ແຂວງໄຊຍະບູລີ ກຽມກໍາລັງພົນ 600 ກວ່າຄົນ ເພື່ອກຽມພ້ອມຮັບມືກັບໄພນໍ້າຖ້ວມ

ແຂວງໄຊຍະບູລີ

ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກ ພາຍຸມູ່ຫຼານ (MULAN) ເຮັດໃຫ້ມີຝົນຕົກແຕ່ວັນທີ 11-12 ສິງຫາ, ໄດ້ເກີດມີນໍ້າຫ້ວຍຫຼາຍສາຍຢູ່ແຂວງໄຊຍະບູລີ ຂຶ້ນຖ້ວມພື້ນຖານການຜະລິດ ແລະ ເຮືອນຊານຂອງປະຊາຊົນຈໍານວນໜຶ່ງ, ຕໍ່ກັບເຫດການດັ່ງກ່າວ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ການນໍາທຸກພາກສ່ວນຂອງແຂວງ ແມ່ນໄດ້ເຝົ້າລະວັງ ແລະ ກຽມກໍາລັງພົນ 600 ກວ່າຄົນເພື່ອຕອບໂຕ້ກັບໄພດັ່ງກ່າວ.

ແຂວງໄຊຍະບູລີ

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ຫົວໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄດ້ຖະແຫຼງຂ່າວໃນຕອນເຊົ້າຂອງວັນທີ 12 ສິງຫາ ປີນີ້ວ່າ: ເພື່ອເປັນການເຝົ້າລະວັງ ແລະ ຕອບໂຕ້ຕໍ່ໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນຢູ່ເທສະບານແຂວງ ໄຊຍະບູລີ, ການນໍາຂອງແຂວງກໍຄືຄະນະກໍາມະການຄຸ້ມຄອງໄພພິບັດແມ່ນໄດ້ລົງຕິດຕາມກວດກາ ແລະ ໃຫ້ການຊ່ວຍເຫຼືອຜົນກະທົບໄພພິບັດໃນເບື້ອງຕົ້ນ, ຮອດປັດຈຸບັນຕາມການລາຍງານເບື້ອງຕົ້ນ ທົ່ວແຂວງເກີດມີນໍ້າຖ້ວມ 5 ເມືອງ, ເສັ້ນທາງຕັດຂາດລະຫວ່າງ ເມືອງໄຊຍະບູລີ ຫາ ເມືອງຫົງສາ, ພື້ນທີ່ການຜະລິດ ແລະ ສັດລ້ຽງຂອງປະຊາຊົນໄດ້ຮັບຜົນເສຍຫາຍຈໍານວນໜຶ່ງ, ສະເພາະເທສະບານເມືອງ ໄຊຍະບູລີ ລະດັບແມ່ນນໍ້າຮຸ່ງຂຶ້ນເຖິງຈຸດສ່ຽງໄພຢູ່ໃນລະດັບ 5-6.5 ແມັດ, ຈຸດອັນຕະລາຍແມ່ນ 7 ແມັດ, ສໍາລັບແຜນການຕອບໂຕ້ເບື້ອງຕົ້ນແມ່ນໄດ້ປະກາດພາວະສຸກເສີນແຈ້ງເຕືອນການເຝົ້າລະວັງຜ່ານທາງໂທລະໂຄ່ງຂອງແຕ່ລະບ້ານ, ແຈ້ງອອກທາງວິທະຍຸ ແລະ ໃຫ້ລົດໂຮງໝໍ, ຕໍາຫຼວດ ເປີດໂຫວດແຈ້ງເຕືອນປະຊາຊົນຕາມຫົນທາງ, ພ້ອມດຽວກັນກໍໄດ້ລະດົມກໍາລັງພົນເພື່ອເຂົ້າຊ່ວຍເຫຼືອປະຊາຊົນເມື່ອນໍ້າຂຶ້ນຖ້ວມຈໍານວນ 600 ກວ່າຄົນ.

ແຂວງໄຊຍະບູລີ

ໃນນັ້ນ: ມີກໍາລັງທະຫານແຂວງ 115 ຄົນ, ທະຫານຮາບທີ 2 ມີ 300 ຄົນ, ຕໍາຫຼວດ 50 ຄົນ, ຊາວໜຸ່ມຈາກບັນດາພະແນກການອ້ອມຂ້າງແຂວງ 200 ຄົນ, ມີໜ່ວຍກູ້ໄພແຂວງ ແລະ ແພດໝໍຈໍານວນ 20 ຄົນ, ນອກຈາກນີ້ ຍັງມີພາຫະນະປະເພດລົດບັນທຸກ ແລະ ລົດກະບະ 18 ຄັນ, ລົດກູ້ຊີບກູ້ໄພ 3 ຄັນ, ເຮືອ 3 ລໍາ, ເຄື່ອງຜະລິດນໍ້າກິນ-ນໍ້າໃຊ້ 1 ເຄື່ອງ ແລະ ຍັງມີຢາປົວພະຍາດຈໍານວນໜຶ່ງ. ໃນຕອນເຊົ້າຂອງມື້ດຽວກັນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ໂອ້ລົມ ແລະ ເນັ້ນໜັກ ພ້ອມທັງໃຫ້ກໍາລັງໃຈກັບບັນດາກໍາລັງພົນ 600 ກວ່າຄົນ ເພື່ອຕອບໂຕ້ກັບໄພພິບັດທີ່ອາດຈະເກີດຂຶ້ນໂດຍສະເພາະແມ່ນ ໄພນໍ້າຖ້ວມ, ໂດຍແບ່ງເປັນກຸ່ມອອກລາດຕະເວນຢູ່ບັນດາບ້ານທີ່ມີຄວາມສ່ຽງລຽບແມ່ນໍ້າຮຸ່ງ ເພື່ອກຽມພ້ອມຊ່ວຍເຫຼືອປະຊາຊົນໃຫ້ທ່ວງທັນກັບເຫດການ.

ແຂວງໄຊຍະບູລີ

ຂໍ້ມູນຈາກ: https://cutt.ly/pXezqsO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ