ຈາກຜົນສຳຫຼວດພົບວ່າ ນັກສຶກສາຈີນໃຫ້ຄວາມສຳຄັນ ແລະ ມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມເຖິງ 93,90%


ເມື່ອບໍ່ດົນມານີ້, ໜັງສືພິມ​ຊາວ​ໜຸ່ມ​ຂອງ​ຈີນ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ນັກ​ສຶກສາ​ທົ່ວ​ປະ​ເທດ​ຈີນ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ຈາກ​ການ​ຕອບ​ແບບ​ສອບ​ຖາມ​ຂອງ​ນັກ​ສຶກສາ 2.739 ຄົນ​ໃນ 142 ມະຫາວິທະຍາ​ໄລ ປາກົດ​ວ່າ 95,58% ມີ​ຄວາມ​ສົນ​ໃຈ​ຕໍ່​ບັນຫາ​ສິ່ງ​ແວດ​ລ້ອມ, 28,59% ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ, 41,91% ມີ​ຄວາມ​ສົນ​ໃຈ​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ຜູ້ຕອບແບບສອບຖາມຍັງໄດ້ປະເມີນຈິດສຳນຶກໃນການອະນຸລັກສິ່ງແວດລ້ອມຂອງຕົນ ໂດຍມີຄະແນນເຕັມຄື 10 ຄະແນນ ແລະ ຄະແນນສະເລ່ຍຢູທີ່ 7,9.

ໂດຍນັກສຶກສາກວ່າ 87,11% ​ເຫັນ​ດີ​ວ່າ ໃນປັດຈຸ​ບັນ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສິ່ງ​ແວດ​ລ້ອມ ຈຶ່ງມີຄວາມຈໍາເປັນອັນຮີບດ່ວນເພື່ອແກ້ໄຂບັນຫາ ເຊິ່ງຜູ້ຕອບສ່ວນໃຫຍ່ກວ່າ 83,02% ແມ່ນໄດ້ຮັບຮູ້ເຖິງຜົນກະທົບໂດຍກົງຈາກທຳມະຊາດເຊັ່ນ: ສະພາບອາກາດທີ່ຮຸນແຮງ, ມົນລະພິດທາງອາກາດ, ມົນລະພິດທາງນໍ້າ ແລະ ອື່ນໆ.

ຜູ້ຮ່ວມເຮັດແບບສອບຖາມກວ່າ 93,90% ຍັງມີທັດສະນະຄະຕິຕໍ່ການອະນຸລັກສິ່ງແວດລ້ອມເຊັ່ນ: ການກິນອາຫານໃຫ້ໝົດຈານ, ຄັດແຍກຂີ້ເຫຍື້ອ, ປະຢັດໄຟຟ້າ, ປະຢັດພະລັງງານເຊັ່ນ: ແກ໊ສຂົນສົ່ງສາທາລະນະ, ​ໃຊ້ນ້ຳຢ່າງປະຢັດ,  recycle ເຄື່ອງນຸ່ງທີ່ໃຊ້ແລ້ວ, ລົດຜ່ອນ ຫຼື ຢຸດໃຊ້ພລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມ ແລະ ອື່ນໆ. ນອກຈາກນີ້ຜູ້ຮ່ວມເຮັດແບບສອບຖາມກວ່າ 73,42% ຍັງມີສ່ວນຮ່ວມຜ່ານທາງມະຫາວິທະຍາໄລ ຫຼື ອົງກອນອະນຸລັກສິ່ງແວດລ້ອມ ໃນການອະນຸລັກສິ່ງແວດລ້ອມ ຫຼື ເປັນອາສາສະໝັກ, ລວມທັງການໂຄສະນາເຜີຍແຜ່ແນວຄວາມຄິດຂອງການອະນຸລັກສິ່ງແວດລ້ອມເຊັ່ນ: ການອະນາໄມສະຖານທີ່ສາທາລະນະ, ປູກຕົ້ນໄມ້, ການດໍາລົງຊີວິດທີ່ມີຄາບອນຕໍ່າເປັນຕົ້ນ.

ທີ່ມາ:

thai.cri.cn

news.cn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/