Apple ໄດ້ລະງັບການຈ້າງວຽກໃໝ່ເກືອບທຸກພະແນກໃນບໍລິສັດ ເນື່ອງຈາກຕ້ອງການຄວບຄຸມຕົ້ນທຶນ

Apple

ເບິ່ງຄືວ່າການຈໍາກັດຈໍານວນພະນັກງານໃນບໍລິສັດຈະບໍ່ໄດ້ມີພຽງ Twitter ທີ່ໄດ້ປົດພະນັກງານຈໍານວນຫຼາຍອອກໄປກ່ອນໜ້ານີ້ ເພາະຫຼ້າສຸດສຳນັກຂ່າວຊື່ດັງຢ່າງ Bloomberg ໄດ້ລາຍງານວ່າ Apple ບໍລິສັດດ້ານໄອທີຍັກໃຫຍ່ຂອງໂລກໄດ້ເຮັດການຢຸດຈ້າງວຽກໃໝ່ໃນເກືອບທຸກພະແນກຂອງບໍລິສັດ ຍົກເວັ້ນແຕ່ພະແນກວິໄຈແລະພັດທະນາ (Research & Development) ໂດຍສາເຫດມາຈາກຄວາມຕ້ອງການຄວບຄຸມຕົ້ນທຶນ.

Apple

ໂດຍການລະງັບການຈ້າງວຽກຂອງ Apple ຈະບໍ່ໄດ້ສົ່ງຜົນກະທົບຕໍ່ພະນັກງານແລະການເຮັດວຽກໃນປັດຈຸບັນ ເຖິງແມ່ນວ່າໜ້າເວັບໄຊຂອງ Apple ຈະເປີດຮັບສະໝັກການຈ້າງວຽກງານຕາມປົກກະຕິ ແຕ່ລະບົບພາຍໃນແມ່ນໄດ້ຢຸດການຮັບສະໝັກເອົາໄວ້ແລ້ວ. ນອກຈາກນີ້ຍັງມີຂໍ້ມູນຈາກເວັບໄຊ Insider ທີ່ເປີດເຜີຍວ່າພະນັກງານໃນຫຼາຍພະແນກໄດ້ຮັບຂໍ້ມູນວ່າຈະບໍ່ມີການຈ້າງພະນັກງານໃໝ່ເປັນເວລາຫຼາຍເດືອນ ຫຼືອາດຍາວເຖິງທ້າຍເດືອນກັນຍາ 2023.

ພ້ອມນັ້ນແຫຼ່ງທີ່ມາຂອງ Insider ລະບຸວ່າ Apple ບໍ່ໄດ້ລະບຸເລື່ອງຄ່າແຮງຂອງການຈ້າງວຽກໃໝ່ ລວມເຖິງອາດມີການພິຈາລະນາເງິນເດືອນພາຍໃນອົງກອນເພື່ອປັບໃຫ້ສອດຄ່ອງກັບຕົ້ນທຶນບໍລິສັດ.

Apple

ແລະໃນສ່ວນຂອງໜ້າເວັບໄຊຂອງ Apple ທີ່ຍັງຂຶ້ນເລື່ອງການຈ້າງວຽກ ຕົວແທນຂອງ Apple ໄດ້ບອກກັບທາງ Insider ວ່າ ບໍລິສັດແມ່ນຍັງເປີດຮັບສະໝັກວຽກເພີ່ມ ແຕ່ເນື່ອງຈາກສະພາບເສດຖະກິດໃນປັດຈຸບັນເຮັດໃຫ້ບໍລິສັດຕ້ອງຮັດກຸມເລື່ອງການຈ້າງວຽກຫຼາຍຂຶ້ນກວ່າເກົ່າ.

ແລະລະຫວ່າງລາຍງານຜົນກະກອບການໄຕມາດທີ 4 ຂອງປີ ງົບປະມານປີ 2022 ທາງ Apple ໄດ້ບອກແບບກົງໄປກົງມາວ່າຍອດຂະຫຍາຍຕົວເລີ່ມຊ້າລົງ ໂດຍສະເພາະຢ່າງຍິ່ງຍອດຂາຍຂອງ Mac ນັ້ນຄາດວ່າຈະລົດລົງຫຼາຍເມື່ອທຽບກັບປີທີ່ຜ່ານມາ ເນື່ອງຈາກ Apple ບໍ່ມີແຜນໃໝ່ທີ່ຈະເປີດຕົວ Mac ໃໝ່ໃນປາຍປີນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/