The Last Supper ຮູບແຕ້ມທີ່ຜ່ານຜ່າລະເບີດ-ລູກປືນ ແຕ່ຮູບພາບກໍຍັງຢູ່ໃນສະພາບດີ ແລະ ສວຍງາມ

The Last Supper

‘The Last Supper’ ເປັນຮູບແຕ້ມທີ່ບອກເລົ່າເຖິງເຫດການ ທີ່ພະເຍຊູທີ່ກຳລັງຮັບປະທານອາຫານຄາບສຸດທ້າຍຮ່ວມກັບສາວົກທັງ 12 ຄົນ ເຊິ່ງເປັນເຫດການກ່ອນໜ້າທີ່ພະເຍຊູຈະຖືກຈັບແຂວນໄວ້ໄມ້ກາງເຂນ. ພາບນີ້ ດາວິນຊີ (Leonardo da Vinci ) ໄດ້ເລີ່ມແຕ້ມ ເມື່ອປີ 1495 ກ່ອນທີ່ຈະສຳເລັດໃນປີ 1499 ເຊິ່ງໃຊ້ເວລາຫຼາຍພໍສົມຄວນ. ລາວເລີ່ມແຕ້ມເທິງຝາຂອງຫ້ອງຮັບປະທານອາຫານພາຍໃນໂບດ Santa Maria delle Grazie ເຊິ່ງເປັນໂບດຂອງ “ລູໂດວີໂກ” (Ludovico Sforza, Duke of Milan) ຜູ້ປົກຄອງຂອງເມືອງມິລານໃນເວລານັ້ນ.

ຫຼັງຈາກເວລາຜ່ານໄປດົນນານ  ດາວິນຊີກໍແຕ້ມສຳເລັດ ປາກົດວ່າພາບທີ່ແຕ້ມນັ້ນເກີດການຫຼຸດ ຫຼື ລອກອອກ ແລະ ສີກໍຄ່ອຍໆຈາງລົງ ອາດຈະແມ່ນສາເຫດຈາກສະພາບແວດລ້ອມ ລວມເຖິງການຜິດພາດທາງດ້ານເທັກນິກໃນການໃຊ້ສີ ເມື່ອຮູ້ເຖິງກົກປາຍສາເຫດ ຈຶ່ງໄດ້ປ່ຽນມາໃຊ້ເທັກນິກ Fresco-secco ເທັກນິກໃນການແຕ້ມຮູບພາບລົງພື້ນປູນແຫ້ງ ເຊິ່ງມັນຈະເຮັດໃຫ້ສີຕິດກັບຝາໄດ້ພໍສົມຄວນ. ຕັ້ງແຕ່ນັ້ນມາ ກໍໄດ້ບູລະນະຮູບຫຼາຍຄັ້ງພໍສົມຄວນ ແລະ ພາບກໍຈະເກີດມີບັນຫາເສຍຫາຍຢູ່ຕະຫຼອດ.

The Last Supper

1652 ໄດ້ມີນັກບວດກຸ່ມໜຶ່ງຕ້ອງການທີ່ຈະບູລະນະ ໂດຍໃຊ້ຮູບແບບການເຈາະຫຼາຍຮູບແບບ ເຊິ່ງຈະເຈາະຝາເພື່ອເຮັດປະຕູບໍລິເວນກາງຂອງພາບ ເພາະພວກເຂົາເຊື່ອວ່າມັນຈະຊ່ວຍຄ້ຳພາບເອົາໄວ້ໄດ້ ເຊິ່ງຮ່ອງຮອຍຊ່ອງຂອງປະຕູດັ່ງກ່າວ ກໍຍັງຄົງປາກົດຢູ່ຈົນເຖິງປັດຈຸບັນນີ້.

ຕໍ່ມາເມື່ອປີ 1796 ກອງທັບຝຣັ່ງ ໄດ້ບຸກຢຶດຄອງມິລານ ເຊິ່ງບໍລິເວນໂບດຊານຕາ ລວມໄປເຖິງຫ້ອງຮັບປະທານອາຫານທີ່ເປັນທີ່ຕັ້ງຂອງ ‘The Last Supper’ ກໍໄດ້ກາຍເປັນຄັງເກັບອາວຸດ ແລະ ຄອກມ້າ. ແຕ່ທະຫານຝຣັ່ງໄດ້ແກວ່ງ ຫຼື ໂຍນກ້ອນຫີນໃສ່ພາບ ທະຫານບາງຄົນພະຍາຍາມແກະໜ່ວຍຕາຂອງສາວົກທັງ 12 ອອກ ລວມໄປເຖິງໃຊ້ເປັນເປົ້າຍິງລູກປືນຂອງທະຫານອີກດ້ວຍ ຄ້າຍໆຄືດັ່ງກັບວ່າພາບບໍ່ມີຄຸນຄ່າ ຢາກເຮັດຫຍັງກໍໄດ້.

The Last Supper

ມາຮອດປີ 1821 ຈິດຕະກອນຊາວອິຕາລີ ເຊິ່ງມີນາມວ່າ (Stefano Barezzi) ໄດ້ສະເໜີຕົວບູລະນະພາບ ໂດຍການຍ້າຍໄປຍັງສະຖານທີ່ປອດໄພກວ່າເກົ່າ ເຊິ່ງຖ້າຍ້າຍອອກໄປກໍຕ້ອງເອົາໄປໝົດຝາ (ເປັນຝາປູນຄືຝາເຮືອນ) ແຕ່ກໍບໍ່ສຳເລັດ. ເຫດການສຸດທ້າຍ ທີ່ຄາດວ່າພາບຈະຖືກຜົນເສຍຫາຍ ແມ່ນໄລຍະສົງຄາມໂລກຄັ້ງທີ 2 ພາບຖືກລະເບີດຫຼາຍໂຕນພໍສົມຄວນ ແຕ່ພາບກໍຍັງບໍ່ເປັນຫຍັງ.

ຖືໄດ້ວ່າເປັນພາບທີ່ໜ້າສົນໃຈ ບໍ່ວ່າຈະຜ່ານຫຼາຍໆເຫດການມາ ກໍຍັງລອດມາຮອດທຸກມື້ນີ້ໄດ້ ປຽບດັ່ງກັບຊີວິດຂອງມະນຸດ ບໍ່ວ່າຈະຜ່ານຜ່າອຸປະສັກຫຍັງມາກໍສາມາດຮັບມື ແລະ ພ້ອມທີ່ຈະຫາວິທີແກ້ໄຂບັນຫານັ້ນໄດ້.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/