Marilyn Monroe ຍິງສາວສູ້ຊີວິດເພື່ອຄວາມຝັນອັນແຮງກ້າ ແລະ ກາຍເປັນຜູ້ມີອິດທິພົນໃນວົງການມາຍາ


ມາຣິລີນ ມອນໂຣ (Marilyn Monroe) ຫຼາຍໆຄົນຄົງຈະຄຸ້ນຫູມາດີກັບຊື່ນີ້ ຫາກເວົ້າເຖິງວົງການບັນເທີງ Hollywood ກໍຈະຂາດຊື່ນີ້ບໍ່ໄດ້ເລີຍ ຊື່ທີ່ມາພ້ອມສະເໜ່ ແລະ ຍັງເປັນອຳມະຕະມາຮອດທຸກມື້ນີ້ ເຖິງແມ່ນວ່າລາວຈະເສຍຊີວິດໄປແລ້ວເປັນເວລາ 60 ກວ່າປີແລ້ວກໍຕາມ.

ມື້ນີ້ທາງ LaoX ຈະພາມາຮູ້ຈັກກັບຕຳນານອີກຄົນແຫ່ງວົງການ Hollywood ຜູ້ທີ່ໄດ້ຮັບການຈົດຈຳຈາກຄົນທົ່ວໂລກໃນພາບຂອງຍິງສາວຜົມທອງສັ້ນກັບຊຸດກະໂປງສີຂາວທີ່ມີລົມພັດຈາກດ້ານໜ້າເຮັດໃຫ້ກະໂປງປິວອອກມາ ຜູ້ຍິງຄົນນັ້ນມີຊື່ວ່າ ມາຣິລີນ ມອນໂຣ.

Marilyn Monroe ຫຼື Norma Jeane Mortenson ເກີດວັນທີ 1 ມິຖຸນາ ປີ 1926 ໃນຄອບຄົວທີ່ບໍ່ໄດ້ດີປານໃດ ແມ່ຂອງນາງຂ້ອນຂ້າງເປັນຜູ້ຍິງເຈົ້າຊູ້ ດັ່ງນັ້ນຈຶ່ງບໍ່ມີໃຜຮູ້ຢ່າງຊັດເຈນວ່າ ພໍ່ທີ່ແທ້ຈິງຂອງນາງແມ່ນໃຜ ແມ່ແທ້ໆຈຶ່ງຕັດສິນໃຈມອບນາງໃຫ້ກັບຄອບຄົວໂບເລນເດີ (Bolender) ເປັນຜູ້ລ້ຽງດູລະຫວ່າງທີ່ໄປເຮັດວຽກ ແລະ ຈະມາຢ້ຽມຢາມໃນມື້ພັກ ພ້ອມກັບພາໄປເບິ່ງຮູບເງົາ.

ເມື່ອອາຍຸ 6 ປີ ມາຣິລີນ ມອນໂຣ ເອງກໍໄດ້ຍ້າຍໄປຢູ່ກັບແມ່ຜູ້ໃຫ້ກຳເນີດ ເນື່ອງຈາກຄອບຄົວໂບເລນເດີ ຕ້ອງການທີ່ຈະຮັບນາງມາເປັນລູກບຸນທຳ ແຕ່ແມ່ຂອງນາງບໍ່ຍອມຈຶ່ງຕັດສິນໃຈໃຫ້ນາງມາຢູ່ນຳ ຄ້າຍຄືວ່າຊີວິດຂອງເດັກນ້ອຍຄົນນີ້ກຳລັງໄປໄດ້ດ້ວຍດີ ແຕ່ມັນບໍ່ໄດ້ສວຍງາມພຽງນັ້ນ ແມ່ຂອງນາງກັບມີອາການຂອງໂຣກຈິດຕະເວດຢ່າງ Paranoid Schizophrenia ເຮັດໃຫ້ບໍ່ສາມາດລ້ຽງດູ ມາຣິລີນ ມອນໂຣ ໄດ້ ເປັນສາເຫດໃຫ້ນາງຕ້ອງມາຢູ່ກັບໝູ່ຂອງແມ່.

ແຕ່ຊີວິດການເປັນຢູ່ຂອງ ມາຣິລີນ ມອນໂຣ ບໍ່ໄດ້ດີນາງຖືກຄຸກຄາມຈາກຄົນໃນເຮືອນ ລວມທັງຜູ້ເປັນສາມີຂອງໝູ່ແມ່ເອງເຊັ່ນດຽວ. ດ້ວຍເຫດນີ້ເຮັດໃຫ້ນາງເອງກໍຢູ່ກັບຄອບຄົວນີ້ເປັນເວລາ 4 ​ປີເທົ່ານັ້ນ ເນື່ອງຈາກຄອບຄົວຂອງໝູ່ແມ່ນາງຕ້ອງຍ້າຍໄປບ່ອນອື່ນ ແລະ ແນ່ນອນວ່າມີໂອກາດທີ່ນາງຈະກັບໄປເຮືອນເດັກກຳພ້າທີ່ນາງບໍ່ມັກ.

ມາຣິລີນ ມອນໂຣ ໃນຕອນນັ້ນມີອາຍຸພຽງ 16 ປີ ຈຶ່ງຕັດສິນໃຈແຕ່ງງານກັບ ເຈມ ໂດເຮີຕີ້  (James Dougherty) ເພື່ອຕັດບັນຫາພ້ອມອອກຈາກໂຮງຮຽນມາເປັນແມ່ເຮືອນເຕັມຕົວ. ແຕ່ຊີວິດການແຕ່ງງານນັ້ນກໍບໍ່ໄດ້ມີຄວາມສຸກ ເນື່ອງຈາກທັງສອງບໍ່ໄດ້ແຕ່ງງານກັນຍ້ອນຄວາມຮັກ. ຫຼັງຈາກນັ້ນ ເຈມ ກໍໄດ້ໄປເປັນທະຫານ ມາຣິລີນ ມອນໂຣ ຈຶ່ງໄດ້ເຮັດວຽກຢູ່ໂຮງງານ.

ເສັ້ນທາງຂອງ ມາຣິລີນ ມອນໂຣ ດຳເນີນໄປຈົນປາຍປີ 1944 ນາງໄດ້ພົບກັບ ເດວິດ ໂຄໂນເວີ ຜູ້ຖືກສົ່ງມາໂດຍກອງທັບສະຫະລັດເພື່ອຖ່າຍຮູບສາວໂຮງງານເພື່ອນຳໃຊ້ໃນການປຸກໃຈແກ່ຄົນງານຜູ້ຍິງ ແລະ ແນ່ນອນວ່າ ມາຣິລີນ ມອນໂຣ ໄດ້ຮັບເລືອກເປັນນາງແບບໃນການຖ່າຍພາບ ພ້ອມກັບກ້າວເຂົ້າສູ່ວົງການນາງແບບ ໃນສັງກັດ Bluebook Modeling ເຊິ່ງເປັນໄປດ້ວຍດີຈົນຕ້ອງເລີກລາກັບຜູ້ເປັນສາມີ ເມື່ອຮັກບໍ່ປະສົບຄວາມສຳເລັດ ແຕ່ການງານປະສົບຄວາມສຳເລັດແບບສຸດຂີດ.

ມາຣິລີນ ມອນໂຣ ຫຼົງໃຫຼໃນການສະແດງ ເມື່ອໄດ້ຮັບບົດເປັນຕົວປະກອບ ນາງຈຶ່ງພະຍາຍາມເພື່ອທີ່ຈະກັບມາເປັນນັກສະແດງ ຈຶ່ງໄດ້ເຂົ້າໄປຕີສະໜິດກັບຜູ້ບໍລິຫານລະດັບສູງຫຼາຍຄົນ ແນ່ນອນວ່າວ່າຕ້ອງມີເລື່ອງແບບນັ້ນໂດຍສະເພາະກັບ Joseph M. Schenck ຜູ້ບໍລິຫານ 20th Century Fox ແລະ ໄດ້ແຈ້ງເກີດໃນທີີ່ສຸດ.

ແຕ່ວົງການມາຍາບໍ່ແມ່ນເລື່ອງງ່າຍ ມີຂຶ້ນກໍຕ້ອງມີລົງ ແນ່ນອນວ່າ ມາຣິລີນ ມອນໂຣ ກໍມີໄລຍະຂາລົງຈົນຕ້ອງໄປຖ່າຍແບບປະຕິທິນແບບເປີດເຜີຍຮ່າງກາຍ ຫຼື ເຮົາມັກເອີ້ນວ່າຮູບພາບນູ້ດ ແຕ່ໃນສະໄໝນັ້ນຍັງບໍ່ເປັນທີ່ຍອມຮັບເທື່ອ. ແຕ່ທຸກຢ່າງກັບຜິດຄາດ ການຖ່າຍແບບເຮັດໃຫ້ ມາຣິລີນ ມອນໂຣ ກັບມາໂດ່ງດັງອີກຄັ້ງ ພ້ອມກັບໄດ້ຫຼິ້ນຮູບເງົາອີກຫຼາຍເລື່ອງ.

ຮູບເງົາທີ່ສ້າງຊື່ສຽງໃຫ້ກັບ ມາຣິລີນ ມອນໂຣ ກໍຄື Gentlemen Prefer Blondes (1953) ແຕ່ຫາກເວົ້າເລື່ອງພາບຈຳທີ່ຫຼາຍໆຄົນຈົດຈຳ ແມ່ນມາຈາກຮູບເງົາ  Seven Year Itch (1955) ທີ່ຢູ່ໃນຊຸດກະໂປງສີຂາວ ມີລົມພັດກະໂປງ ພ້ອມຮ້ອຍຍິ້ມທີ່ສົດໃສ ຮູບເງົາເລື່ອງນີ້ເປັນພາບຈຳໃຫ້ຫຼາຍຄົນ ແລະ ກໍເປັນພາບຈຳທີ່ນາງອາດລືມບໍ່ລົງ.

ມາຣິລີນ ມອນໂຣ ຫຼັງຈາກເຂົ້າມາໃນວົງການກໍບໍ່ຢຸດພັດທະນາຕົນເອງ ພ້ອມກັບໄດ້ພົບຮັກຄັ້ງໃໝ່ກັບ ໂຈ ດິແມັກຈິໂອ (Joe DiMaggio) ນັກກິລາເບສບອລຊື່ດັງ. ທຸກຢ່າງກຳລັງໄປດ້ວຍດີ ຈົນຜູ້ເປັນສາມີມາເບິ່ງຮູບເງົາ Seven Year Itch (1955) ທີ່ທຸກຄົນຈົດຈຳສາກໃນຕຳນານ ແຕ່ສາມີເກີດຄວາມບໍ່ພໍໃຈ ແລະ ໃນທີ່ສຸດກໍເລີກລາກັນໄປ.

ແຕ່ຊີວິດຍັງຄົງດຳເນີນຕໍ່ໄປ ມາຣິລີນ ມອນໂຣ ໄດ້ພັດທະນາຕົນເອງດ້ວຍການໄປຮຽນການສະແດງທີ່ New York ຈົນສາມາດຄວ້າຮາງວັນ Oscar ມາໄດ້ໃນທີ່ສຸດ ພ້ອມກັບໄດ້ພົບຮັກຄັ້ງໃໝ່ກັບ ອາເທີ ມິລເລີ (Arthur Miller) ນັກຂຽນບົດລະຄອນ ແລະ ໄດ້ແຕ່ງງານກັນໃນທີ່ສຸດ ທຸກຢ່າງກຳລັງໄປດ້ວຍດີຈົນ ອາເທີ ມິລເລີ ຖືກກ່າວຫາວ່າເປັນຄອມມູນິດ ແນ່ນອນວ່າເລື່ອງນີ້ມີຜົນກະທົບຕໍ່ ມາຣິລີນ ມອນໂຣ.

ບັນຫາທຸກຢ່າງມຸ່ງໜ້າເຂົ້າຫາ ມາຣິລີນ ມອນໂຣ ທັງເລື່ອງຄອບຄົວ ແລະ ສຸຂະພາບຈິດທີ່ຕ້ອງໄດ້ຮັບການປິ່ນປົວ ດ້ວຍຄວາມທີ່ນາງຢາກມີລູກແຕ່ກັບບໍ່ສາມາດມີໄດ້ ແລະ ເສຍລູກໄປຮອດ 3 ຄັ້ງ ປະກອບກັບອາການປ່ວຍທາງຈິດ ສຸດທ້າຍແລ້ວຄວາມສຳພັນ ມາຣິລີນ ມອນໂຣ ກັບ ອາເທີ ມິລເລີ ກໍຕ້ອງຈົບລົງ.

ເມື່ອທຸກຢ່າງເປັນແບບນີ້ມີຂ່າວລືວ່າຫຼັງຈາກເລີກກັບ ອາເທີ ມິລເລີ ຕົວຂອງ ມາຣິລີນ ມອນໂຣ ຄິດວ່າບໍ່ມີໃຜສົນໃຈຈຶ່ງໄດ້ເອົາຕົວເຂົ້າໄປພົວພັນກັບ John F. Kennedy ປະທານາທິບໍດີຄົນທີ 35 ຂອງສະຫະລັດອາເມຣິກາ ແນ່ນອນວ່າການກ່ຽວຂ້ອງກັບຄົນມີຊື່ສຽງເຮັດໃຫ້ທຸກຄົນຫັນມາສົນໃຈນາງຫຼາຍຂຶ້ນ.

ແຕ່ໃນຕອນນັ້ນຕົວຂອງ ມາຣິລີນ ມອນໂຣ ກຳລັງຖ່າຍຮູບເງົາເລື່ອງ Something’s Got to Give (1962) ແຕ່ຖ່າຍທຳບໍ່ຈົບເນືື່ອງຈາກຕົວຂອງນາງໄດ້ໂຕນໜີກອງຖ່າຍເພື່ອໄປຮ້ອງເພງ Happy Birthday ໃຫ້ກັບ John F. Kennedy ແນ່ນອນວ່າຄ້າຍຮູບເງົາບໍ່ພໍໃຈຈຶ່ງໄດ້ໄລ່ນາງອອກ.

ມາຣິລີນ ມອນໂຣ ເກີດຄວາມຄຽດບວກກັບການທີ່ຢູ່ຄົນດຽວ ມໍລະສຸມຊີວິດທີ່ເຂົ້າມາ ສຸດທ້າຍກໍກິນຢານອນຫຼັບເກີນຂະໜາດແລ້ວກໍເສຍຊີວິດລົງໃນໄວພຽງ 36 ປີ ທີ່ໂຮງແຮມ Hollywood Boulevard ເຊິ່ງມີຄົນທີ່ຄິດວ່າເປັນອຸບັດຕິເຫດ ແລະ ກໍຄິດວ່າເປັນການຈົບຊີວິດຕົນເອງ.

ຢ່າງໃດກໍຕາມ ມາຣິລີນ ມອນໂຣ ຍັງຄົງເປັນດາວຄ້າງຟ້າຂອງວົງການ Hollywood ຜູ້ທີ່ເປັນທັງຕົວຢ່າງ ແລະ ຕົ້ນແບບໃຫ້ແກ່ຄົນຮຸ່ນໃໝ່ໆ ພ້ອມກັບການເປັນສັນຍະລັກຂອງຄວາມເປັນແມ່ຍິງທົ່ວໂລກ ເປັນຄົນທີ່ກ້າຕໍ່ສູ້ກັບອຸປະສັກທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/