Mayumi Tanaka ນັກພາກສຽງຊື່ດັງ ບອກວ່າຕ້ອງການຢຸດພາກສຽງ Luffy ຫຼັງຈາກໃຫ້ສຽງມາ 20 ກວ່າປີ

One Piece

One Piece ເອີ້ນໄດ້ວ່າເປັນອະນິເມະທີ່ປະສົບຄວາມສໍາເລັດເລື່ອງໜຶ່ງຂອງໂລກ ບໍ່ວ່າຈະເປັນທາງດ້ານຍອດຂາຍ, ຊື່ສຽງທີ່ໂດ່ງດັງ ຈົນສາມາດສ້າງຖານແຟນຄລັບໄດ້ທົ່ວໂລກ. ທັງນີ້ ຫຼາຍຄົນທີ່ເບິ່ງອະນິເມະ One Piece ພາກຕົ້ນສະບັບກໍໜ້າຈະຄຸ້ນເຄີຍກັບສຽງພາກຂອງຕົວລະຄອນເອກຢ່າງ ລູຟີ່ (Luffy) ເປັນຢ່າງດີ ເພາະດ້ວຍນ້ຳສຽງທີ່ເປັນເອກະລັກທີ່ປະສົມຄວາມກວນໆລົງໄປນໍາ ເຮັດໃຫ້ຫຼາຍຄົນຫຼົງມັກຕົວລະຄອນນີ້ໄປໂດຍບໍ່ຮູ້ຕົວ.

One Piece

ຢ່າງໃດກໍດີ ເບິ່ງຄືວ່າສຽງທີ່ພວກເຮົາເຄີຍຟັງມາເປັນເວລາຫຼາຍສິບປີນີ້ ໃນອະນາຄົດອັນໃກ້ພວກເຮົາອາດຈະບໍ່ໄດ້ຍິນອີກຕໍ່ໄປ ເພາະວ່າ Mayumi Tanaka ນັກພາກສຽງຊື່ດັງຊາວຍີ່ປຸ່ນໄດ້ອອກມາເປີດເຜີຍວ່າຕົນເອງຕ້ອງການທີ່ຈະຍຸຕິການພາກສຽງໃຫ້ກັບຕົວລະຄອນລູຟີ່.

One Piece

ໂດຍເລື່ອງລາວນີ້ຖືກເຜີຍແຜ່ອອກມາເມື່ອວັນທີ 9 ສິງຫາ ຕອນທີ່ Mayumi Tanaka ເຊິ່ງຕອນນີ້ອາຍຸ 67 ປີໄດ້ໄປອອກລາຍການວາໄຣຕີ້ Seven Rules ແລະ ໄດ້ກ່າວເນື້ອຫາຕ່າງໆ ກ່ຽວກັບຕົນເອງ ເຊິ່ງນັ້ນລວມໄປຮອດສິ່ງທີ່ເຮັດໃຫ້ແຟນໆ ຫຼາຍຄົນຕ້ອງເສຍໃຈ ເພາະ Mayumi ເຜີຍວ່າ “ຢາກຈະຈົບການພາກໄວ້ທີ່ລູຟີ່”.

ໃນສ່ວນຂອງສາເຫດໃນການຢຸດພາກນັ້ນ Mayumi ລະບຸວ່າ ໃນຕະຫຼອດໄລຍະເວລາທີ່ເຮັດວຽກດ້ານການພາກສຽງຕົວລະຄອນຕ່າງໆ ກວ່າ 44 ປີນັ້ນ ພຽງຕົວລະຄອນລູຟີ່ຕົວດຽວກໍໃຫ້ສຽງເກືອບຈະເຄິ່ງຊີວິດຂອງຕົນເອງແລ້ວ ແລະ ກໍຢາກຈະຢຸດມັນລົງບ່ອນນີ້.

One Piece

ທັງນີ້ ເຖິງວ່າ Mayumi Tanaka ຈະປະກາດວ່າຢຸດໃຫ້ສຽງລູຟີ່ ແຕ່ປັດຈຸບັນລາວຍັງພາກສຽງໃຫ້ພວກເຮົາໄດ້ຟັງຢູ່. ແຕ່ວ່າໃນອະນາຄົດອັນໃກ້ເຂົ້າມານີ້ ສຽງທີ່ພວກເຮົາຟັງມາຕະຫຼອດຫຼາຍສິບປີ ອາດບໍ່ແມ່ນສຽງຂອງຜູ້ຍິງຄົນນີ້ອີກແລ້ວ.

ປັດຈຸບັນ ອະນິເມະເລື່ອງ One Piece ດໍາເນີນມາຮອດຕອນທີ 1,029 ແລ້ວ ແລະ ສຳລັບໃຜທີ່ຄິດຮອດສຽງຂອງ Mayumi Tanaka ແມ່ນສາມາດໄປຢ້ອນເບິ່ງໄດ້ຕາມເວັບໄຊທີ່ຖືກລິຂະສິດຕ່າງໆ.

One Piece

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ