Marvel ເຜີຍວ່າ Peter Quill ແຫ່ງ Guardians of the Galaxy ເປັນ Bisexual ໃນສະບັບໜັງສືກາຕູນ


[ມີການເຜີຍເນື້ອຫາບາງສ່ວນ]

ທາງ Marvel ໄດ້ເຜີຍວ່າ Peter Quill ຫຼື Star-Lord ແຫ່ງ Guardians of the Galaxy ສະບັບໜັງສືກາຕູນເປັນ Bisexual ແລະ ມີຄວາມສຳພັນແບບ Polyamory (ຄວາມສຳພັນແບບມີຄົນຮັກຫຼາຍຄົນ) ໃນເຫຼັ້ມທີ 9 ທີ່ຫາກໍວາງຂາຍເມື່ອວັນທີ 9 ທັນວາ 2020 ທີ່ຜ່ານມາ.

ໂດຍໃຜທີ່ເປັນແຟນຂອງ Guardians of the Galaxy ໃນຈັກກະວານ MCU ຢ່າຟ້າວສັບສົນ ເພາະວ່ານີ້ເປັນພຽງອີກໜຶ່ງເສັ້ນເລື່ອງຈາກໜັງສືກາຕູນສະບັບຫຼ້າສຸດທີ່ Marvel Comics ເຮັດອອກມາໃນປີ 2020 ເຊິ່ງເປັນຜົນງານຂອງ AI Ewing ນັກຂຽນກາຕູນຊາວອັງກິດທີ່ເຄີຍຂຽນກາຕູນກັບ Marvel ຢ່າງຫຼາກຫຼາຍ ລວມທັງ U.S Avengers ທີ່ລວມເອົາຊູເປີຮີໂລ້ໃນທີມຮັກຊາດອາເມຣິກາໄວ້ນຳກັນ ເຊັ່ນດຽວກັບການປັບປ່ຽນຕົວລະຄອນຢ່າງ Peter Quill ຫຼື Star-Lord ໃຫ້ມີຄວາມເລິກລັບ ແລະ ໜ້າຄົ້ນຫາຫຼາຍຂຶ້ນ.

ເວັບໄຊ Screenrant ໄດ້ເປີດເຜີຍເລື່ອງລາວສ່ວນໜຶ່ງຂອງເຫຼັ້ມນີ້ ໂດຍເນື້ອເລື່ອງຂອງ Guardians of the Galaxy ໃນເຫຼັ້ມທີ 9 ທີ່ຕໍ່ຈາກເຫດການ Peter Quill ໄດ້ໃຊ້ປືນ “Element Gun” ແລະ ເປັນເຫດໃຫ້ເຂົາເສຍຊີວິດໃນເຫຼັ້ມທີ 2 ແຕ່ປາກົດວ່າເຂົາມາຢູ່ໃນມິຕິຄູ່ຂະໜານໃນດວງດາວທີ່ຊື່ວ່າ Morinus ຈົນໄດ້ພົບສອງມະນຸດຕ່າງດາວຍິງຊາຍທີ່ຊື່ວ່າ Aradia ແລະ Mors ຜູ້ທີ່ໄດ້ຊວນ Quill ໃຫ້ມາໃຊ້ຊີວິດຮ່ວມກັນ.

ແນວໃດກໍຕາມ ຄວາມສຳພັນຂອງທັງສາມບໍ່ແມ່ນຄວາມສຳພັນແບບ LGBTQ+ ຄັ້ງທຳອິດທີ່ເກີດຂຶ້ນໃນຫຼັງສືກາຕູນເລື່ອງນີ້ ເພາະກ່ອນໜ້ານີ້ເຄີຍມີຕົວລະຄອນໃນເລື່ອງທີ່ຊື່ Hercules ແລະ Nova ຫຼື ທີ່ຮູ້ຈັກໃນນາມ Marvel Boy ໄດ້ຈູບກັນໃນກາງສະໜາມຮົບໃນ Guardians of the Galaxy ໃນເຫຼັ້ມທີ 6.

ພາບ: Marvel Comics

ທີ່ມາ: – https://thestandard.co/marvel-say-peter-quill-guardians-of-the-galaxy-is-bisexual/