Mark Zuckerberg ເຜີຍ Meta ກຳລັງພັດທະນາ AI ທີ່ສາມາດສ້າງວິດີໂອໄດ້ ຕາມຄຳບັນຍາຍຂອງເຮົາ

Mark Zuckerberg

ໃນໄລຍະທີ່ຜ່ານມາ ຫຼາຍຄົນອາດຈະໄດ້ລອງ ໄດ້ຫຼິ້ນ ກັບລະບົບ AI ທີ່ຈະແຕ້ມຮູບໃຫ້ເຮົາຕາມຄຳສັ່ງທີ່ເຮົາປ້ອນເຂົ້າໄປ ຢ່າງ DALL-E ແລະ Midjourney. ຫຼ້າສຸດ ມາກ ຊັກເກີເບີກ ຜູ້ບໍລິຫານບໍລິສັດ Meta ມີຄວາມຄິດທີ່ລໍ້າໄປກວ່ານັ້ນ ໂດຍລາວເຜີຍວ່າ ປັດຈຸບັນ Meta ຂອງລາວກຳລັງພັດທະນາ AI ທີ່ຊື່ວ່າ Make-A-Video ທີ່ຈະສາມາດສ້າງວິດີໂອສັ້ນໆ ຂຶ້ນມາຈາກຄຳສັ່ງ ຫຼື ຄຳບັນຍາຍທີ່ເຮົາປ້ອນເຂົ້າໄປ ຂຶ້ນມາໄດ້ເລີຍ.

Mark Zuckerberg

ສຳລັບ Make-A-Video ຂອງ Meta ນັ້ນ ກໍມີພື້ນຖານການປະມວນຜົນທີ່ຄ້າຍໆກັບຂອງ DALL-E ແລະ Midjourney ໂດຍຈະຄ່ອຍໆເຄື່ອນອົງປະກອບຂອງວັດຖຸໃຫ້ເປັນໄປຕາມຄຳອະທິບາຍທີ່ເຮົາປ້ອນເຂົ້າໄປ ແຕ່ຈຸດພິເສດກໍຄືວ່າ AI ຕົວນີ້ບໍ່ໄດ້ພຽງກຳນົດແຕ່ລະພິກເຊວໃຫ້ກົງກັບຄຳບັນຍາຍເທົ່ານັ້ນ ແຕ່ຍັງຈະຕ້ອງຄາດເດົາການປ່ຽນແປງໃນແຕ່ລະເຟຣມຂອງວິດີໂອ ໃຫ້ຖືກຕ້ອງອີກ. ໂດຍ Meta ໂຄສະນາໄວ້ວ່າ ລະບົບ AI ຂອງຕົນເອງນີ້ຖືເປັນນະວັດຕະກຳການສ້າງວິດີໂອ ຈາກຕົວໜັງສືທີ່ສຸດຍອດຫຼາຍ ແບບທີ່ບໍ່ເຄີຍມີໃຜເຄີຍເຮັດໄດ້ມາກ່ອນ.

Mark Zuckerberg

ຕາມວິດີໂອຕົວຢ່າງທີ່ຖືກປ່ອຍອອກມາຍັງຈະເຫັນໄດ້ວ່າ  Make-A-Video ຍັງສ້າງສັນວິດີໂອອອກມາໄດ້ມີຂໍ້ຈຳກັດຢູ່ ໂດຍວິດີໂອດັ່ງກ່າວຈະມີຄວາມຍາວບໍ່ເກີນ 5 ນາທີ ແລະ ບໍ່ມີສຽງ ລວມເຖິງຍັງມີລາຍນໍ້າເປັນຄຳວ່າ Meta AI ຢູ່ໃນວິດີໂອນຳອິກ.

ປັດຈຸບັນ Meta ຍັງບໍ່ໄດ້ເປີດໃຫ້ຜູ້ໃຊ້ງານທົ່ວໄປ ໄດ້ເຂົ້າໄປທົດລອງໃຊ້ງານເທື່ອ ເຊິ່ງ ມາກ ຊັກເກີເບີກ ບອກພຽງວ່າ ບໍລິສັດມີແຜນທີ່ຈະເປີດຕົວເຄື່ອງມືໃໝ່ນີ້ໃນອະນາຄົດ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ