ຕັ້ງແຕ່ປີ 1986 ເຖິງປັດຈຸບັນ ຈີນຄອງອັນດັບໜຶ່ງລົງທຶນໃນລາວຫຼາຍທີ່ສຸດ ອັນດັບສອງຫວຽດນາມ ແລະ ອັນດັບສາມແມ່ນໄທ

ຈີນ

ຈີນ ເປັນປະເທດທີ່ລົງທຶນໃນລາວຫຼາຍທີ່ສຸດກວ່າປະເທດອື່ນໆ ຮອງລົງມາແມ່ນ ສສ ຫວຽດນາມ ແລະ ໄທ.

ປະເທດຫວຽດນາມໄດ້ແຊງປະເທດໄທ ເປັນນັກລົງທຶນຕ່າງຊາດອັນດັບທີ 2 ໃນລາວດ້ວຍມູນຄ່າການລົງທຶນ 4.700 ລ້ານໂດລາສະຫະລັດ ສ່ວນອັນດັບ 1 ບໍ່ວ່າຈະຜ່ານໄປຫຼາຍປີເທົ່າໃດກໍຍັງຄົງຄອງອັນດັບຕົ້ນໆບໍ່ເຄີຍປ່ຽນ ໃນຂະນະທີ່ປະເທດລາວສ້າງຄວາມສົນໃຈ ແລະ ພະຍາຍາມຫານັກລົງທຶນຊາວຕ່າງຊາດໃຫ້ຫຼາຍຂຶ້ນ ເພື່ອກະຕຸ້ນເສດຖະກິດບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສ້າງສາເສດຖະກິດລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ສສ ຫວຽດນາມ ເຂົ້າໄປລົງທຶນໃນລາວສະເລ່ຍມູນຄ່າທັງໝົດ 4.700 ລ້ານໂດລາ ເປັນນັກລົງທຶນຕ່າງປະເທດລາຍໃຫຍ່ເປັນອັນດັບສອງໃນລາວ ໂດຍກະຊວງວາງແຜນ ແລະ ການລົງທຶນຂອງລາວ ກໍໄດ້ລາຍວ່າຕົວເລກການລົງທຶນໂດຍກົງຈາກຕ່າງປະເທດ ຫຼື FDI ໃນ ສປປ ລາວ ມີຈຳນວນທັງໝົດ 24.000 ລ້ານໂດລາ ຕັ້ງແຕ່ປີ 1986 ຫາ ປັດຈຸບັນ ສາມາດອັດສີດເງິນລົງທຶນໃນລາວສູງເຖິງ 5.200 ລ້ານໂດລາ ຫຼື ຫຼາຍກວ່ານີ້ ເພາະປັດຈຸບັນມີລົົດໄຟລາວ-ຈີນ ທີ່ເພີ່ມຂະຫຍາຍເສດຖະກິດ.

ຈີນ

ສ່ວນປະເທດໄທກໍບໍ່ທຳມະດາ ຖືໄດ້ວ່າລົງທຶນຢູ່ໃນ ສປປ ລາວ ຫຼາຍລະດັບຕົ້ນໆເຊັ່ນດຽວກັນ ປີຜ່ານມາແມ່ນຄອງອັນດັບສອງ ແຕ່ມາປີນີ້ກາຍເປັນປະເທດຫວຽດນາມທີ່ໄດ້ແຊ້ມອັນດັບສອງໄປ. ເຖິງຈະເປັນແບບນັ້ນກໍຍັງຢູ່ໃນລະດັບດີ, ນັກລົງທຶນຊາວໄທ ຍັງຄົງມາລົງທຶນໃນລາວເພີ່ມຂຶ້ນເລື້ອຍໆ ແລະ ມີໂຄງການຫຼາກຫຼາຍ ທີ່ຍັງບໍ່ເປີດເຜີຍ. ຜ່ານມາສາມາດລົງທຶນໃນລາວມູນຄ່າເຖິງ 4.600 ລ້ານໂດລາ.

ຈີນ

ນອກຈາກນີ້ ນັກລົງທຶນຕ່າງປະເທດໃນລາວກໍຍັງມີຫຼາຍ ບໍ່ວ່າຈະເປັນ ເກົາຫຼີໃຕ້, ຍີ່ປຸ່ນ, ຝຣັ່ງ, ອາເມຣິກາ, ມາເລເຊຍ, ເນເທີແລນ ແລະ ປະເທດອື່ນໆອີກ ທີ່ກຳລັງສົນໃຈ ແລະ ລັດຖະບານກຳລັງຫາຮ່ວມຄຸູ່ລົງທຶນ. ການທີ່ນັກລົງທຶນຕ່າງປະເທດມາລົງທຶນໃນລາວ ສາມາດເຮັດໃຫ້ເສດຖະກິດພັດທະນາໄປທາງທີ່ດີຂຶ້ນຫຼາຍພໍສົມຄວນ ກະຕຸ້ນເສດຖະກິດໄດ້ດີ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ລັດຖະບານລາວເຮົາ ກໍຫວັງວ່າຈະເປັນການດີທີ່ນຳພານັກລົງທຶນມາພັດທະນາປະເທດ ແລະ ຄາດວ່າຈະເປັນຜົນດີແກ່ປະເທດຊາດບ້ານເມືອງ.

ຈີນ

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/