ຄວາມຜິດພາດມັນເກີດຂຶ້ນໄດ້ແຕ່ມັນຕ້ອງບໍ່ແມ່ນແບບນີ້! ທະນາຄານຢຶດເຮືອນຜິດຫຼັງແຖມຍັງມ້າງເຄື່ອງໃນເຮືອນ ດ້ານເຈົ້າຂອງຕົວຈິງກຽມຍື່ນຟ້ອງສານ

ທະນາຄານຢຶດເຮືອນຜິດ

ເຊື່ອວ່າບໍ່ມີໃຜທີ່ບໍ່ເຄີຍເຮັດຜິດພາດ ແມ່ນແຕ່ທະນາຄານເອງກໍຍັງເຮັດຜິດພາດໄດ້ ເຊັ່ນດຽວກັນກັບກໍລະນີຂອງທະນາຄານຈາກໄທແຫ່ງນີ້ ທີ່ໄດ້ຢຶດເຮືອນຜິດຫຼັງໂດຍເຂົ້າໃຈຜິດວ່າເຮືອນທີ່ຖືກຢຶດມີສ່ວນກ່ຽວຂ້ອງກັບການຟ້ອງຮ້ອງ. ພ້ອມນັ້ນຊັບສິນທີ່ສຳຄັນພາຍໃນເຮືອນຍັງຖືກທາງທະນາຄານນຳໄປທຳລາຍຖິ້ມຫຼາຍລາຍການ ຕົ້ນໄມ້ທີ່ຢູ່ນອກເຮືອນຖືກຕັດຈົນຫ້ຽນ. ດ້ານຜູ້ເສຍຫາຍຈຶ່ງກຽມຍື່ນຟ້ອງຕໍ່ທະນາຄານແຫ່ງນີ້.

ທະນາຄານຢຶດເຮືອນຜິດ

ເລື່ອງລາວທີ່ເກີດຂຶ້ນນີ້ໄດ້ຮັບການເຜີຍແຜ່ໂດຍຜູ້ເສຍຫາຍຄົນໜຶ່ງທີ່ມີເຮືອນຢູ່ແຂວງປະທຸມທານີປະເທດໄທ ໂດຍເຈົ້າຂອງເລື່ອງເລົ່າວ່າ ເມື່ອວັນທີ 5 ກັນຍາ 2022 ທີ່ຜ່ານມາ ມີຜູ້ຮັບເໝົາເຂົ້າມາຮື້ຊັບສິນພາຍໃນເຮືອນຂອງຕົນອອກໄປຈົນໝົດ ເຫຼືອພຽງແຕ່ເຮືອນໂລ່ງໆ ໃນສ່ວນຂອງບໍລິເວນພາຍນອກເຮືອນຕົ້ນໄມ້ກໍຖືກຕັດຫ້ຽນໝົດ, ກັນສາດກໍຖືກຮື້ຂົນໄປໝົດ ພ້ອມກັບຕິດປ້າຍປະກາດວ່າ “ຊັບສິນຂອງທະນາຄານຫ້າມບຸກຮຸກ”.

ທະນາຄານຢຶດເຮືອນຜິດ

ຕໍ່ມາເພື່ອນບ້ານເຫັນປ້າຍປະກາດຂາຍຕິດຢູ່ໜ້າເຮືອນຫຼັງດັ່ງກ່າວ ຈຶ່ງຕິດຕໍ່ທາງທະນາຄານໄປເພື່ອທີ່ຈະຂໍຊື້. ຫຼັງຈາກນັ້ນຈຶ່ງໄດ້ຮູ້ຄວາມຈິງວ່າໃນປະກາດຂາຍເປັນເຮືອນອີກຫຼັງໜຶ່ງ ດ້ວຍເຫດນັ້ນເພື່ອນບ້ານຈຶ່ງໄດ້ໂທຫາເຈົ້າຂອງເຮືອນ (ຜູ້ເສຍຫາຍ) ເພື່ອຖາມວ່າ “ຈະຂາຍເຮືອນແທ້ຫວາ ເຫັນມີຄົນມາຮື້ເຮືອນຣີໂນເວດ ແລະ ຕິດປ້າຍທະນາຄານ” ເມື່ອເຈົ້າຂອງເຮືອນໄດ້ຍິນແນວນັ້ນກໍຕົກໃຈຫຼາຍ ຈຶ່ງໄດ້ຮີບເດີນທາງເພື່ອມາເບິ່ງ ກໍພົບວ່າເຮືອນຂອງຕົນບໍ່ເຫຼືອເຄື່ອງໃຊ້ຫຍັງເລີຍ, ຕົ້ນໄມ້ຖືກເກັບທຳລາຍຖິ້ມໝົດ, ປະຕູເຮືອນຖືກລັອກໄວ້ດ້ວຍກະແຈຂອງທະນາຄານ ເຈົ້າຂອງເຮືອນຈຶ່ງໄດ້ໄປລົງບັນທຶກແຈ້ງຄວາມນຳຫ້ອງການຕໍາຫຼວດ.

ທະນາຄານຢຶດເຮືອນຜິດ

ຫຼັງຈາກນັ້ນ ເຈົ້າຂອງເຮືອນຈຶ່ງໄດ້ແຈ້ງເລື່ອງຢຶດເຮືອນຜິດຫຼັງໄປທີ່ທະນາຄານຜູ້ເປັນຄູ່ກໍລະນີ. ທາງທະນາຄານຈຶ່ງໄດ້ໃຫ້ເຈົ້າໜ້າທີ່ໂທລະສັບມາຂໍໂທດ ແລະຍອມຮັບວ່າເປັນຄວາມຜິດຂອງທະນາຄານແທ້ໆ ທີ່ເຂົ້າມາຢຶດເຮືອນຜິດຫຼັງ ທັງສອງຝ່າຍຈຶ່ງໄດ້ໄປໄກ່ເກ່ຍກັນຕໍ່ໜ້າຕໍາຫຼວດ ເພື່ອຕົກລົງຮຽກຮ້ອງຄ່າເສຍຫາຍ ໂດຍເບື້ອງຕົ້ນໄດ້ປະເມີນໄວ້ທີ່ 2 ລ້ານບາດ (ປະມານ 980 ລ້ານກີບ) ແຕ່ທາງທະນາຄານກໍຢືນຢັນວ່າບໍ່ໄດ້ມີເຈດຕະນາທໍາລາຍແຕ່ຢ່າງໃດ ໂດຍຊັບສິນບາງຢ່າງແມ່ນໄດ້ຖືກເກັບໄວ້ອີກບ່ອນໜຶ່ງ ແຕ່ບາງຢ່າງກໍຖືກທຳລາຍໄປແລ້ວເຊັ່ນ: ເສື້ອຜ້າ, ປຶ້ມເກົ່າ, ຮູບພາບ ແລະ ຂອງສະສົມຕ່າງໆ ລວມເຖິງເຄື່ອງໃຊ້ຂອງລູກທີ່ມີຄຸນຄ່າທາງຈິດໃຈ ເຊິ່ງບໍ່ສາມາດທົດແທນໄດ້.


ທະນາຄານຢຶດເຮືອນຜິດ


ແຕ່ເລື່ອງດັ່ງກ່າວນີ້ຍັງບໍ່ທັນຈົບເທື່ອ ເພາະຫຼັງເກີດເຫດການມາ 1 ເດືອນ ທາງຜູ້ເສຍຫາຍຕ້ອງເປັນຝ່າຍທີ່ຕິດຕໍ່ທະນາຄານໄປເອງວ່າຈະມີການດໍາເນີນການຮັບຜິດຊອບຢ່າງໃດ, ທາງທະນາຄານກໍບອກພຽງແຕ່ວ່າ ກໍາລັງຮວບຮວມຊັບສິນທີ່ທຳລາຍໄປ ແຕ່ບໍ່ໄດ້ບອກວ່າຈະຮັບຜິດຊອບຄ່າເສຍຫາຍແນວໃດ. ສະນັ້ນທາງຜູ້ເສຍຫາຍຈຶ່ງເບິ່ງທະນາຄານວ່າບໍ່ມີຄວາມຮີບຮ້ອນ ຫຼື ໃສ່ໃຈໃນການແກ້ບັນຫາໃດໆ ໃຫ້ກັບຕົນເຊິ່ງເປັນຜູ້ເສຍຫາຍ ທັ້ງໆທີ່ເຮືອນຂອງຕົນບໍ່ເຄີຍຖືກຟ້ອງ, ບໍ່ເຄີຍມີຄະດີ ແລະ ບໍ່ໄດ້ກ່ຽວຂ້ອງກັບທາງທະນາຄານຄູ່ກໍລະນີເລີຍ ແຕ່ບໍ່ເຫັນຄວາມຊັດເຈນໃນການຮັບຜິດຊອບຂອງທາງທະນາຄານເລີຍ. ດັ່ງນັ້ນ ເຈົ້າຂອງເຮືອນຈຶ່ງໄດ້ຕັດສິນໃຈປຶກສາທະນາຍເພື່ອຍື່ນຟ້ອງກັບທະນາຄານດັ່ງກ່າວ.

ດ້ານ ທະນາຍ ຣົນນະຣົງ ແກ້ວເພັດ ປະທານເຄືອຂ່າຍທວງຄືນຄວາມເປັນທໍາຂອງປະເທດ ໄດ້ບອກວ່າ ຕາມພະຍານຫຼັກຖານທີ່ມີໃນຕອນນີ້ ພົບວ່າທາງທະນາຄານມີຄວາມຜິດ ຜູ້ເສຍຫາຍສາມາດຟ້ອງທະນາຄານໄດ້ 3 ຂໍ້ຫາຫຼັກໆຄື: ຮ່ວມກັນບຸກລຸກ, ເຮັດໃຫ້ເສຍຊັບ ແລະ ໝິ່ນປະໝາດ. ພ້ອມນີ້ທະນາຍກ່າວວ່າ ກໍລະນີນີ້ຖືວ່າເປັນຄວາມຜິດພາດຂອງທະນາຄານ ທີ່ອາດຈະຕ້ອງມີການທົບທວນວິທີການເຮັດວຽກໃໝ່ໃຫ້ລະອຽດຫຼາຍຂຶ້ນ ລວມເຖິງເປັນອຸທາຫອນຂອງຄົນທີ່ມີເຮືອນແລ້ວບໍ່ໄດ້ຢູ່ ແຕ່ເລື່ອງນີ້ບອກເລີຍວ່າບໍ່ແມ່ນຄວາມຜິດຂອງເຈົ້າຂອງເຮືອນ.

ຢ່າງໃດກໍດີ ໃນຕອນທ່ຽງຂອງມື້ນີ້ (3 ຕຸລາ) ເຈົ້າຂອງເຮືອນຈະເດີນທາງໄປພົບກັບທະນາຍຄວາມ ເພື່ອສົ່ງເລືື່ອງດໍາເນີນຄະດີກັບທະນາຄານໃຫ້ເຖິງທີ່ສຸດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ