ພາຍຫຼັງສະຖານະການ ແລະ ຜົນກຳໄລຂອງ ບໍລິສັດ Meta ບໍລິສັດແມ່ຂອງຫຼາຍແພລັດຟອມສັງຄົມອອນລາຍ ເລີ່ມໄປບໍ່ໄດ້ດີ. ຫຼ້າສຸດສຳນັກຂ່າວຕ່າງປະເທດ ໄດ້ລາຍງານວ່າ ທາງບໍລິສັດກຳລັງກຽມປົດພະນັກງານຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ ກະທົບຫຼາຍພັນຄົນໃນອາທິດນີ້.

ໂດຍໃນລາຍງານລະບຸວ່າ ການປົດພະນັກງານຄັ້ງໃຫຍ່ນີ້ ອາດມີຕົວເລກທີ່ຫຼາຍກວ່າ Twitter ທີ່ໄດ້ປົດພະນັກງານອອກກວ່າ 3.700 ຄົນ ເຊິ່ງພະນັກງານຂອງ Meta ທີ່ລວມທັງ Facebook ແລະ Instagram ໃນປັດຈຸບັນນີ້ ມີຫຼາຍເຖິງ 87.000 ຄົນ.

ຢ້ອນກັບໄປເມື່ອເດືອນມິຖຸນາ, ຄຣິສ ຄັອກ Chris Cox ຫົວຫນ້າຜະລິດຕະພັນຂອງ Meta ໄດ້ເຕືອນພະນັກງານກ່ຽວກັບ “ໄລຍະເວລາທີ່ຮ້າຍແຮງບໍລິສັດ”, ເຊິ່ງພະນັກງານຕ້ອງເຮັດວຽກທີ່ບໍ່ມີຂໍ້ຜິດພາດ ທ່າມກາງການຂະຫຍາຍຕົວທີ່ຊ້າລົງຂອງບໍລິສັດ.

ໃນຂະນະທີ່ ມາກ ຊັກເກີ້ເບີກ ຜູ້ບໍລິຫານຂອງ Meta ເຄີຍເວົ້າວ່າ: “ມີພະນັກງານບາງຄົນທີ່ບໍ່ສົມຄວນຈະຢູ່ໃນບໍລິສັດນີ້” ເຊິ່ງຊີ້ໃຫ້ເຫັນວ່າພະນັກງານບາງຄົນອາດຈະຕ້ອງຖືກປົດອອກ. ບວກກັບບົດລາຍງານໃນໄຕມາດທີ 3 ຂອງບໍລິສັດ ມາກ ຊັກເກີ້ເບີກ ໄດ້ລາຍງານວ່າ ໃນປີ 2023 ຫຼື ປີໜ້າ ບໍລິສັດຈະສຸມໃສ່ການລົງທຶນໃນສ່ວນທີ່ທາງບໍລິສັດໃຫ້ຄວາມສຳຄັນເທົ່ານັ້ນ.

ໂດຍແຜນການປົດພະນັກງານຄັ້ງນີ້ ເກີດຂຶ້ນໃນລະຫວ່າງຜົນປະກອບການຂອງບໍລິສັດບໍ່ດີເທົ່າທີ່ຄວນສໍາລັບ 3 ໄຕມາດທີ່ຜ່ານມາ ໂດຍໃນລາຍງານໄດ້ລະບຸເຖິງ ລາຍໄດ້ທີ່ລົດລົງ, ກຳໄລທີ່ສູນເສຍໄປຫຼາຍກວ່າເຄິ່ງໜຶ່ງ ແລະ ຍັງຂາດທຶນຈາກການດຳເນີນທຸລະກິດ Metaverse ຢ່າງຕໍ່ເນື່ອງ.

Meta ກຳລັງປະເຊີນກັບບັນຫາໃນການດໍາເນີນທຸລະກິດ ເນື່ອງຈາກວ່າຈໍານວນເງິນທຶນຈໍານວນຫຼາຍທີ່ລົງທຶນໃນເທັກໂນໂລຢີ Metaverse ບໍ່ປະສົບຜົນສໍາເລັດເທົ່າທີ່ຄວນ. ນອກຈາກນີ້ຍັງປະເຊີນກັບການແຂ່ງຂັນຈາກ TikTok ແລະ ນະໂຍບາຍການປົກປ້ອງຄວາມເປັນສ່ວນຕົວຂອງ Apple, ເຮັດໃຫ້ປະສົບກັບບັນຫາທີ່ຈະສ້າງລາຍໄດ້ຈາກການໂຄສະນາ.
ຢ່າງໃດກໍຕາມ Meta ບໍ່ແມ່ນບໍລິສັດເທັກໂນໂລຢີບໍລິສັດດຽວກຳລັງພະຍາຍາມລົດຄ່າໃຊ້ຈ່າຍ ຈາກການປົດພະນັກງານອອກ, ໂດຍກ່ອນໜ້ານີ້ ທັງ Microsoft, Snap Chat ແລະ Twitter ຕ່າງກໍໄດ້ຢຸດການຈ້າາງງານໄປແລ້ວ ທ່າມກາງເສດຖະກິດໂລກທີ່ກຳລັງຊຸດໂຊມລົງ, ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ແລະ ຄວາມຜັນຜວນຂອງຕະຫຼາດທຶນໃນທົ່ວໂລກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/