ຟາມຍຸກໃໝ່! ຈີນໃຊ້ອາຄານ 26 ຊັ້ນເປັນຟາມລ້ຽງໝູ ໃຫ້ຜົນຜະລິດ 600.000 ໂຕຕໍ່ປີ ພ້ອມເຜີຍວ່ານີ້ຄືຟາມແຫ່ງອະນາຄົດ

ຈີນ

ປົກກະຕິແລ້ວເຮົາຈະຄຸ້ນຫູຄຸ້ນຕາກັບຟາມລ້ຽງໝູທີ່ເປັນພື້ນທີ່ຢູ່ເຂດນອກເມືອງ, ຫ່າງໄກຜູ້ຄົນ ຫຼື ເປັນພື້ນທີ່ອ້ອມຮອບໄປດ້ວຍທຳມະຊາດອາກາດຖ່າຍເທສະດວກ. ແຕ່ສຳລັບຟາມໝູແຫ່ງໃໝ່ໃນຈີນແຫ່ງນີ້ເບິ່ງຄືຈະແປກຕາຕ່າງໄປຈາກຟາມໝູປົກກະຕິເພາະຟາມແຫ່ງນີ້ໃຊ້ອາຄານ 26 ຊັ້ນໃນການເຮັດເປັນຟາມລ້ຽງໝູ.

ຈີນ

ເມື່ອບໍ່ດົນມານີ້ ສຳນັກຂ່າວຊິນຫົວ (Xinhua) ໄດ້ເຜີຍແຜ່ຮູບອາຄານ 26 ຊັ້ນໃນມົນທົນຫູເປີ່ຍ ທີ່ຕັ້ງຢູ່ທາງຕອນກາງຂອງຈີນ ເຊິ່ງຖືກລະບຸວ່າເປັນຟາມໝູແຫ່ງອະນາຄົດ ເນື່ອງຈາກມີການປະຍຸກໃຊ້ເທັກໂນໂລຢີຕິດຕັ້ງໃນອາຄານດັ່ງກ່າວເພື່ອຄວບຄຸມການດໍາເນີນງານຈາກສ່ວນກາງ ຈົນສາມາດສ້າງຜົນຜະຜະລິດໝູໄດ້ປະມານ 600.000 ໂຕຕໍ່ປີ.

ຈິນຫຼິນ ຜູ້ຈັດການທົ່ວໄປຂອງບໍລິສັດ ຈົງຊິນໄຄເຫວີຍ ໂມເດິນ ຟາມມິງ ຈໍາກັດ (Zhongxinkaiwei Modern Farming) ທີ່ເປັນບໍລິສັດຂອງຟາມໝູໃນອາຄານແຫ່ງນີ້ໄດ້ເຜີຍວ່າ ລະບົບຄວບຄຸມສ່ວນກາງຊັ້ນທີ 1 ສາມາດຄວບຄຸມແລະເຝົ້າຕິດຕາມລະບົບນ້ຳປະປາ, ໄຟຟ້າ, ແກ໊ສມີເທນ (ເມຕານ) ແລະ ການລະບາຍອາກາດຂອງຊັ້ນ 3 ຈົນເຖິງຊັ້ນ 26 ໄດ້ທັງໝົດ.

ຈີນ


ໂດຍຄວາມພິເສດຂອງຕົວອາຄານແຫ່ງນີ້ກໍຄື ແຕ່ລະຊັ້ນແມ່ນຈະມີຫ້ອງອອກລູກ ແລະ ລູກໝູທີ່ເກີດໃໝ່ຈະນອນຢູ່ໃນພື້ນທີ່ທີ່ສ້າງຄວາມອົບອຸ່ນດ້ວຍຫຼອດໄຟ ພ້ອມນັ້ນອາຄານໝົດຫຼັງມີລິບທັງໝົດ 6 ຕົວທີ່ສາມາດບັນທຸກນ້ຳໜັກໄດ້ 10 ໂຕນ ແລະ ລິບແຕ່ລະຕົວແມ່ນມີພື້ນທີ່ 19 ຕາແມັດ ສາມາດຂົນສົ່ງໝູຕົວເຕັມໄວ ທີ່ມີນ້ຳໜັກ 120 -125 ກິໂລກຣາມ ໄດ້ເຖິງ 60-65 ໂຕ.

ຈີນ

ທັງນີ້ປັດຈຸບັນ ບໍລິສັດ ຈົງຊິນໄຄເຫວີຍ ໂມເດິນ ຟາມມິງ ຈໍາກັດ ໄດ້ລ້ຽງໝູໃນອາຄານຫຼັງນີ້ເປັນຈໍານວນ 3.700 ໂຕ ແລະຈະເພີ່ມຈຳນວນເປັນ 20.000 ໂຕພາຍໃນທ້າຍປີນີ້.


ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/