ສືບເນື່ອງມາຈາກສົງຄາມລະຫວ່າງຣັດເຊຍ ແລະ ຢູເຄຣນ ທີ່ຣັດເຊຍໄດ້ເລີ່ມບຸກໂຈມຕີຢູເຄຣນໃນທ້າຍເດືອນກຸມພາ 2022 ທີ່ຜ່ານມາເຮັດໃຫ້ປະຊາຄົມໂລກອອກມາປະນາມການກະທຳຂອງຣັດເຊຍກັນຢ່າງຫຼວງຫຼາຍ,

ເຊິ່ງນັ້ນມັນສົ່ງຜົນໃຫ້ທຸລະກິດຕ່າງໆກໍເລີ່ມອອກມາຂວ້ຳບາດຣັດເຊຍນໍາ ລວມໄປຮອດທຸລະກິດ Fastfood ສັນຊາດອາເມຣິກາຊື່ດັງຢ່າງ McDonald’s ກໍໄດ້ຖອນກິດຈະການອອກຈາກຣັດເຊຍ ເພື່ອຕອບໂຕ້ການກະທຳຂອງຣັດເຊຍ ແລະໄດ້ຂາຍຮ້ານສາຂາທັງໝົດໃຫ້ກັບບໍລິສັດທ້ອງຖິ່ນເມື່ອເດືອນພຶດສະພາທີ່ຜ່ານມາ.

ຕໍ່ມາໃນກາງເດືອນມິຖຸນາ 2022 ທີ່ຜ່ານມາຮ້ານ McDonald’s ທີ່ຖືກຂາຍຕໍ່ກໍໄດ້ເຮັດການຣີແບຣນໂດຍການປ່ຽນຊື່ໃໝ່ວ່າ ‘Vkusno & tochka’ ເຊິ່ງຜົນຕອບຮັບກໍດີເກີນຄາດ ເພາະໃນມື້ເປີດຕົວແມ່ນສາມາດຈໍາໜ່າຍເບີເກີ້ໄດ້ຫຼາຍເຖິງ 120,000 ອັນເລີຍ.

ຢ່າງໃດກໍຕາມ ເບິ່ງຄືວ່າທຸລະກິດນີ້ຈະພົບກັບຈຸດສະດຸດເສຍແລ້ວ ເພາະເມື່ອຫຼ້າສຸດນີ້ທາງຜູ້ບໍລິຫານຂອງ Vkusno & tochka ໄດ້ອອກມາບອກວ່າຮ້ານຈະປະສົບກັບບັນຫາຂາດແຄນເຟຣນຟາຍໄປຈົນຮອດໄລຍະລະດູໃບໄມ້ຫຼົ່ນ ເນື່ອງຈາກຜົນຜະລິດມັນຝຣັ່ງໃນຣັດເຊຍບໍ່ດີເທົ່າທີ່ຄວນ ແລະຍັງປະສົບບັນຫາເລື່ອງການນຳເຂົ້າວັດຖຸດິບຈາກຕ່າງປະເທດ.

“ບັນຫາທີ່ເກີດຂຶ້ນເປັນເພາະວ່າຜູ້ຜະລິດຕ່າງຊາດ ຫຼື ຈະເອີ້ນວ່າຜູ້ຜະລິດມັນຝຣັ່ງລາຍໃຫຍ່ທຸກລາຍເລີຍກໍໄດ້..ປະຕິເສດທີ່ຈະສົ່ງສິນຄ້າມາທີ່ຣັດເຊຍ” ຜູ້ບໍລິຫານຂອງ Vkusno & tochka ໄດ້ກ່າວ.

ຜູ້ບໍລິຫານຍັງບອກອີກວ່າໂຮງງານຜະລິດເຟຣນຟາຍໃນປະເທດມີທັງທີ່ເປັນມິດ ແລະບໍ່ເປັນມິດ ເຊິ່ງບໍລິສັດເຫຼົ່ານີ້ແມ່ນລ້ວນແຕ່ເປັນຂອງບໍລິສັດໃຫຍ່ໆ ພຽງ 4-5 ເຈົ້າ ເຊິ່ງມີສຳນັກງານໃຫຍ່ຢູ່ໃນບັນດາປະເທດທີ່ບໍ່ເປັນມິດກັບຣັດເຊຍ. ດັ່ງນັ້ນຈຶ່ງເປັນສາເຫດທີ່ເຂົາເຈົ້າບໍ່ຍອມຂາຍວັດຖຸດິບໃຫ້.

ສາເຫດອີກສ່ວນໜຶ່ງທີ່ເຮັດໃຫ້ເຟຣນຟາຍຂາດແຄນ ກໍຍ້ອນວ່າປີນີ້ ຣັດເຊຍເກັບກ່ຽວມັນຝຣັ່ງສາຍພັນສະເພາະທີ່ນຳມາເຮັດເຟຣນຟາຍໄດ້ຈຳນວນໜ້ອຍ ແລະໂຮງງານທີ່ສາມາດແປຮູບມັນຝຣັ່ງມາເປັນເປັນເຟຣນຟາຍກໍມີພຽງບໍ່ເທົ່າໃດແຫ່ງໃນຣັດເຊຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ