ພູຜາຖີ່ ອະດີດຖານທັບລັບຂອງ ສະຫະລັດອາເມຣິກາ ແລະ ສະໜາມຮົບເປື້ອນເລືອດ, ປັດຈຸບັນ ໄດ້ຖືກພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດອັນສຳຄັນ ທີ່ໜ້າທ່ຽວຊົມ ແລະ ຄົ້ນຄວ້າສຶກສາ ອີກແຫ່ງໜຶ່ງຂອງ ສປປ ລາວ.

ພູຜາຖີ່ ແມ່ນໜຶ່ງໃນຈໍານວນ ພູຜາຫຼາຍໜ່ວຍ ທີ່ເປັນຍຸດທະສາດດ້ານການທະຫານໃນສະໄໝສູ້ຮົບ, ຕັ້ງຢູ່ທາງພາກເໜືອຂອງປະເທດລາວ ໃນເຂດເມືອງຊໍາເໜືອ ແຂວງຫົວພັນ ເຊິ່ງຜາໜ່ວຍນີ້ ຖືກໃຊ້ເປັນຄ້າຍທະຫານ ຂອງສະຫະລັດ ອາເມຣິກາ ໃນໄລຍະສົງຄາມຫວຽດນາມ ແລະ ສົງຄາມລັບໃນລາວ ເຊິ່ງເປັນທີ່ຕັ້ງ ທະຫານລັບ ຂອງສະຫະລັດອາເມຣິກາ ຮູ້ຈັກກັນ ໃນຊື່ລະຫັດ ລີມາ 85 ຫຼື LS-85 (L = Lima = Laos; S=Site).

ຜາຖີ່ ຕັ້ງຢູ່ເທິງພູຜາສູງ ວັດແທກຈາກ ລະດັບໜ້ານ້ຳທະເລ ປະມານ 1,700 ແມັດ. ໃນເວລານັ້ນ ການທີ່ຈະຂຶ້ນໄປລໍາລຽງ, ຂົນສົ່ງອາວຸດຍຸດໂທປະກອນ ແລະ ສະບຽງອາຫານຕ່າງໆ ຫຼື ຂຶ້ນໄປຕິດຕັ້ງ ປະຈໍາການຢູ່ເທິງພູໜ່ວຍນີ້ ແມ່ນຕ້ອງອາໄສການເດີນທາງດ້ວຍ ເຮືອບິນເຮລິຄັອບເຕີເທົ່ານັ້ນ. ດ້ານຕາເວັນຕົກ ເປັນໜ້າຜາສູງຊັນ ເກືອບ 90 ອົງສາ, ສ່ວນທິດຕາເວັນອອກ ເປັນທົ່ງພຽງ ແຕ່ກໍມີຄວາມຍາກລຳບາກເກີນໄປທີ່ຈະເດີນທາງຜ່ານທາງດັ່ງກ່າວ.

ເນື່ອງຈາກຖານທີ່ຕັ້ງດັ່ງກ່າວເປັນຈຸດຍຸດທະສາດທາງການທະຫານທີ່ສຳຄັນ ເພາະເປັນຖານທີ່ຕັ້ງໄວ້ສຳລັບ ເຣດ້າຊີ້ເປົ້າ ບັນຊາການ ການໂຈມຕີຝ່າຍກົງກັນຂ້າມທາງອາກາດ ຫຼືເອີ້ນຢ່າງເປັນທາງການວ່າ TACAN (Tactical Air Control And Navigation) ຂອງສະຫະລັດອາເມຣິກາ, ຜາຖີ່ ຈຶ່ງໄດ້ກາຍເປັນສະໜາມຮົບອັນດຸເດືອດ ບໍ່ວ່າທັງພາກພື້ນດິນ ແລະ ທາງອາກາດ ລະຫວ່າງກອງກຳລັງທັງ 2 ຝ່າຍ.

ແຕ່ຢ່າງໃດກໍຕາມ ຜາຖີ່ ໄດ້ຖືກຍຶດຄືນ ໂດຍກອງກໍາລັງ ປະຕິວັດລາວ ໃນວັນທີ 10-11 ເດືອນ 3 ປີ 1968.​ ການປະຕິບັດການຄັ້ງນີ້ຍັງຖືເປັນອີກໜຶ່ງໄຊຊະນະທີ່ກ້າຫານ,ຍິ່ງໃຫຍ່, ດຸເດືອດ ແລະ ອີກໜຶ່ງເຫດການທີ່ປະເທດຊາດຕ້ອງຈາລຶກໄວ້ໃນໜ້າປະຫວັດສາດຊາດລາວຕະຫຼອດໄປ.

ປັດຈຸບັນ ຜາຖີ່ ໄດ້ຖືກພັດທະນາປັບປຸງ ເສັ້ນທາງກໍ່ສ້າງ,ຂັ້ນໄດ ໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມ ແລະ ສຳຜັດກັບບັນຍາກາດກິ່ນອາຍ ແຫ່ງປະຫວັດສາດທີ່ເລົ່າຂານກັນມາຫຼາຍກວ່າ 50 ປີ ແຫ່ງນີ້.

ຂອບໃຈຂໍ້ມູນຈາກ:

ຂອບໃຈຮູບພາບຈາກ: Phoonsab Thevongsa

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ