລ້ອມໃໝ່ໆ ແລະ ປ່ຽນແປງດ້ານອື່ນໆ ເພາະຍັງມີຄວາມກັງວົນຫາກວ່າທຸກຢ່າງທີ່ປ່ຽນແປງນັ້ນຈະເປັນໄປໃຫ້ທາງທີ່ດີຂຶ້ນ ຫຼື ກົງກັນຂ້າມ.

ນັກຈິດຕະສາດທາງດ້ານຄລີນິກ ທ່ານ ດຣ Carla Marie Manly ອະທິບາຍເລື່ອງນີ້ວ່າ: Metathesiophobia ເປັນອາການທີ່ສາມາດເກີດຂຶ້ນໄດ້ທຸກເວລາ, ໃນຄວາມຈິງແລ້ວຄົນເຮົາບໍ່ໄດ້ຢ້ານທຸກຢ່າງ ແຕ່ພຽງຢ້ານການປ່ຽນແປງທີ່ “ເກີນການຄວບຄຸມຂອງຕົນເອງ” ເພາະວ່າພວກເຮົາບໍ່ຮູ້ເລີຍວ່າຈະເກີດຫຍັງຂຶ້ນໃນອະນາຄົດຕໍ່ໄປ.

ສະໝອງຂອງຄົນເຮົາເຮັດວຽກເປັນລະບົບ ມີຮູບແບບຢ່າງຕໍ່ເນື່ອງທີ່ຊັດເຈນ. ເມື່ອມີການປ່ຽນແປງຕ່າງໆ, ສະໝອງຈະຕີຄວາມຫມາຍອັດຕະໂນມັດວ່າ ເຮົາກຳລັງຢູ່ໃນພາວະອັນຕະລາຍ. ເຊິ່ງນີ້ເຮັດໃຫ້ເກີດຄວາມກັງວົນ ແລະ ຄວາມຢ້ານກົວຂຶ້ນມາ. ແນວໃດກໍຕາມ, ຄວາມຢ້ານກົວຂອງການປ່ຽນແປງນີ້ບໍ່ແມ່ນເລື່ອງແປກ ຫຼື ຜິດປົກກະຕິ, ເນື່ອງຈາກວ່າມັນເປັນຫນຶ່ງໃນສັນຊາດຕະຍານການຢູ່ລອດຂອງມະນຸດຢູ່ແລ້ວ.

ເຮົາມາຮູ້ນຳກັນວ່າຄົນທີ່ຢ້ານການປ່ຽນແປງ ມັກຈະສະແດງພຶດຕິກໍາໃນຮູບແບບໃດແດ່?

  1. ບໍ່ກ້າອອກຈາກ Comfort zone ຫຼືວ່າ ບໍ່ກ້າເຮັດໃນສິ່ງທີ່ແຕກຕ່າງຈາກກິດຈະວັດປະຈໍາວັນທົ່ວໄປ, ມັກໃຊ້ຊີວິດໃນຮູບແບບເກົ່າໆ, ເມື່ອຄິດເຖິງການປ່ຽນແປງຫົວໃຈຈະເຕັ້ນໄວຂຶ້ນ, ມືສັ່ນ ແລະ ເຫື່ອອອກຫຼາຍກວ່າປົກກະຕິ.
  2. ບໍ່ກ້າທີ່ຈະກ້າວອອກຈາກຄວາມສໍາພັນທີ່ບໍ່ດີ, ບໍ່ກ້າທີ່ຈະເລີ່ມຕົ້ນໃໝ່.
  3. ກັງວົນກ່ຽວກັບອະນາຄົດ, ຢ້ານສິ່ງທີ່ຈະເກີດຂຶ້ນເປັນຜົນມາຈາກການປ່ຽນແປງ ແລະ ຢ້ານຄວາມບໍ່ແນ່ນອນ.

ເຫັນໄດ້ວ່າຄວາມຢ້ານກົວການປ່ຽນແປງ ມັນສົ່ງຜົນກະທົບຕໍ່ທັງຮ່າງກາຍ ແລະ ຈິດໃຈຂອງຄົນເຮົາຢ່າງຊັດເຈນ. ດັ່ງນັ້ນ, ມື້ນີ້ LaoX ຈຶ່ງມີ 3 ວິທີຊ່ວຍຈັດການຄວາມຢ້ານທີ່ອາດຈະເກີດຂຶ້ນກັບຕົວທ່ານໃຫ້ມາຮູ້ນຳກັນ

  1. ບັນທຶກສິ່ງທີ່ເກີດຂື້ນໃນຊີວິດປະຈໍາວັນ: ຂຽນບັນທຶກສິ່ງຕ່າງໆ, ຄວາມວິຕົກກັງວົນທີ່ກຳລັງປະສົບ ຫຼື ກິດຈະວັດປະຈຳວັນຂອງເຮົາປະພຶດໃນແຕ່ລະມື້ລົງໄປໃນປຶ້ມບັນທຶກ ເພື່ອເປັນການປ່ອຍຄວາມຄິດຕ່າງໆອອກຈາກຫົວຂອງເຮົາ. ເມື່ອເວລາຜ່ານໄປແລ້ວກັບມາອ່ານອີກຄັ້ງ ທ່ານຈະເຫັນວ່າໃນແຕ່ລະມື້ຍ່ອມເຮັດສິ່ງຕ່າງໆບໍ່ຄືກັນ ເຊິ່ງນີ້ຈະເຮັດໃຫ້ພວກເຮົາຄຸ້ນເຄີຍກັບການປ່ຽນແປງທີ່ເກີດຂຶ້ນ ແລະ ຮັບມືໄດ້ຕໍ່ກັບການປ່ຽນແປງທີ່ຈະເກີດຂຶ້ນ.
  2. ວາງແຜນອະນາຄົດລ່ວງໜ້າ: ຕັ້ງເປົ້າໝາຍໃນອະນາຄົດໄວ້ ເພື່ອຈະຊ່ວຍໃຫ້ທ່ານເຫັນຮູບພາບຕ່າງໆຊັດເຈນຂຶ້ນ ເຊິ່ງຜົນໃຫ້ເຮົາສາມາດຕັດສິນໃຈເລື່ອງຕ່າງໆຫຼາຍຢ່າງໄດ້ງ່າຍຂຶ້ນ ແລະ ເຮັດໃຫ້ກັງວົນໜ້ອຍລົງກ່ຽວກັບການປ່ຽນແປງທີ່ເກີດຂື້ນໃນອະນາຄົດ.
  3. ປຶກສາຫາລືກັບ ໝູ່ເພື່ອນ ແລະ ຄອບຄົວ: ພວກເຮົາຢ້ານການປ່ຽນແປງເພາະວ່າເຮົາບໍ່ຮູ້ວ່າຈະເກີດຫຍັງຂຶ້ນໃນຕໍ່ໄປ. ດັ່ງນັ້ນ, ຄວນປຶກສາກັບຄົນໃກ້ຊິດຕົນທີ່ອາດຈະຜ່ານປະສົບການຕ່າງໆເຫຼົ່ານີ້ມາກ່ອນ ມັນ​ຈະ​ໃຫ້​ພວກ​ເຮົາ​ຄິດເຫັນຮູບ​ພາບ​ກວ້າງ​ຂວາງ​ຂຶ້ນ, ໄດ້ຮັບຄຳແນະນຳທີ່ດີຈາກພວກເຂົາ ແລະ  ທ່ານບໍ່ຈໍາເປັນຕ້ອງຈັດການກັບຄວາມຢ້ານກົວຂອງທ່ານຄົນດຽວ.

ສຸດທ້າຍແລ້ວ, ທຸກຢ່າງໃນໂລກນີ້ຍ່ອມມີການປ່ຽນແປງຢູ່ຕະຫຼອດເວລາ ຫາກບໍ່ມີການປັບປ່ຽນ ຫຼື ປັບຕົວອອກຈາກ Comfort zone ທີ່ຕົນຢູ່ ແນ່ນອນວ່າທ່ານຈະບໍ່ທ່ວງທັນໂລກຕາມຍຸກສະໄໝອັນສົ່ງຜົນໃຫ້ຕົນເອງບໍ່ມີການພັດທະນາໃນດ້ານຄວາມຮູ້, ຄວາມສາມາດ ແລະ ພຶດຕິກຳ. ສະນັ້ນແລ້ວ, ຢ່າຢ້ານທີ່ຈະປ່ຽນແປງ ເພາະທຸກການປ່ຽນແປງຍ່ອມກໍ່ໃຫ້ເກີດຄວາມກ້າວໜ້າໄປສູ່ສິ່ງທີ່ດີກວ່າເກົ່າ.

ອ້າງອີງ:

https://cutt.ly/Xw4xpj9U

https://cutt.ly/Qw4xoKNC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/